ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ສູນບໍລິຫານລັດດິຈິຕອນ(ກະຊວງ ຕສ), ໄດ້ລົງຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive)ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ

19/08/2022

ສູນບໍລິຫານລັດດິຈິຕອນ(ກະຊວງ ຕສ), ໄດ້ລົງຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive)ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ

ໃນຕອນເຊົ້າວັນທີ 18 ສິງຫາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ (G-Share, G-Drive) ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ ພາຍໃຕ້ການເປັນປະທານຂອງທ່ານ ນ.ວິໄລວັນ ດີລະພັນ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ມີຜູ້ເຂົ້າຮ່ວມຈາກ 08 ກົມ/ທຽບເທົ່າ, ຈຳນວນທັ້ງໝົດ 34 ທ່ານ ແລະ ມີຄະນະຄູຝຶກຈາກ ສູນບໍລິຫານລັດດິຈິຕອນເຂົ້າຮ່ວມຈໍານນວນ 04 ທ່ານ.

ອ່ານ​ເພີ່ມ

ການຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ໃຫ້ ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງວັນທີ 17  ສິງຫາ 2022.

17/08/2022

ການຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive) ໃຫ້ ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງວັນທີ 17 ສິງຫາ 2022.

ໃນວັນທີ 17 ສິງຫາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ (G-Share, G-Drive) ໃຫ້ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພາຍໃຕ້ການເປັນປະທານຂອງທ່ານ ທ່ານ ອະດິສັກ ພົມປີດາ ຫົວໜ້າຫ້ອງການ, ອົງການກວດກາແຫ່ງລັດ, ແລະ ມີຜູ້ເຂົ້າຮ່ວມ 08 ກົມ/ທຽບເທົ່າ, ຈຳນວນທັ້ງໝົດ 34 ທ່ານ ແລະ ມີຄະນະຄູຝຶກຈາກ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ. ຈໍານນວນ 03 ທ່ານ.

ອ່ານ​ເພີ່ມ

ກະຊວງເຕັກໂນໂລຊີ ແລະ ການຊື່ສານ  ແລະ ອົງການ UNDP ປະຈຳລາວ ເປີດ ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫລວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາລັດຖະບານດິຈິຕອນ 06 ແຂວງພາກເໜືອ

12/08/2022

ກະຊວງເຕັກໂນໂລຊີ ແລະ ການຊື່ສານ ແລະ ອົງການ UNDP ປະຈຳລາວ ເປີດ ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫລວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາລັດຖະບານດິຈິຕອນ 06 ແຂວງພາກເໜືອ

ໃນລະຫວ່າງວັນທີ 9-10 ສິງຫາ 2022, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ຮ່ວມກັບ ອົງການ UNDP ປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫລວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາລັດຖະບານດິຈິຕອນ ຢູ່ແຂວງຫຼວງນໍ້າທາ, ຊຶ່ງຈັດຂຶ້ນທີ່ສະໂມສອນແຂວງ ແລະ ຫໍວັດທະນາທຳຫລວງ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູນແກ້ວ ເຫລົາອິນ, ກໍາມະການພັກແຂວງ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫລວງນໍ້າທາ ແລະ ທ່ານ ປອ. ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ຕສ, ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການແຂວງ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈາກ 6 ແຂວງ ຄື ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະ ແຂວງຫລວງນໍ້າທາ, ສຳລັບແຂວງຫຼວງນໍ້າທາ ມີບັນດາພະແນກການອ້ອມຂ້າງ ແລະ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ 5 ເມືອງ. ລວມທັງໝົດ 120 ທ່ານ, ຍິງ 28 ທ່ານ.

ອ່ານ​ເພີ່ມ

ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA)   ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap ໃນວັນທີ 28-29 ກໍລະກົດ 2022 ທີ່ແຂວງຈໍາປາສັກ

02/08/2022

ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap ໃນວັນທີ 28-29 ກໍລະກົດ 2022 ທີ່ແຂວງຈໍາປາສັກ

ໃນວັນທີ 28-29 ກໍລະກົດ 2022, ທີ່ ຫ້ອງປະຊຸມ ສະໂມສອນ ຫ້ອງວ່າການແຂວງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ທອງຄູນ ເຮືອງວົງສາ ຮອງຫົວໜ້າ ຫ້ອງວ່າການແຂວງຈຳປາສັກ, ໂດຍມີແຂກເຂົ້າຮ່ວມຈາກ ຫ້ອງວ່າການແຂວງ 6 ແຂວງ (ພາກກາງ ແລະ ພາກໃຕ້), ຈາກ 19 ພະແນກການອ້ອມຂ້າງ ແລະ 10 ຫ້ອງວ່າການເມືອງ ຂອງແຂວງ ຈໍາປາສັກ, ຄະນະຮັບຜິດຊອບຈາກສູນບໍລິຫານລັດດິຈິຕອນ ແລະ ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ UNDP ເຂົ້າຮ່ວມທັງໝົດ ຈຳນວນ 90 ທ່ານ.

ອ່ານ​ເພີ່ມ

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມພາຍໃນ ກະຊວງ ຕສ

07/07/2022

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມພາຍໃນ ກະຊວງ ຕສ

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ (e-Office) ໃຫ້ພະນັກງານວິຊາການຜູ້ຮັບຜິດຊອບຂາອອກ-ຂາເຂົ້າ, ຄະນະພະແນກ ແລະ ວິຊາການ ຂອງບັນດາກົມທຽບເທົ່າ ແລະ ລົງເລິກການຝືກອົບຮົມການເຊັນລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຫ້ອງການທັນສະໄໝ (e-Office ໃຫ້ແກ່ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ ຕສ. ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 75 ທ່ານ.

ອ່ານ​ເພີ່ມ

ກອງປະຊຸມປຶກສາຫາລື ໃນການສ້າງນະໂຍບາຍ ເພື່ອຮອງຮັບການພັດທະນາລະບົບບໍລິຫານລັດດິຈິຕອນ ໃນ ສປປ.ລາວຄັ້ງວັນທີ 07 ກໍລະກົດ 2022 ທີ່ ໂຮງແຮມ ເດີແກຣນຣີເວີຊາຍ 2 ເມືອງວັງວຽງ, ແຂວງ ວຽງຈັນ.

07/07/2022

ກອງປະຊຸມປຶກສາຫາລື ໃນການສ້າງນະໂຍບາຍ ເພື່ອຮອງຮັບການພັດທະນາລະບົບບໍລິຫານລັດດິຈິຕອນ ໃນ ສປປ.ລາວຄັ້ງວັນທີ 07 ກໍລະກົດ 2022 ທີ່ ໂຮງແຮມ ເດີແກຣນຣີເວີຊາຍ 2 ເມືອງວັງວຽງ, ແຂວງ ວຽງຈັນ.

ໃນຕອນເຊົ້າ ຂອງວັນທີ 07 ກໍລະກົດ 2022 ທີ່ ໂຮງແຮມ ເດີແກຣນຣີເວີຊາຍ 2 ເມືອງວັງວຽງ, ແຂວງວຽງຈັນ,ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ.ເກົາຫຼີ ຫຼື Korea Development Institute (KDI) ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ເພື່ອປະກອບເຂົ້າໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃນ ສປປ ລາວ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ,ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ DR MyungJae Moon ຕາງໜ້າທີມຊ່ຽວຊານທີ່ປຶກສາໂຄງການຈາກ KDI ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ 06 ແຂວງພາກກາງ ຄື ແຂວງຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ, ແລະ ຫ້ອງວ່າການເມືອງວັງວຽງ, ລວມຜູ້ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.

ອ່ານ​ເພີ່ມ

ກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບລັດດິຈິຕອນ ໃນ ສປປ ລາວ 2022

06/07/2022

ກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບລັດດິຈິຕອນ ໃນ ສປປ ລາວ 2022

ໃນຕອນເຊົ້າ ຂອງວັນທີ 06 ກໍລະກົດ 2022 ທີ່ ໂຮງແຮມ ຄລາວພລາຊາ, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ.ເກົາຫຼີ ຫຼື Korea Development Institute (KDI) ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ເພື່ອສ້າງ ແລະ ປັບປຸງນະໂຍບາຍ ຮອງຮັບການພັດທະນາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃນ ສປປ ລາວ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ Yang-Ho-Ahn (ຢັງໂຮອານ) ທີ່ປຶກສາອາວຸໂສ KDI, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກກະຊວງ/ອົງການທຽບເທົ່າ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ ຈຳນວນ 40 ທ່ານ.

ອ່ານ​ເພີ່ມ

 ສູນບໍລິຫານລັດດິຈິຕອນ ເປີດກອງປະຊຸມສຳມະນາກຽ່ວກັບ ການພັດທະນາລະບົບບໍລິຫານດິຈິຕອນ ແລະ ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມພາຍໃນ ກະຊວງ ຕສ

04/07/2022

ໃນວັນທີ 04 ກໍລະກົດ 2022 ໄດ້ມີພິທີເປີດກອງປະຊຸມສໍາມະນາກ່ຽວກັບການພັດທະນາລະບົບບໍລິຫານລັດດິຈິຕອນ ແລະ ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມ, ສູນ ແລະ ສະຖາບັນ ອ້ອມຂ້າງ ກະຊວງ ຕສ. ໂດຍການເປັນປະທານຂອງ ທ່ານ ປອ ສັນຕິສຸກ ສິມມະລາວົງ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງມີຜູ້ເຂົ້າຮ່ວມຂັ້ນກົມ, ຂັ້ນພະແນກ ແລະ ວິຊາການຈາກບັນດາກົມ/ທຽບເທົ່າ ພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຫຼາຍກວ່າ 90 ທ່ານ.

ອ່ານ​ເພີ່ມ

2022/06/03   ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການຊສື່ສານ, ລົງຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ແລະ ລະບົບສື່ສານພາກລັດ G-Chat ໃຫ້ ແກ່ກະຊວງພະລັງງານ ແລະ ບໍ່ແຮ່.

03/06/2022

ໃນວັນທີ 03 ມິຖຸນາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ແລະ ລະບົບສື່ສານພາກລັດ (G-Chat) ໃຫ້ແກ່ ກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການ, ມີຜູ້ເຂົ້າຮ່ວມຈາກ 11 ກົມ/ທຽບເທົ່າອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ທີມງານນັກວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຈຳນວນທັ້ງໝົດ 50 ທ່ານ.

ອ່ານ​ເພີ່ມ

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ
ຍຸດທະສາດການບໍລິຫານລັດດິຈິຕອນ