ໃນຕອນເຊົ້າຂອງ ວັນທີ 15 ກໍລະກົດ 2020, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບບໍລິສັດ ອາໂລ ເທັກໂນໂລຊີ ຈຳກັດ ໄດ້ຈັດພິທີເປີດການນຳໃຊ້ລະບົບການສື່ສານຂອງພາກລັດ (G-Chat) ຂື້ນທີ່ ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຮັບກຽດເປັນປະທານເປີດງານ ໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ, ມີຄະນະຜູ້ບໍລິຫານຈາກບໍລິສັດ ອາໂລ ເທັກໂນໂລຊີ ຈຳກັດ, ຄະນະກົມ/ທຽບເທົ່າ, ບັນດາກະຊວງ ,ຫ້ອງການລັດ, ບໍລິສັດ ໂທລະຄົມ ແລະ ສະຖາບັນການສືກສາຕ່າງໆ ເຂົ້າຮ່ວມຫຼາຍກວ່າ 80 ທ່ານ.
ອ່ານເພີ່ມ