30/09/2020
ໃນຕອນເຊົ້າ ຂອງວັນທີ 30 ກັນຍາ 2020 ທີ່ຫ້ອງສະໂມສອນ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ມີການຈັດກອງປະຊຸມເຜີຍແຜ່ ແລະ ສຳມະນາ ໃຫ້ຄວາມຮູ້ກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government). ໂດຍການເປັນປະທານຮ່ວມຂອງ ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ໂດຍມີບັນດາຄະນະປະທານ, ຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ວິຊາການ ພາຍໃນຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມທັງຫມົດ ຈຳນວນ 188 ທ່ານ, ຍິງ 71 ທ່ານ.
ໃນການຈັດກອງປະຊຸມສຳມະນາຄັ້ງນີ້ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ພ້ອມດ້ວຍທີມງານຄະນະ ໄດ້ນຳສະເໜີ ໃຫ້ເຫັນຄວາມສຳຄັນໃນການເຊື່ອມໂຍງເຕັກໂນໂລຊີດິຈີຕອນ ເຂົ້າໃນການບໍລິຫານວຽກງານຂອງພັກ ແລະ ລັດຖະບານ, ເຊິ່ງການຫັນປ່ຽນເປັນທັນສະໄໝດ້ວຍລະບົບດີຈີຕອນ(Digital Transformation), ການນຳໃຊ້ລະບົບຫ້ອງການທັນສະໄໝ (e-office), ລະບົບໂປຣແກຣມສື່ສານພາກລັດ (G-Chats), ລະບົບແຊ ແລະ ໃຊ້ຂໍ້ມູນຮ່ວມກັນຂອງພາກລັດ (G-Share ແລະ G-Drive), ລະບົບກອງປະຊຸມທາງໄກ (Video Conference) ລົບຈົດໝາຍເອເລັກໂຕຣນິກ (e-Mail), ລະບົບເວັບໄຊລວມຂອງພາກລັດ (G-Web Platform) ແລະ ການບໍລິການອື່ນໆ ຂອງສູນບໍລິຫານລັດດ້ວຍເອເລັກໂຕຣນິກ ເຊິ່ງທັງຫມົດແມ່ນແນໃສ່ໃຫ້ແຕ່ລະພາກຫັນເປັນທັນສະໄໝເທື່ອລະກ້າວ ເຊິ່ງລະບົບການເຮັດວຽກຮ່ວມກັນບໍ່ວ່າຈະເປັນການຈັດການເອກະສານ, ການເກັບຮັກສາ, ການນຳໃຊ້ , ການກະຈາຍຂໍ້ມູນ, ການຕິດຕໍ່ສື່ສານ ລະຫວ່າງຜູ້ຮ່ວມງານແຕ່ລະຄົນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄຸນນະພາບຫຼາຍຂື້ນ.
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ແລກປ່ຽນຄຳຄິດເຫັນ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການນໍາໃຊ້ ແລະ ພັດທະນາ ລະບົບທັນສະໄໝທີ່ໃຊ້ດີຈິຕອນ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບ.
ໃນຕອນທ້າຍ, ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ໄດ້ສະແດງຄວາມເຫັນກ່ຽວກັບ ການພັດທະນາໂຄງລ່າງພື້ນຖານການເຊື່ອມຕໍ່ເຄື່ອຂ່າຍພາຍໃນພາກລັດ ເພື່ອໃຫ້ ສາມາດເຊື່ອມໂຍງຫາກັນໄດ້ ເພື່ອເປັນເງື່ອນໄຂອຳນວຍຄວາມສະດວກໃນການຕິດຕໍ່-ພົວພັນວຽກງານ, ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ແລະ ສາມາດເຂົ້າເຖິງການບໍລິການຕ່າງໆ ຂອງລະບົບບໍລິຫານລັດໄດ້ຢ່າງສະດວກ, ວ່ອງໄວ ແລະ ມີຄວາມປອດໄພ ແລະ ຈາກນັ້ນ ທ່ານ ສີໃນ ມຽງລາວັນ ກໍ່ໃຫ້ຄໍາເຫັນໂດຍຈະນໍາເອົາເນື້ອໃນຈິດໃຈ ແລະ ບົດຮຽນຮຽນຈາກກອງປະຊຸມນີ້ ໄປຈັດຕັ້ງປະຕິໃຫ້ມີໝາກຜົນ ແລະ ມີຄຸນພະພາບດີຂື້ນເທື່ອລະກ້າວ.

