21/07/2020
ສູນບໍລິຫານລັດດ້ວຍເອເລັກໂຕຼນິກ, ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາເຜີຍແຜ່ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ມາດຕະຖານເຕັກນິກເວັບໄຊ ຂອງພາກລັດ ຂຶ້ນໃນວັນທີ 21 ກໍລະກົດ 2020 ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ປອ. ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ. ມີຕາງໜ້າຈາກອົງການຈັດຕັ້ງພັກ-ລັດ ແລະ ບັນດາກົມ/ທຽບເທົ່າອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.
ການຈັດສຳມະນາໃນຄັ້ງນີ້ ກໍ່ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍມາດຕະຖານເຕັກນິກເວັບໄຊຂອງພາກລັດ ໃຫ້ແກ່ບັນດາອົງການຈັດຕັ້ງພາກ-ລັດ ເພື່ອເປັນບ່ອນອີງ ແລະ ເປັນພື້ນຖານ ໃນການພັດທະນາ, ຄຸ້ມຄອງລະບົບ ໃຫ້ມີປະສິດທິພາບ, ຮັບປະກັນຄວາມປອດໄພ ໃນການພັດທະນາວຽກງານດັ່ງກ່າວ ເວົ້າລວມ ເວົ້າສະເພາະກໍ່ເພື່ອ ແນໃສ່ຊຸກຍູ້ສົ່ງເສີມການບໍລິການ ຂໍ້ມູນຂ່າວສານພາດລັດ ຜ່ານທາງເວັບໄຊ ອອກສູ່ສັງຄົມໃຫ້ກ້ວາງຂວາງ ແລະ ກ້າວໄປສູ່ມາດຕະຖານສາກົນ.
ໃນໂອກາດດຽກັນນີ້ຍັງໄດ້ເຜີຍແຜ່ບັນດານິຕິກຳ ຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເປັນຕົ້ນ ຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ນຳໃຊ້ລະບົບກອງປະຊຸມທາງໄກ (Video Conference) ແລະ ລະບຽບການຄຸ້ມຄອງ ແລະ ນຳໃຊ້ຈົດໝາຍເອເລັກໂຕຣນິກ ຂອງລັດຖະບານ (e-Mail) ໃຫ້ກັບບັນດາເປົ້າໝາຍຜູ້ຊົມໃຊ້ ຂອງແຕ່ລະຫ້ອງການພັກ-ລັດ ໄດ້ຮັບຮູ້ ພ້ອມ ນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ຖືກຕາມເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລື, ແລກປຽ່ນຄຳຄິດເຫັນຢ່າງສ້າງສັນເພື່ອເຮັດໃຫ້ການພັດທະນາລະບົບ ບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ຖຶກນຳໃຊ້ເຂົ້າໃນທຸກຂະແໜງການ, ພ້ອມທັງມີການຊົມໃຊ້ຢ່າງກວ້າງຂວາງ ແລະ ມີປະສິດທິຜົນສູງສຸດ.
ຂ່າວໂດຍ: ນ. ວຽງຄຳ ເພັດສີຄາມ

