ໃນຕອນບ່າຍຂອງວັນທີ 26 ສິງຫາ 2021 ຮາກຖານກຳມະບານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (ສລອ) ໄດ້ຈັດກອງປະຊຸມ ເປີດບັ້ນຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງຮາກຖານ ກຳມະບານ ສລອ ປະຈຳປີ 2021, ທີ່ ຕຶກ F ຂອງສະຖາບັນເຕັກໂນໂລຊີການສື່ສານຂ່າວສານ, ກະຊວງ ຕສ, ພ້ອມທັງ ໃຫ້ຜູ້ເຂົ້າຮ່ວມສາມາດ ເຂົ້າມາຕິດຕາມກອງປະຊຸມດັ່ງກ່າວ ທາງ Online ຜ່ານລະບົບ Video Conference. ໂດຍການ ເປັນປະທານຮ່ວມ ຂອງ ສະຫາຍ ຄໍາໄມ ແພງວົງສາ ຮອງປະທານ, ປະທານກວດກາ, ຫົວໜ້າຊີ້ນໍາວຽກຂະບວນການ 05 ເປັນເຈົ້າ ສະພັນກໍາມະບານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ ທະວີສັກ ມະໂນທັມ ເລຂາໜ່ວຍພັກ ສລອ ແລະ ສະຫາຍ ພູຊະນະ ສິລິວົງ ປະທານຮາກຖານກຳມະບານ ສລອ. ໂດຍມີຜູ້ເຂົ້າຮ່ວມ ຈາກກຳມະບານຮາກຖານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ແຂກ ອ້ອມຂ້າງກະຊວງ ຕສ ຈຳນວນ 30 ທ່ານ ແລະ ຜູ້ເຂົ້າຮ່ວມຮັບຊົມ ແບບ Online 15 ທ່ານ (ບັນຊີລາຍຊື່) ຈາກພາຍໃນສູນ ແລະ ບັນດາກົມ ລວມທັງໝົດ 45 ທ່ານ. ເຊີ່ງມີເນື້ອໃນ ແລະ ລາຍລະອຽດດັ່ງລຸ່ມນີ້:
ກອງປະຊຸມໄດ້ ລາຍງານສະພາບລວມຂອງ ຮາກຖານກຳມະບານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ປະກອບມີ ມີສະມາຊິກ ທັງໝົດ 38 ສະຫາຍ, ຍິງ 15 ສະຫາຍ. ໃນນັ້ນມີຄະນະສະຫະພັນກໍາມະບານກະຊວງ ຕສ 01 ສະຫາຍ, ມີຄະນະບໍລິຫານງານ ຮາກຖານ 03 ທ່ານ, ມີ 02 ໜ່ວຍ ເຊີ່ງແຕ່ລະໜ່ວຍປະກອບມີ 02 ຈຸ.
ອ່ານເພີ່ມ