ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

2019/12/02 ທ່ານ ອານົງລັກ ລໍສຸດທິວົງ ໄດ້ເຂົ້າຮ່ວມງານການແຂ່ງຂັນການປະດິດສ້າງເຕັກໂນໂລຊີ IOT ອາຊຽນເມກເກີທອນ 2019 ທີ່ປະເທດ ມາເລເຊຍ

02/12/2019

2019/12/02 ທ່ານ ອານົງລັກ ລໍສຸດທິວົງ ໄດ້ເຂົ້າຮ່ວມງານການແຂ່ງຂັນການປະດິດສ້າງເຕັກໂນໂລຊີ IOT ອາຊຽນເມກເກີທອນ 2019 ທີ່ປະເທດ ມາເລເຊຍ

ອີງຕາມ ໜັງສືເຊີນ ຈາກ ກະຊວງສື່ສານ ແລະ ສື່ມວນຊົນ ປະເທດມາເລເຊຍ (MCMM), ສະບັບເລກທີ kkmm.600-9/1/20 7203(13) ລົງວັນທີ 30 ຕຸລາ 2019, ທ່ານ ອານົງລັກ ລໍສຸດທິວົງ ວິຊາການ ພະແນກ ໂປຣແກຣມ ແລະ ຂໍ້ມູນຂ່າວສານ, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ເຂົ້າຮ່ວມງານການແຂ່ງຂັນການປະດິດສ້າງເຕັກໂນໂລຊີ IOT ອາຊຽນເມກເກີທອນ 2019 ໃນລະຫວ່າງວັນທີ 02-04 ທັນວາ 2019, ທີ່ກົວລາລຳເປີ ປະເທດ ມາເລເຊຍ.

ອ່ານ​ເພີ່ມ

2019/11/29: ທ່ານ ນ.ຈິດຕະພອນ ຈັນສີລິລາດ, ເຂົ້າຮ່ວມກອງປະຊຸມ  “Consultative Meeting on Capacity Building for  Digital Development in Asia and the Pacific” ທີ່ປະເທດ ສ.ເກົາຫຼີ.

30/11/2019

2019/11/29: ທ່ານ ນ.ຈິດຕະພອນ ຈັນສີລິລາດ, ເຂົ້າຮ່ວມກອງປະຊຸມ “Consultative Meeting on Capacity Building for Digital Development in Asia and the Pacific” ທີ່ປະເທດ ສ.ເກົາຫຼີ.

ອີງຕາມ​ໜັງສືເຊີນຈາກອົງການສະຫະປະຊາຊາດ, ສະບັບເລກທີ APCICT. 2019103, ລົງວັນທີ 24 ຕຸລາ 2019. ທ່ານ ນ.ຈິດຕະພອນ ຈັນສີລິລາດ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ເຂົ້າຮ່ວມກອງປະຊຸມປືກສາຫາລືໃນຫົວຂໍ້ “ການເສີມສ້າງຄວາມອາດສາມາດດ້ານ ວຽກງານການພັດທະນາດິຈິຕອນ ໃນຂົງເຂດອາຊີ-ປາຊິຟິກ (Consultative Meeting on Capacity Building for Digital Development in Asia and the Pacific)”, ທີ່ເມືອງ ອິນຊອນ, ປະເທດ ສ.ເກົາຫຼີ.

ອ່ານ​ເພີ່ມ

ທ່ານ ນາງ ພາວັນ ຫຼວງເສນາ ເຂົ້າຮ່ວມສໍາມະນາ ໃນຫົວຂໍ້ ການຄ້າລະຫວ່າງປະເທດ ຜ່ານລະບົບເອເລັກໂຕຣນິກ ສໍາລັບບັນດາປະເທດທີ່ຢູ່ລຽບຕາມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ປະຈໍາປີ 2019 (Seminar on Cross- Border Electronic Commerce For Countries under Belt and Road Initiative Pro

26/11/2019

ໃນວັນທີ 10 ເຖີງ 31 ຕຸລາ 2019 ພະນັກງານສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ຈໍານວນ 01 ທ່ານ ໂດຍແມ່ນ ທ່ານ ນາງ ພາວັນ ຫຼວງເສນາ ໄດ້ເຂົ້າຮ່ວມສໍາມະນາ ໃນຫົວຂໍ້ ການຄ້າລະຫວ່າງປະເທດ ຜ່ານລະບົບເອເລັກໂຕຣນິກ ສໍາລັບບັນດາປະເທດທີ່ຢູ່ລຽບຕາມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ປະຈໍາປີ 2019 (Seminar on Cross- Border Electronic Commerce For Countries under Belt and Road Initiative Project Description) ທີ່ປະເທດ ສປ ຈີນ ເຊີ່ງຈຸດປະສົງ ແມ່ນເພື່ອແລກປ່ຽນທອດຖອນບົດຮຽນໃນການ ເຮັດການຄ້າແບບເອເລັກໂຕຣນິກ, ຮຽນຮູ້ການເຮັດທຸລະກິດແບບອອນລາຍທີ່ປະສົບຜົນສໍາເລັດ ແລະ ຮັບຮູ້ສະພາບເສດຖະກິດໃນປັດຈຸັບນ.

ອ່ານ​ເພີ່ມ

ທ່ານ ສຸກສະຫັວນ  ທຳມະວົງ  ເຂົ້າຮ່ວມຝຶກອົບຮົມທີ່ປະເທດອິນເດຍໃນຫົວຂໍ້ (Project Management Training & Certification (PMTC).

25/11/2019

ທ່ານ ສຸກສະຫັວນ ທຳມະວົງ ເຂົ້າຮ່ວມຝຶກອົບຮົມທີ່ປະເທດອິນເດຍໃນຫົວຂໍ້ (Project Management Training & Certification (PMTC).

ໃນລະຫວ່າງວັນທີ 14 ຕຸລາ 2019 ຫາ 22 ພະຈິກ 2019 ທີ National Institute For Entrepreneurship and Small Business Development (NIESBUD) ເມືອງ ນ່ອຍດາ (NOIDA) ປະເທດ ອິນເດຍ ໄດ້ເປີດຫຼັກສູດຝຶກອົບຮົມໃນຫົວຂໍ້: ການຝຶກອົບຮົມ ແລະ ການຢັ້ງຢືນ ການຄຸ້ມຄອງໂຄງການ (Project Management Training & Certification)

ອ່ານ​ເພີ່ມ

ທ່ານ ນ.ຈິດຕະພອນ ຈັນສີລິລາດ, ເຂົ້າຮ່ວມກອງປະຊຸມ ”The Inaugural E-Invoice Exchange Summit” ທີ່ປະເທດ ສິງກະໂປ.

20/11/2019

ທ່ານ ນ.ຈິດຕະພອນ ຈັນສີລິລາດ, ເຂົ້າຮ່ວມກອງປະຊຸມ ”The Inaugural E-Invoice Exchange Summit” ທີ່ປະເທດ ສິງກະໂປ.

ອີງຕາມໜັງສືເຊີນຈາກອົງການດັດສົມໂທລະຄົມ IMDA ຂອງປະເທດ ສິງກະໂປ, ທ່ານ ນ.ຈິດຕພອນ ຈັນສີລິລາດ, ເຂົ້າຮ່ວມກອງປະຊຸມໃນຫົວຂໍ້ ”The Inaugural E-Invoice Exchange Summit” ທີ່ປະເທດ ສິງກະໂປ.

ອ່ານ​ເພີ່ມ

2019-11-16 ທ່ານ ປອ ສົມໄພວັນ  ແສງສຸຣິຍະ ເຂົ້າຮ່ວມກອງປະຊຸມສຳມະນາ ແລກປ່ຽນບົດຮຽນ ກ່ຽວກັບ ນະໂຍບາຍແຫ່ງຊາດ ແລະ ໂຄງການພັດທະນາສັງຄົມດິຈິຕອນຂອງອາຊີ 2019 ທີ່ ປະເທດຍີ່ປຸ່ນ (Conference on National Policies and Projects for Digital Society in Asia 2019)

16/11/2019

ໃນລະຫວ່າງວັນທີ 16-22 ພະຈິກ 2019 ທ່ານ ປອ. ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຼນິກ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວ ຊຶ່ງຈັດໂດຍ ສູນການຮ່ວມມືສາກົນສຳລັບການນຳໃຊ້ຄອມພິວເຕີ (Center of the International Cooperation for Computerization (CICC)) ຂອງ ປະເທດຍີ່ປຸ່ນ, ມີຜູ້ເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 03 ທ່ານ, ທີ່ມາຈາກບັນດາປະເທດກຳລັງພັດທະນາໃນຂົງເຂດອາຊີ.

ອ່ານ​ເພີ່ມ

2019/11/11 ທ່ານ ປອ ທະວີສັກ ມະໂນທັມ ເຂົ້າຮ່ວມ ກອງປະຊຸມ ACIO ຄັ້ງທີ 7 ທີ່ບາງກອກ, ປະເທດໄທ.

15/11/2019

2019/11/11 ທ່ານ ປອ ທະວີສັກ ມະໂນທັມ ເຂົ້າຮ່ວມ ກອງປະຊຸມ ACIO ຄັ້ງທີ 7 ທີ່ບາງກອກ, ປະເທດໄທ.

ອີງຕາມໜັງສືເຊີນ ຈາກອົງການເຈົ້າໜ້າທີ່ອາວຸໂສຂໍ້ມູນຂ່າວສານອາຊຽນ (ACIOA), ທ່ານ ປອ.ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວຂ້າງເທິງ ຊຶ່ງຈຸດປະສົງເພື່ອຕາງໜ້າ ເຈົ້າໜ້າທີ່ອາວຸໂສ CIO ຂອງ ກະຊວງ ປທສ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍໃນການພັດທະນາວຽກງານ ICT ແລະ ການນຳໃຊ້ ICT ເປັນຕົວຂັບເຄື່ອນເສດຖະກິດ-ສັງຄົມ ແລະ ການຫັນເປັນອຸດສະຫະກຳ 4.0 ຂອງອາຊຽນ, ພ້ອມນີ້ ຍັງເຂົ້າຮ່ວມກອງປະຊຸມໂຕະມົນ ຂອງຄະນະ CIO ເພື່ອແລກປ່ຽນວິໄສທັດ ແລະ ບົດຮຽນ ໃນການນຳໃຊ້ ICT ຂອງບັນດາປະເທດສະມາຊິກ.

ອ່ານ​ເພີ່ມ

2019/ 11/ 11 ທ່ານ ພູຊະຊະ  ສິລິວົງ ເຂົ້າຮ່ວມສຳມະນາການຄ້າຜ່ານລະບົບເອເລັກໂຕຣນິກ ຈີນ-ອາຊຽນ (Seminar on China-ASEAN(BIMP-EAGA)Cross Border E-commerce 2019) ໃນລະຫວ່າງວັນທີ 11-26 ພະຈິກ 2019  ທີ່ແຂວງກວາງຊີ, ປະເທດ ສປ ຈີນ

11/11/2019

ໃນວັນທີ 12 ພະຈິກ 2019 ທາງກອງເລຂາ China-ASEAN Expo, ກະຊວງການຄ້າ ສປ ຈີນ ໄດ້ເປີດສຳມະນາໃນຫົວຂໍ້ “ການຄ້າຜ່ານລະບົບເອເລັກໂຕຣນິກ ຈີນ-ອາຊຽນ (Seminar on China-ASEAN(BIMP-EAGA) Cross Border E-commerce 2019)” ໂດຍຜູ້ເຂົ້າຮ່ວມທັງໝົດ 16 ທ່ານ ຈາກ 3 ປະເທດ ປະກອບມີ: ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ສປປ ລາວ 4 ທ່ານ, 1) ທ່ານ ວົງນ້ອຍ ສີວັນທອງ ຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, 2) ທ່ານ ສີສຸວັນ ວັນທະນະວົງ ຫົວໜ້າພະແນກ, ກົມໄອຊີທີ, 3) ທ່ານ ພູຊະນະ ສິລິວົງ ຮອງພະແນກ, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ທ່ານ ອຸທິດ ຊາພັກດີ ວິຊາການ ກົມແຜນການ ແລະ ການຮ່ວມມື, ຈາກອິນໂດເນເຊຍ 2 ທ່ານ ແລະ ສສ ຫວຽດນາມ 10 ທ່ານ. ສຳມະນາດັ່ງກ່າວ ໄດ້ດຳເນີນໄປຈົນເຖີງ 25 ພະຈິກ 2019.

ອ່ານ​ເພີ່ມ

2019/08/09 ທ່ານ ປອ ທະວີສັກ ມະໂນທັມ ພ້ອມຄະນະ ເດີນທາງຢ້ຽມາມ ແລະ ປະຊຸມຮ່ວມມືກັບ ບໍລິສັດ HanCom ໃນການພັດທະນາໂປຣແກຣມພາສາລາວ.

11/11/2019

2019/08/09 ທ່ານ ປອ ທະວີສັກ ມະໂນທັມ ພ້ອມຄະນະ ເດີນທາງຢ້ຽມາມ ແລະ ປະຊຸມຮ່ວມມືກັບ ບໍລິສັດ HanCom ໃນການພັດທະນາໂປຣແກຣມພາສາລາວ.

ອີງຕາມ ໜັງສືເຊີນ ຈາກບໍລິສັດ HanCom ສ.ເກົາຫຼີ, ທ່ານ ປອ ທະວີສັກ ມະໂນທັມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ສຶກສາວຽກງານ E-Government ແລະ ການພັດທະນາໂປຣແກຣມພາສາລາວ ທີ່ປະເທດ ສ ເກົາຫຼີ, ໃນລະຫວ່າງວັນທີ 05-09 ສິງຫາ 2019

ອ່ານ​ເພີ່ມ

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ