2020/08/05 ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ e-Government Framework

05/08/2020

2020/08/05 ກອງປະຊຸມສຳມະນາ ກ່ຽວກັບ ມາດຕະຖານ e-Government Framework

       ໃນວັນທີ 5 ສິງຫາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ຂອງ ສປປ ລາວ ແລະ ກະຊວງ ພາຍໃນ ແລະ ຄວາມປອດໄພ (MOIS) ຂອງ ສ. ເກົາຫຼີ ຮ່ວມກັນເປັນເຈົ້າພາບ ຈັດກອງປະຊຸມສຳມະນາ ກ່ຽວກັບ “ມາດຕະຖານ e-Government Framework” ຜ່ານລະບົບກອງປະຊຸມທາງໄກ. ໂດຍການເປັນປະທານຮ່ວມລະຫວ່າງ ທ່ານ ປອ ສົມໄພວັນ ແສງສຸຣິຍະ  ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ທ່ານ ຊັງຈູ ຊອນ (Mr. Sungjoo SON) ຫົວໜ້າຄະນະ ຈາກ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ຂອງ ສ.ເກົາຫຼີ, ຊຶ່ງມີຜູ້ເຂົ້າຮ່ວມຈາກ ຝ່າຍລາວ ແມ່ນບັນດາກົມ/ທຽບເທົ່າ ພາຍໃນກະຊວງ ປທສ, ບັນດາບໍລິສັດ ແລະ ຜູ້ປະກອບການທາງດ້ານ ICT ລວມທັງໝົດຈຳນວນ 25 ທ່ານ ເປັນຍິງ 5 ທ່ານ. ສ່ວນຝ່າຍ ສ.ເກົາຫຼີ ເຊິ່ງເປັນຊ່ຽວຊານ ຈາກກະຊວງ MOIS ແລະ ຕາງໜ້າ ບັນດາອົງການຈັດຕັ້ງຕ່າງໆ ຈາກ ສ.ເກົາຫຼີ ຈຳນວນ 09 ທ່ານ.

      ຈຸດປະສົງ, ກໍ່ເພື່ອເປັນການເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບ ການພັດທະນາ ແລະ ນຳໃຊ້ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ເຂົ້າໃນວຽກງານຕົວຈິງ ໂດຍສະເພາະວຽກງານມາດຕະຖານ E-Government framework ຂອງ ສ.ເກົາຫຼີ ທີ່ເພິ່ນມີປະສົບການ ແລະ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວມາແລ້ວ.

      ກອງປະຊຸມສຳມະນາຄັ້ງນີ້ ທາງຊ່ຽວຊານຈາກກະຊວງ MOIS ຂອງ ສ.ເກົາຫຼີ ໄດ້ນຳສະເໜີສະພາບການພັດທະນາ ມາດຕະຖານ E-Government framework ຂອງ ສ.ເກົາຫຼີ ແລະ ໄດ້ຍົກບາງບົດຮຽນໃນການພັດທະນາວຽກງານດັ່ງກ່າວ ໃຫ້ຜູ້ເຂົ້າຮ່ວມສຳມະນາທາງຝ່າຍລາວ. ພ້ອມກັນນັ້ນໃນກອງປະຊຸມກໍ່ໄດ້ເປີດໂອກາດໃນການປຶກສາຫາລື ແລກປ່ຽນບົດຮຽນ ແລະ ຄຳຄິດເຫັນຢ່າງສ້າງສັນເພື່ອເຮັດໃຫ້ການພັດທະນາລະບົບ ບໍລິຫານລັດດ້ວຍເອເລັກໂຕຣນິກ ໄດ້ຖຶກນຳໃຊ້ເຂົ້າໃນທຸກຂະແໜງການ, ພ້ອມທັງມີການຊົມໃຊ້ຢ່າງກວ້າງຂວາງ ແລະ ມີປະສິດທິຜົນສູງສຸດ.

 

•    ລິ້ງວີດີໂອບັນທຶກກອງປະຊຸມ:

1.       https://youtu.be/PyuMYTdu0Lc

2.       https://youtu.be/NztvmTYN-pw

•     ລິ້ງວີດີໂອ ບົດນຳສະເໜີ ມາດຕະຖານ e-Government Framework ຈາກ MOIS ຂອງ ສ.ເກົາຫຼີ

1.      ພາບລວມ:  https://youtu.be/LQrkjQgVCSQ

2.      ກໍລະນີສຶກສາ:  https://youtu.be/FHhGCL1XbXc

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ