ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

2020/10/08 ສະຫະພັນກໍາມະບານກະຊວງ ປທສ ຈັດກອງປະຊຸມສຳມະນາ ໃຫ້ສູນກາງສະຫະພັນກໍາມະບານລາວ ກ່ຽວກັບ ລະບົບຫ້ອງການທັນສະໄໝ, ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖຶກຕ້ອງ

08/10/2020

2020/10/08 ສະຫະພັນກໍາມະບານກະຊວງ ປທສ ຈັດກອງປະຊຸມສຳມະນາ ໃຫ້ສູນກາງສະຫະພັນກໍາມະບານລາວ ກ່ຽວກັບ ລະບົບຫ້ອງການທັນສະໄໝ, ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖຶກຕ້ອງ

ໃນຕອນເຊົ້າ ຂອງວັນທີ 08 ຕຸລາ 2020 ທີ່ຫ້ອງປະຊຸມ ຂອງສູນກາງສະຫະພັນກໍາມະບານລາວ ໄດ້ມີການຈັດກອງປະຊຸມເຜີຍແຜ່ ແລະ ສຳມະນາໃຫ້ຄວາມຮູ້ກ່ຽວກັັບລະບົບຫ້ອງການທັນສະໄໝ, ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ. ໂດຍການເປັນປະທານຮ່ວມຂອງ ທ່ານ ພົມມາ ເທບພະວົງ ຫົວໜ້າຫ້ອງການ ສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ໂດຍມີ ຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ວິຊາການ ຂອງສູນກາງສະຫະພັນກໍາມະບານລາວ ເຂົ້າຮ່ວມທັງຫມົດ ຈຳນວນ 77 ທ່ານ ເປັນຍິງ 25 ທ່ານ.

ອ່ານ​ເພີ່ມ

 

2020/10/07 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ລົງເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government).

07/10/2020

2020/10/07 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ລົງເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government).

ໃນຕອນເຊົ້າ ຂອງວັນທີ 07 ຕຸລາ 2020 ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກ ໄດ້ມີການຈັດກອງປະຊຸມເຜີຍແຜ່ ແລະ ສຳມະນາກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government). ໂດຍການເປັນປະທານຮ່ວມຂອງ ທ່ານ ນາມ ວິຍະເກດ ແລະ ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ຮອງປະທານ ສະພາທິດສະດີສູນກາງພັກ, ແລະ ນໍາສະເໜີໂດຍ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍທີມງານ ແລະ ມີບັນດາຄະນະປະທານ, ສະມາຊິກສະພາ ແລະ ພະນັກງານຂອງ ສະພາທິດສະດີສູນກາງພັກເຂົ້າຮ່ວມ ຈຳນວນ 25 ທ່ານ, ຍິງ 02 ທ່ານ.

ອ່ານ​ເພີ່ມ

 

2020/09/30 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ລົງເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government).

30/09/2020

2020/09/30 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ລົງເຜີຍແຜ່ໃຫ້ຄວາມຮູ້ກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government).

ໃນຕອນເຊົ້າ ຂອງວັນທີ 30 ກັນຍາ 2020 ທີ່ຫ້ອງສະໂມສອນ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ມີການຈັດກອງປະຊຸມເຜີຍແຜ່ ແລະ ສຳມະນາ ໃຫ້ຄວາມຮູ້ກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government). ໂດຍການເປັນປະທານຮ່ວມຂອງ ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ໂດຍມີບັນດາຄະນະປະທານ, ຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ວິຊາການ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມທັງຫມົດ ຈຳນວນ 188 ທ່ານ, ຍິງ 71 ທ່ານ.

ອ່ານ​ເພີ່ມ

 

2020-09-04 ສູນບໍລິຫານລັດດ້ວຍເອເລັກໂຕນິກ ຈັດກິດຈະກຳ ກິລາບານເຕະຍິງ-ຊາຍ ມິດຕະພາບ ລະຫວ່າງ ສູນບໍລິຫານລັດດ້ວຍເອເລັກໂຕຼນິກ(ສລອ) ແລະ ສູນ ອິນເຕີເນັດແຫ່ງຊາດ(ສອຊ) ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

04/09/2020

2020-09-04 ສູນບໍລິຫານລັດດ້ວຍເອເລັກໂຕນິກ ຈັດກິດຈະກຳ ກິລາບານເຕະຍິງ-ຊາຍ ມິດຕະພາບ ລະຫວ່າງ ສູນບໍລິຫານລັດດ້ວຍເອເລັກໂຕຼນິກ(ສລອ) ແລະ ສູນ ອິນເຕີເນັດແຫ່ງຊາດ(ສອຊ) ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ສູນບໍລິຫານລັດດ້ວຍເອເລັກໂຕນິກ ຈັດກິດຈະກຳ ກິລາບານເຕະ ຍິງ-ຊາຍ ມິດຕະພາບ ລະຫວ່າງ ສູນບໍລິຫານລັດດ້ວຍເອເລັກໂຕຼນິກ(ສລອ) ແລະ ສູນ ອິນເຕີເນັດແຫ່ງຊາດ(ສອຊ) ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.

ອ່ານ​ເພີ່ມ

 

2020/09/03ສູນ ບໍລິຫານລັດດ້ວຍເອເລັກໂຕຮນິກ ຈັດກອງປະຊຸມສຳມະນາ ໃຫ້ຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບ ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການຫັນເປັນທັນສະໄໝຂອງລັດຖະບານ

03/09/2020

2020/09/03ສູນ ບໍລິຫານລັດດ້ວຍເອເລັກໂຕຮນິກ ຈັດກອງປະຊຸມສຳມະນາ ໃຫ້ຄະນະໂຄສະນາອົບຮົມສູນກາງພັກ ກ່ຽວກັບ ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການຫັນເປັນທັນສະໄໝຂອງລັດຖະບານ

ໃນວັນທີ 03 ກັນຍາ 2020, ໄດ້ມີກອງປະຊຸມສຳມະນາໃຫ້ຄວາມຮູ້ກ່ຽວກັບລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ການຫັນເປັນທັນສະໄໝຂອງລັດຖະບານ ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ສົມພອຍ ພົມມະຈັກ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ມີບັນດາຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ວິຊາການ ພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມທັງໝົດ ຈຳນວນ 123 ທ່ານ ເປັນຍິງ 63 ທ່ານ.

ອ່ານ​ເພີ່ມ

 

2020/08/01 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ຈັດສຳມະນາເຜີຍແຜ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ

01/09/2020

2020/08/01 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ຈັດສຳມະນາເຜີຍແຜ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ

ໃນວັນທີ 01 ກັນຍາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາເຜີຍແຜ່ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ ຂຶ້ນທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ປອ. ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ມີຕາງໜ້າຈາກບັນດາກົມ/ທຽບເທົ່າອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.

ອ່ານ​ເພີ່ມ

 

2020/08/05 ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ e-Government Framework

05/08/2020

2020/08/05 ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ e-Government Framework

ໃນວັນທີ 5 ສິງຫາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ຂອງ ສປປ ລາວ ແລະ ກະຊວງ ພາຍໃນ ແລະ ຄວາມປອດໄພ (MOIS) ຂອງ ສ. ເກົາຫຼີ ຮ່ວມກັນເປັນເຈົ້າພາບ ຈັດກອງປະຊຸມສຳມະນາ ກ່ຽວກັບ “ມາດຕະຖານ e-Government Framework” ຜ່ານລະບົບກອງປະຊຸມທາງໄກ.

ອ່ານ​ເພີ່ມ

 

2020/07/21 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ ໄດ້ເຜີຍແຜ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍມາດຕະຖານ ເຕັກນິກເວັບໄຊຂອງພາກລັດ

21/07/2020

2020/07/21 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ ໄດ້ເຜີຍແຜ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍມາດຕະຖານ ເຕັກນິກເວັບໄຊຂອງພາກລັດ

ສູນບໍລິຫານລັດດ້ວຍເອເລັກໂຕຼນິກ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາເຜີຍແຜ່ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ມາດຕະຖານເຕັກນິກເວັບໄຊ ຂອງພາກລັດ ຂຶ້ນໃນວັນທີ 21 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ປອ. ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ. ມີຕາງໜ້າຈາກອົງການຈັດຕັ້ງພັກ-ລັດ ແລະ ບັນດາກົມ/ທຽບເທົ່າອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.

ອ່ານ​ເພີ່ມ

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ