01/09/2020
ໃນວັນທີ 01 ກັນຍາ 2020, ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດສຳມະນາເຜີຍແຜ່ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍ ລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ ຂຶ້ນທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂດຍການເປັນປະທານຂອງ ທ່ານ ປອ. ສົມໄພວັນ ແສງສຸຣິຍະ, ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງ ປທສ ມີຕາງໜ້າຈາກບັນດາກົມ/ທຽບເທົ່າອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ.
ການຈັດສຳມະນາໃນຄັ້ງນີ້ ກໍ່ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບ ຂໍ້ຕົກລົງວ່າດ້ວຍລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ ໃຫ້ແກ່ບັນດາກົມ/ທຽບເທົ່າ ອ້ອມຂ້າງກະຊວງ ປທສ ເພື່ອນຳໃຊ້ ລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ ໃຫ້ຖຶກຕ້ອງຕາມລະບຽບການ ແລະ ມີຄວາມປອດໄພ ໃນການນໍາໃຊ້ລະບົບດັ່ງກ່າວເວົ້າລວມເວົ້າສະເພາະກໍ່ເພື່ອແນໃສ່ຊຸກຍູ້ສົ່ງເສີມໃຫ້ກັບເປົ້າໝາຍຜູ້ຊົມໃຊ້ຂອງແຕ່ລະກົມ/ທຽບເທົ່າ ໄດ້ຮັບຮູ້ພ້ອມນຳໃຊ້ເຂົ້າໃນວຽກງານຂອງຕົນໃຫ້ຖືກຕາມເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ. ພ້ອມນີ້ຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລື, ແລກປ່ຽນຄໍາຄິດເຫັນຢ່າງສ້າງສັນ ເພື່ອເຮັດໃຫ້ການພັດທະນາລະບົບເຄືອຂ່າຍອິນເຕີເນັດຂອງກະຊວງ ປທສ ມີຄວາມສະດວກ, ມີຄວາມສະຖຽນ-ຍືນຍົງ ແລະ ມີປະສິດທິຜົນສູງສຸດ.
ຂ່າວໂດຍ: ນ.ວຽງຄຳ ເພັດສີຄາມ

