ການ​ເຄື່ອນ​ໄຫວ
ຄົ້ນ​ຫາ​ໃນ​ໜ້ານີ້

ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA)   ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap ໃນວັນທີ 28-29 ກໍລະກົດ 2022 ທີ່ແຂວງຈໍາປາສັກ

02/08/2022

ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap ໃນວັນທີ 28-29 ກໍລະກົດ 2022 ທີ່ແຂວງຈໍາປາສັກ

ໃນວັນທີ 28-29 ກໍລະກົດ 2022, ທີ່ ຫ້ອງປະຊຸມ ສະໂມສອນ ຫ້ອງວ່າການແຂວງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ທອງຄູນ ເຮືອງວົງສາ ຮອງຫົວໜ້າ ຫ້ອງວ່າການແຂວງຈຳປາສັກ, ໂດຍມີແຂກເຂົ້າຮ່ວມຈາກ ຫ້ອງວ່າການແຂວງ 6 ແຂວງ (ພາກກາງ ແລະ ພາກໃຕ້), ຈາກ 19 ພະແນກການອ້ອມຂ້າງ ແລະ 10 ຫ້ອງວ່າການເມືອງ ຂອງແຂວງ ຈໍາປາສັກ, ຄະນະຮັບຜິດຊອບຈາກສູນບໍລິຫານລັດດິຈິຕອນ ແລະ ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ UNDP ເຂົ້າຮ່ວມທັງໝົດ ຈຳນວນ 90 ທ່ານ.

ອ່ານ​ເພີ່ມ

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມພາຍໃນ ກະຊວງ ຕສ

07/07/2022

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມພາຍໃນ ກະຊວງ ຕສ

ສູນບໍລິຫານລັດດິຈິຕອນ ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ (e-Office) ໃຫ້ພະນັກງານວິຊາການຜູ້ຮັບຜິດຊອບຂາອອກ-ຂາເຂົ້າ, ຄະນະພະແນກ ແລະ ວິຊາການ ຂອງບັນດາກົມທຽບເທົ່າ ແລະ ລົງເລິກການຝືກອົບຮົມການເຊັນລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຫ້ອງການທັນສະໄໝ (e-Office ໃຫ້ແກ່ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ/ທຽບເທົ່າ ພາຍໃນກະຊວງ ຕສ. ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 75 ທ່ານ.

ອ່ານ​ເພີ່ມ

ກອງປະຊຸມປຶກສາຫາລື ໃນການສ້າງນະໂຍບາຍ ເພື່ອຮອງຮັບການພັດທະນາລະບົບບໍລິຫານລັດດິຈິຕອນ ໃນ ສປປ.ລາວຄັ້ງວັນທີ 07 ກໍລະກົດ 2022 ທີ່ ໂຮງແຮມ ເດີແກຣນຣີເວີຊາຍ 2 ເມືອງວັງວຽງ, ແຂວງ ວຽງຈັນ.

07/07/2022

ກອງປະຊຸມປຶກສາຫາລື ໃນການສ້າງນະໂຍບາຍ ເພື່ອຮອງຮັບການພັດທະນາລະບົບບໍລິຫານລັດດິຈິຕອນ ໃນ ສປປ.ລາວຄັ້ງວັນທີ 07 ກໍລະກົດ 2022 ທີ່ ໂຮງແຮມ ເດີແກຣນຣີເວີຊາຍ 2 ເມືອງວັງວຽງ, ແຂວງ ວຽງຈັນ.

ໃນຕອນເຊົ້າ ຂອງວັນທີ 07 ກໍລະກົດ 2022 ທີ່ ໂຮງແຮມ ເດີແກຣນຣີເວີຊາຍ 2 ເມືອງວັງວຽງ, ແຂວງວຽງຈັນ,ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ.ເກົາຫຼີ ຫຼື Korea Development Institute (KDI) ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ເພື່ອປະກອບເຂົ້າໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃນ ສປປ ລາວ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ,ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ DR MyungJae Moon ຕາງໜ້າທີມຊ່ຽວຊານທີ່ປຶກສາໂຄງການຈາກ KDI ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ 06 ແຂວງພາກກາງ ຄື ແຂວງຊຽງຂວາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ, ແລະ ຫ້ອງວ່າການເມືອງວັງວຽງ, ລວມຜູ້ເຂົ້າຮ່ວມທັງໝົດ ຈຳນວນ 30 ທ່ານ.

ອ່ານ​ເພີ່ມ

ກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບລັດດິຈິຕອນ ໃນ ສປປ ລາວ 2022

06/07/2022

ກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ໃນການສ້າງນະໂຍບາຍ ຮອງຮັບການພັດທະນາລະບົບລັດດິຈິຕອນ ໃນ ສປປ ລາວ 2022

ໃນຕອນເຊົ້າ ຂອງວັນທີ 06 ກໍລະກົດ 2022 ທີ່ ໂຮງແຮມ ຄລາວພລາຊາ, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ.ເກົາຫຼີ ຫຼື Korea Development Institute (KDI) ຈັດກອງປະຊຸມປຶກສາຫາລື ແລະ ເກັບກຳຂໍ້ມູນ ເພື່ອສ້າງ ແລະ ປັບປຸງນະໂຍບາຍ ຮອງຮັບການພັດທະນາລະບົບການບໍລິຫານ ແລະ ບໍລິການລັດດິຈິຕອນ ໃນ ສປປ ລາວ ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ Yang-Ho-Ahn (ຢັງໂຮອານ) ທີ່ປຶກສາອາວຸໂສ KDI, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກກະຊວງ/ອົງການທຽບເທົ່າ ທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ ຈຳນວນ 40 ທ່ານ.

ອ່ານ​ເພີ່ມ

 ສູນບໍລິຫານລັດດິຈິຕອນ ເປີດກອງປະຊຸມສຳມະນາກຽ່ວກັບ ການພັດທະນາລະບົບບໍລິຫານດິຈິຕອນ ແລະ ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມພາຍໃນ ກະຊວງ ຕສ

04/07/2022

ໃນວັນທີ 04 ກໍລະກົດ 2022 ໄດ້ມີພິທີເປີດກອງປະຊຸມສໍາມະນາກ່ຽວກັບການພັດທະນາລະບົບບໍລິຫານລັດດິຈິຕອນ ແລະ ເປີດຊຸດຝຶກອົບຮົມການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ແລະ ລະບົບລາຍເຊັນເອເລັກໂຕຣນິກ (E-Signature) ຜ່ານລະບົບຄອມພິວເຕີ ແລະ ລະບົບຫ້ອງການທັນສະໄໝ ໃຫ້ແກ່ບັນດາກົມ, ສູນ ແລະ ສະຖາບັນ ອ້ອມຂ້າງ ກະຊວງ ຕສ. ໂດຍການເປັນປະທານຂອງ ທ່ານ ປອ ສັນຕິສຸກ ສິມມະລາວົງ ຮອງເລຂາຄະນະພັກກະຊວງ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງມີຜູ້ເຂົ້າຮ່ວມຂັ້ນກົມ, ຂັ້ນພະແນກ ແລະ ວິຊາການຈາກບັນດາກົມ/ທຽບເທົ່າ ພາຍໃນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຫຼາຍກວ່າ 90 ທ່ານ.

ອ່ານ​ເພີ່ມ

2022/06/03   ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການຊສື່ສານ, ລົງຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ແລະ ລະບົບສື່ສານພາກລັດ G-Chat ໃຫ້ ແກ່ກະຊວງພະລັງງານ ແລະ ບໍ່ແຮ່.

03/06/2022

ໃນວັນທີ 03 ມິຖຸນາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ແລະ ລະບົບສື່ສານພາກລັດ (G-Chat) ໃຫ້ແກ່ ກະຊວງພະລັງງານ ແລະ ບໍ່ແຮ່ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸລິຍາ ແສງດາລາວົງ ຮອງຫົວໜ້າຫ້ອງການ, ມີຜູ້ເຂົ້າຮ່ວມຈາກ 11 ກົມ/ທຽບເທົ່າອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ທີມງານນັກວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຈຳນວນທັ້ງໝົດ 50 ທ່ານ.

ອ່ານ​ເພີ່ມ

2022/06/02 ສູນບໍລີຫານລັດດິຈິຈອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ລົງ  ຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ໃຫ້ແກ່ ສູນກາງສະຫະພັນກຳມະບານລາວ

02/06/2022

2022/06/02 ສູນບໍລີຫານລັດດິຈິຈອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ລົງ ຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive) ໃຫ້ແກ່ ສູນກາງສະຫະພັນກຳມະບານລາວ

ໃນຕອນບ່າຍວັນທີ 02 ມິຖຸນາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ແລະ ລະບົບ ຂອງພາກລັດ ໃຫ້ແກ່ ສູນກາງສະຫະພັນກຳມະບານລາວ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດົມ ສີລາເພັດ ຮອງ ຫົວໜ້າຫ້ອງການ ແລະ ມີຜູ້ເຂົ້າຮ່ວມຈາກ 09 ກົມ, ຈຳນວນທັ້ງໝົດ 43 ທ່ານ ແລະ ນັກວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຈຳນວນ 05 ທ່ານ.

ອ່ານ​ເພີ່ມ

2022/05/31 ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການຊສື່ສານ,ໄດ້ລົງຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ໃຫ້ ແກ່ ຄະນະໂຄສະນາອົບຮົມສູນກາງພັກ.

31/05/2022

2022/05/31 ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການຊສື່ສານ,ໄດ້ລົງຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive) ໃຫ້ ແກ່ ຄະນະໂຄສະນາອົບຮົມສູນກາງພັກ.

ໃນວັນທີ 31 ພຶດສະພາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ ແລະ ລະບົບ ຂອງພາກລັດ ໃຫ້ແກ່ ຄະນະໂຄສະນາ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ວັນຕຸລາ ຣັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ທ່ານ ນາງ ຈິດຕະພອນ ຈັນສີລະລາດ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ເຂົ້າຮ່ວມຈາກ 09 ກົມ/ທຽບເທົ່າອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ແລະ ທີມງານນັກວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຈຳນວນທັ້ງໝົດ 50 ທ່ານ.

ອ່ານ​ເພີ່ມ

2022/06/03 ສູນບໍລິຫານລັດດິຈິຕອນ ມອບ-ຮັບ ໂຄງການສ້າງສູນລັດດິຈິຕອນ ປະຈຳແຂວງ ແລະ ເປີດຫຼັກສູດຝຶກອົບຮົມ ພາຍໃຕ້ໂຄງການສ້າງສູນລັດດິຈິຕອນປະຈຳ

27/05/2022

2022/06/03 ສູນບໍລິຫານລັດດິຈິຕອນ ມອບ-ຮັບ ໂຄງການສ້າງສູນລັດດິຈິຕອນ ປະຈຳແຂວງ ແລະ ເປີດຫຼັກສູດຝຶກອົບຮົມ ພາຍໃຕ້ໂຄງການສ້າງສູນລັດດິຈິຕອນປະຈຳ

ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກະຊວງ ຕສ) ໄດ້ຈັດພິທີມອບ-ຮັບໂຄງການສ້າງສູນລັດດິຈິຕອນ ປະຈໍາແຂວງ ຂຶ້ນ ທີ່ຫ້ອງປະຊຸມ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ ໃນວັນທີ 23 ພຶດສະພາ 2022 ພາຍໃຕ້ໂຄງການສ້າງສູນລັດດິຈິຕອນ ປະຈຳແຂວງ ສົກປີ 2021 ໂດຍການເປັນປະທານຮ່ວມຂອງທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງ ຕສ ແລະ ທ່ານ ບຸນດາໄລ ເຄນນາວົງ ຫົວໜ້າພະແນກເຕັກໂຕໂລຊີ ແລະ ການສື່ສານແຂວງສະຫວັນນະເຂດ ເຊິ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາຂະແໜງການອ້ອມຂ້າງ, ບໍລິສັດ, ພະນັກງານພະແນກ ຕສ ແຂວງສະຫວັນນະເຂດ ແລະ ຄະນະຮັບຜິດຊອບຈາກສູນບໍລິຫານລັດດິຈິຕອນ ລວມທັງໝົດຈຳນວນ 40 ທ່ານ.

ອ່ານ​ເພີ່ມ

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ