ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ການຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ໃຫ້ 06 ພາກສ່ວນ   ລະຫວ່າງວັນທີ 30 ພະຈິກ ຫາ ວັນທີ 23 ທັນວາ 2020

13/01/2021

ການຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive) ໃຫ້ 06 ພາກສ່ວນ ລະຫວ່າງວັນທີ 30 ພະຈິກ ຫາ ວັນທີ 23 ທັນວາ 2020

ໃນລະຫວ່າງ ວັນທີ 30 ພະຈິກ ຫາ ວັນທີ 23 ທັນວາ 2020, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພາຍໃຕ້ການຊ່ວຍເຫຼືອຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ໄດ້ຈັດຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ ໃຫ້ແກ່ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຈຳນວນ 06 ພາກສ່ວນ

ອ່ານ​ເພີ່ມ

2020/12/03  ທ່ານ ນາງ ຈາຣຸດາ ຫລວງລາດ, ເຂົ້າຮ່ວມ ກອງປະຊຸມອອນລາຍ ກ່ຽວກັບ ນະໂຍບາຍ ແລະ ໂຄງການ ທາງດ້ານດິຈິຕອນແຫ່ງຊາດ ໃນຍຸກສະໄໝໃໝ່ (CICC Online Conference on National Digital Policies and Projects in the New Normal Era).

04/12/2020

ໃນວັນທີ 3 ທັນວາ 2020 ຕາງໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຈໍານວນ 1 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍ ເພື່ອແລກປ່ຽນບົດຮຽນ ກ່ຽວກັບ ການຫັນເປັນດິຈິຕອນ ໃນກອງປະຊຸມອອນລາຍ ໃນຫົວຂໍ້ແລກປ່ຽນບົດຮຽນ ກ່ຽວກັບ ນະໂຍບາຍ ແລະ ໂຄງການ ທາງດ້ານດິຈິຕອນແຫ່ງຊາດ ໃນຍຸກສະໄໝໃໝ່ (CICC Online Conference on National Digital Policies and Projects in the New Normal Era) ຊື່ງຈັດຂື້ນໂດຍ ອົງການ CICC.

ອ່ານ​ເພີ່ມ

2020/11/17 ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP)  ເປິດ ກອງປະຊຸມແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government)

18/11/2020

ໃນວັນທີ 17 ພະຈິກ 2020 ໄດ້ມີ ກອງປະຊຸມ ແລກປ່ຽນບົດຮຽນ ແລະ ປືກສາຫາລື ໃນການຫັນເປັນທັນສະໄໝ ແລະ ລັດຖະບານດິຈິຕອນ (Workshop on Digital Government) ຮ່ວມຈັດໂດຍ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP).

ອ່ານ​ເພີ່ມ

2020/11/06-05 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ ພ້ອມຕິດຕັ້ງ ແລະ ຝຶກອົບຮົມ ການຄຸ້ມຄອງເຄື່ອງອຸປະກອນ ໃຫ້ກັບຫ້ອງວ່າການແຂວງ ສາລາວັນ

06/11/2020

ໃນວັນທີ 05-06 ພະຈິກ 2020 ທີ່ຫ້ອງວ່າການແຂວງ ສາລາວັນ, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ ຈຳນວນ 01 ຊຸດ ພ້ອມຕິດຕັ້ງ ແລະ ຝຶກອົບຮົມ ການຄຸ້ມຄອງເຄື່ອງອຸປະກອນ ໃຫ້ກັບຫ້ອງວ່າການແຂວງ ສາລາວັນ ແລະ ພະແນກການອ້ອມຂ້າງ, ລວມມູນຄ່າທັງໝົດ 48,671,000 ກີບ, ໂດຍແມ່ນ ການສະໜັບສະໜູນ ຈາກອົງການ UNDP ປະຈຳ ສປປ ລາວ, ກ່າວມອບໂດຍ ທ່ານ ປອ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ແລະ ຕາງໜ້າຈາກຫ້ອງວ່າການແຂວງ ສາລາວັນ ກ່າວຮັບ ໂດຍ ທ່ານ. ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ສາລາວັນ ພ້ອມດ້ວຍຄະນະ.

ອ່ານ​ເພີ່ມ

2020/11/03  ສູນ ບໍລິຫານລັດດ້ວຍເອເລັກໂຕຣນິກມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ ໃຫ້ ຫ້ອງວ່າການແຂວງ ເຊກອງ

04/11/2020

2020/11/03 ສູນ ບໍລິຫານລັດດ້ວຍເອເລັກໂຕຣນິກມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ ໃຫ້ ຫ້ອງວ່າການແຂວງ ເຊກອງ

ໃນວັນທີ 03 ພະຈິກ 2020 ທີ່ຫ້ອງວ່າການແຂວງ ເຊກອງ, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ ຈຳນວນ 01 ຊຸດ ພ້ອມຕິດຕັ້ງ ໃຫ້ກັບຫ້ອງວ່າການແຂວງ ເຊກອງ, ລວມມູນຄ່າທັງໝົດ 48,671,000 ກີບ, ໂດຍແມ່ນ ການສະໜັບສະໜູນ ຈາກອົງການ UNDP ປະຈຳ ສປປ ລາວ, ກ່າວມອບໂດຍ ທ່ານ ປອ ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ແລະ ຕາງໜ້າຈາກຫ້ອງວ່າການແຂວງ ເຊກອງ ກ່າວຮັບ ໂດຍ ທ່ານ ໂພໄຊ ພິມມະສອນ ຮອງຫົວໜ້າຫ້ອງວ່າການແຂວງ ເຊກອງ ພ້ອມດ້ວຍຄະນະ.

ອ່ານ​ເພີ່ມ

2020 ຕຸລາ 30-26 ສູນ ສລອ ເປີດກອງປະຊຸມການເຜີຍແຜ່ ແລະ ຝຶກອົບຮົມ ລະບົບຫ້ອງການທັນສະໄໝ (e-Office) ພະແນກ ປທສ ແຂວງສະຫວັນນະເຂດ

30/10/2020

2020 ຕຸລາ 30-26 ສູນ ສລອ ເປີດກອງປະຊຸມການເຜີຍແຜ່ ແລະ ຝຶກອົບຮົມ ລະບົບຫ້ອງການທັນສະໄໝ (e-Office) ພະແນກ ປທສ ແຂວງສະຫວັນນະເຂດ

ໃນວັນທີ 26-30 ຕຸລາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ຈັດການເຜີຍແຜ່ ແລະ ຝຶກອົບຮົມ ລະບົບຫ້ອງການທັນສະໄໝ (e-Office) ພະແນກ ປທສ ແຂວງສະຫວັນນະເຂດ ເຊິ່ງໄດ້ຈັດຂື້ນທີ່ ຫ້ອງປະຊຸມ ພະແນກ ປທສ ແຂວງ ສະຫວັນນະເຂດ. ພາຍໃຕ້ການເປັນປະທານເປີດງານຮ່ວມຂອງ ທ່ານ ບຸນດາໄລ ເຄນນາວົງ ກໍາມະການພັກແຂວງ, ຫົວໜ້າພະແນກ ປທສ ແຂວງ ສະຫວັນນະເຂດ ແລະ ທ່ານ ນາງ ຈິດຕະພອນ ຈັນສິລິລາດ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ. ການຈັດຝຶກອົບຮົມແມ່ນໄດ້ດຳເນີນໄປ ເປັນເວລາ 5 ວັນ ແຕ່ວັນທີ 26-30 ຕຸລາ 2020 ເຊິ່ງມີລາຍລະອຽດດັ່ງນີ້:

ອ່ານ​ເພີ່ມ

2020/10/29 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ ມອບເຄື່ອງອຸປະກອນ, ສໍາມະນາ ແລະ ຝຶກອົບຮົມ ວຽກງານຫັນເປັນທັນສະໄໝ ແລະ ລະບົບກອງປະຊຸມທາງໄກ (Video Conference) ທີ່ ຫ້ອງວ່າການແຂວງໄຊຍະບູລີ.

29/10/2020

2020/10/29 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ ມອບເຄື່ອງອຸປະກອນ, ສໍາມະນາ ແລະ ຝຶກອົບຮົມ ວຽກງານຫັນເປັນທັນສະໄໝ ແລະ ລະບົບກອງປະຊຸມທາງໄກ (Video Conference) ທີ່ ຫ້ອງວ່າການແຂວງໄຊຍະບູລີ.

ໃນລະຫວ່າງວັນທີ 29-30 ຕຸລາ 2020 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ, ກະຊວງ ໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດພິທີມອບເຄື່ອງອຸປະກອນ, ສໍາມະນາ ແລະ ຝຶກອົບຮົມ ວຽກງານຫັນເປັນທັນສະໄໝ ແລະ ລະບົບກອງປະຊຸມທາງໄກ (Video Conference) ຂຶ້ນທີ່ ຫ້ອງວ່າການແຂວງໄຊຍະບູລີ, ໂດຍການເປັນປະທານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ແລະ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ໄປສະນີ, ໂທລະຄົມ ມະນາຄົມ ແລະ ການສື່ສານ ຊຶ່ງມີຜູ້ເຂົ້າຮ່ວມຈາກພະແນກ ປທສ ແຂວງ ແລະ ຕ່າງໜ້າຈາກບັນດາພະແນກການ, ອົງການ, ກົມກອງ, ຮອງເຈົ້າເມືອງໄຊຍະບູລີ-ເມືອງພຽງ, ປທສ ເມືອງ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ລວມທັງໝົດ ຈໍານວນ 108 ທ່ານ.

ອ່ານ​ເພີ່ມ

2020/10/27-26 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລົງໄປມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກໃຫ້ແກ່ ຫ້ອງວ່າການແຂວງວຽງຈັນ.

27/10/2020

2020/10/27-26 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລົງໄປມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກໃຫ້ແກ່ ຫ້ອງວ່າການແຂວງວຽງຈັນ.

ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລົງໄປມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກໃຫ້ແກ່ ຫ້ອງວ່າການແຂວງວຽງຈັນ, ພ້ອມທັງຈັດສຳມະນາ ກ່ຽວກັບການຫັນເປັນທັນສະໄໝ ແລະ ລັດຖະບານທັນສະໄໝ ລວມທັງຝືກອົບຮົມລະບົບກອງປະຊຸມທາງໄກໃນລະຫວ່າງວັນທີ 26-27 ຕຸລາ 2020.

ອ່ານ​ເພີ່ມ

2020/10/16 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານການ ຄຸ້ມຄອງຂໍ້ມູນດິຈິຕອນພາກລັດ (Seminar on Digital Data Governance).

16/10/2020

2020/10/16 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານການ ຄຸ້ມຄອງຂໍ້ມູນດິຈິຕອນພາກລັດ (Seminar on Digital Data Governance).

ໃນວັນທີ 16 ຕຸລາ 2020, ໄດ້ຈັດກອງປະຊຸມສຳມະນາ ກ່ຽວກັບ “ການຄຸ້ມຄອງຂໍ້ມູນດິຈິຕອນພາກລັດ (Digital Data Governance)” ລະຫວ່າງ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (Ministry of Post and Telecommunications) ຂອງ ສປປ ລາວ ຮ່ວມກັບ ຄະນະກຳມະການປົກປ້ອງຂໍ້ມູນສ່ວນບຸກຄົນ (Personal Data Protection Commission) ຂອງປະເທດ ສິງກະໂປ ໃນນາມເຈົ້າຂອງໂຄງການ ASEAN Working Group on Digital Data Governance.

ອ່ານ​ເພີ່ມ

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ