ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

2020/08/05 ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ e-Government Framework

05/08/2020

2020/08/05 ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ e-Government Framework

ໃນວັນທີ 5 ສິງຫາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ຂອງ ສປປ ລາວ ແລະ ກະຊວງ ພາຍໃນ ແລະ ຄວາມປອດໄພ (MOIS) ຂອງ ສ. ເກົາຫຼີ ຮ່ວມກັນເປັນເຈົ້າພາບ ຈັດກອງປະຊຸມສຳມະນາ ກ່ຽວກັບ “ມາດຕະຖານ e-Government Framework” ຜ່ານລະບົບກອງປະຊຸມທາງໄກ.

ອ່ານ​ເພີ່ມ

 

2020/07/21 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ ໄດ້ເຜີຍແຜ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍມາດຕະຖານ ເຕັກນິກເວັບໄຊຂອງພາກລັດ

21/07/2020

2020/07/21 ສູນບໍລິຫານລັດດ້ວຍເອເລັກໂຕຼນິກ ໄດ້ເຜີຍແຜ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍມາດຕະຖານ ເຕັກນິກເວັບໄຊຂອງພາກລັດ

ສູນບໍລິຫານລັດດ້ວຍເອເລັກໂຕຼນິກ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາເຜີຍແຜ່ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ມາດຕະຖານເຕັກນິກເວັບໄຊ ຂອງພາກລັດ ຂຶ້ນໃນວັນທີ 21 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ປອ. ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ. ມີຕາງໜ້າຈາກອົງການຈັດຕັ້ງພັກ-ລັດ ແລະ ບັນດາກົມ/ທຽບເທົ່າອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.

ອ່ານ​ເພີ່ມ

 

2020/07/15 ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ  ໄດ້ເປີດການນຳໃຊ້ລະບົບການສື່ສານຂອງພາກລັດ (G-Chat)

15/07/2020

2020/07/15 ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເປີດການນຳໃຊ້ລະບົບການສື່ສານຂອງພາກລັດ (G-Chat)

ໃນຕອນເຊົ້າຂອງ ວັນທີ 15 ກໍລະກົດ 2020, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບບໍລິສັດ ອາໂລ ເທັກໂນໂລຊີ ຈຳກັດ ໄດ້ຈັດພິທີເປີດການນຳໃຊ້ລະບົບການສື່ສານຂອງພາກລັດ (G-Chat) ຂື້ນທີ່ ໂຮງແຮມ ຄຣາວພລາຊ່າ, ນະຄອນຫຼວງວຽງຈັນ. ເຊິ່ງໄດ້ຮັບກຽດເປັນປະທານເປີດງານ ໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ, ມີຄະນະຜູ້ບໍລິຫານຈາກບໍລິສັດ ອາໂລ ເທັກໂນໂລຊີ ຈຳກັດ, ຄະນະກົມ/ທຽບເທົ່າ, ບັນດາກະຊວງ ,ຫ້ອງການລັດ, ບໍລິສັດ ໂທລະຄົມ ແລະ ສະຖາບັນການສືກສາຕ່າງໆ ເຂົ້າຮ່ວມຫຼາຍກວ່າ 80 ທ່ານ.

ອ່ານ​ເພີ່ມ

 

2020/07/03 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ມອບ-ຮັບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ (Video Conference) ໃຫ້ກັບຫ້ອງວ່າການນະຄອນຫຼວງວຽງຈັນ

03/07/2020

2020/07/03 ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ມອບ-ຮັບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ (Video Conference) ໃຫ້ກັບຫ້ອງວ່າການນະຄອນຫຼວງວຽງຈັນ

ໃນຕອນບ່າຍ ວັນທີ 03 ກໍລະກົດ 2020. ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັດ ໄດ້ມີພິທີມອບຮັບ ເຄື່ອງອຸປະກອນລະບົບກອງປະຊຸມທາງໄກ, ໂດຍ ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ຕາງໜ້າ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ມອບເຄື່ອງລະບົບກອງປະຊຸມທາງໄກ ໃຫ້ກັບຫ້ອງວ່າການນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນວຽກງານການຈັດກອງປະຊຸມທາງໄກກັບບັນດາອົງການຈັດຕັ້ງພັກ, ລັດຖະບານ ແລະ ສາກົນ. ຊຶ່ງຕາງໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ແມ່ນທ່ານ ປອ ນາງ ບົວວອນ ສຸກລາແສງ ຮັກສາການຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ ຂຶ້ນຮັບເຄື່ອງອຸປະກອນດັ່ງກ່າວ.

ອ່ານ​ເພີ່ມ

 

2020/06/25 ກະຊວງ ປທສ ເປີດການນຳໃຊ້ລະບົບແຊ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive).

25/06/2020

2020/06/25 ກະຊວງ ປທສ ເປີດການນຳໃຊ້ລະບົບແຊ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive).

ໃນຕອນເຊົ້າ ຂອງ ວັນທີ 25 ມິຖຸນາ 2020, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບບໍລິສັດ SB Lab 856 ຈຳກັດ ໄດ້ຈັດພິທີເປີດການນຳໃຊ້ລະບົບການແຊ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive) ຂື້ນທີ່ ຫ້ອງປະຊຸມໃຫຍ່ຊັ້ນ 05 ຕຶກກະຊວງ ປທສ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານເປີດງານ ໂດຍ ທ່ານ ປອ.ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ, ມີຄະນະຜູ້ບໍລິຫານຈາກ ບໍລິສັດ SB Lab 856 ຈຳກັດ, ຄະນະກົມ/ທຽບເທົ່າ ກະຊວງ ປທສ ແລະ ບັນດາກະຊວງອ້ອມຂ້າງເຂົ້າຮ່ວມທັງໝົດຫຼາຍກວ່າ 50 ທ່ານ.

ອ່ານ​ເພີ່ມ

 

2020/06/24 ສູນ ສລອ ຈັດຝຶກອົບຮົມປ້ອນຂໍ້ມູນເຂົ້າລະບົບລາຍງານແບບທັນສະໄໝຮັບໃຊ້ການນຳ (Minister Dashboard)

24/06/2020

2020/06/24 ສູນ ສລອ ຈັດຝຶກອົບຮົມປ້ອນຂໍ້ມູນເຂົ້າລະບົບລາຍງານແບບທັນສະໄໝຮັບໃຊ້ການນຳ (Minister Dashboard)

ໃນຕອນເຊົ້າ ຂອງ ວັນທີ 24 ມິຖຸນາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການປ້ອນຂໍ້ມູນເຂົ້າ ລະບົບລາຍງານແບບທັນສະໄໝຮັບໃຊ້ການນຳ (Minister Dashboard) ເຊິ່ງແມ່ນຜົນການຮ່ວມພັດທະນາ ລະຫວ່າງ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ແລະ ບໍລິສັດ ເອັສເທັກ ພັດທະນາ ຈຳກັດ, ທີ່ສະຖາບັນ ເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ (ຫຼັກ3), ນະຄອນຫຼວງວຽງຈັນ.

ອ່ານ​ເພີ່ມ

 

2020-06-04 ລົງຊຸກຍູ້ ແລະ ສົ່ງເສີມການນຳໃຊ້ລະບົບກອງປະຊຸມທາງໄກ (Video Conference) ໃຫ້ ກະຊວງພາຍໃນ.

04/06/2020

2020-06-04 ລົງຊຸກຍູ້ ແລະ ສົ່ງເສີມການນຳໃຊ້ລະບົບກອງປະຊຸມທາງໄກ (Video Conference) ໃຫ້ ກະຊວງພາຍໃນ.

ໃນຕອນເຊົ້າ ວັນທີ 04 ມີຖຸນາ 2020 ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ຕາງໜ້າ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ມອບເຄື່ອງອຸປະກອນລະບົບກອງປະຊຸມທາງໄກ ໃຫ້ກັບ ກະຊວງ ພາຍໃນ. ຊຶ່ງຕາງໜ້າຮັບ-ມອບເຄື່ອງໂດຍ ທ່ານ ສິງທະວອນ ດາລາວົງ ຫົວໜ້າຫ້ອງການກະຊວງພາຍໃນ.

ອ່ານ​ເພີ່ມ

 

2020-05-08 ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ  ໄດ້ເປີດການນຳໃຊ້ລະບົບ ລາຍງານທັນສະໄໝ ຮັບໃຊ້ການນຳ.

08/05/2020

2020-05-08 ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເປີດການນຳໃຊ້ລະບົບ ລາຍງານທັນສະໄໝ ຮັບໃຊ້ການນຳ.

ໃນຕອນແລງ ຂອງ ວັນທີ 08 ພຶດສະພາ 2020, ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ຮ່ວມກັບບໍລິສັດ ເອັສເທັກ ພັດທະນາ ຈຳກັດ ໄດ້ຈັດພິທີເປີດການນຳໃຊ້ລະບົບລາຍງານທັນສະໄໝ ຮັບໃຊ້ການນຳ ຂື້ນທີ່ ຫ້ອງປະຊຸມໃຫຍ່ຊັ້ນ 01 ຕຶກ F ຂອງ ສະຖາບັນ ເຕັກໂນໂລຊີຂໍ້ມູນຂ່າວສານ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານເປີດງານ ໂດຍ ທ່ານ ປອ.ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ, ມີຄະນະຜູ້ບໍລິຫານຈາກ ເອັສເທັກ ພັດທະນາ ຈຳກັດ, ຄະນະກົມ/ທຽບເທົ່າ ເຂົ້າຮ່ວມທັງໝົດຫຼາຍກວ່າ 30 ທ່ານ.

ອ່ານ​ເພີ່ມ

 

2020/04/29 ກະຊວງ ປທສ ມອບເວັບໄຊ www.covid19.gov.la ແລະ ໂປຣແກຣມມືຖື ໃຫ້ຄະນະສະເພາະກິດ.

29/04/2020

2020/04/29 ກະຊວງ ປທສ ມອບເວັບໄຊ www.covid19.gov.la ແລະ ໂປຣແກຣມມືຖື ໃຫ້ຄະນະສະເພາະກິດ.

ໃນຕອນເຊົ້າຂອງວັນທີ 29 ເມສານີ້, ທີ່ກະຊວງສາທາລະນະສຸກ. ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ມອບເວັບໄຊ ເພື່ອປ້ອງກັນ, ຄວບຄຸ້ມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ Covid-19 (www.covid19.gov.la) ແລະ ໂປຣແກຣມເທິງມືຖື LaoKYC (LaoKYC Mobile application). ໃຫ້ກຽດມອບໂດຍ ທ່ານ ປອ ທັນສະໄໝ ກົມມະສິດ, ລັດຖະມັນຕີ ກະຊວງ ປທສ ແລະ ໃຫ້ກຽດຮັບໂດຍ ທ່ານ. ຮສ. ດຣ. ພູທອນ ເມືອງປາກ, ຮອງລັດຖະມັນຕີ ກະຊວງ ສາທາລະນະສຸກ, ຫົວໜ້າກອງເລຂາຄະນະສະເພາະກິດ ພ້ອມດ້ວຍຄະນະ.

ອ່ານ​ເພີ່ມ

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ