ໃນວັນທີ 21 ເມສາ 2020 ຜ່ານມາ ທີ່ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. ບໍລິສັດ Top Value Service ຕົວແທນ Microsoft ປະຈຳລາວ ໄດ້ມອບລະບົບ Microsoft Teams ແລະ Office 365 E1 ຈຳນວນ 10.000 ບັນຊີ ໃຫ້ລັດຖະບານລາວ ນຳໃຊ້ຟຣີ 06 ເດືອນ ເພື່ອຕອບສະໜອງ ຄວາມຕ້ອງການຂອງພະນັກງານລັດ ທີ່ຈະເຮັດວຽກຈາກບ້ານ ເພື່ອຕອບຕ້ານການລະບາດຂອງພະຍາດ COVID-19. ພິທີມອບ-ຮັບລະບົບດັ່ງກ່າວ ຕາງໜ້າ Microsoft ມອບໂດຍ ທ່ານ ທະນູສອນ ພົນອາມາດ, ປະທານບໍລິສັດ Top Value Service ແລະ ບໍລິສັດ ALO Technology (Microsoft Gold Partner) ແລະ ຕ່າງໜ້າກະຊວງ ປທສ ຮັບໂດຍ ທ່ານ ປອ.ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ.
ອ່ານເພີ່ມ