07/10/2020
ໃນຕອນເຊົ້າ ຂອງວັນທີ 07 ຕຸລາ 2020 ທີ່ຫ້ອງປະຊຸມສະພາທິດສະດີສູນກາງພັກ ໄດ້ມີການຈັດກອງປະຊຸມເຜີຍແຜ່ ແລະ ສຳມະນາກ່ຽວກັັບການຫັນເປັນທັນສະໄໝ ແລະ ລະບົບລັດຖະບານທັນສະໄໝ (Digital Government). ໂດຍການເປັນປະທານຮ່ວມຂອງ ທ່ານ ນາມ ວິຍະເກດ ແລະ ທ່ານ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ຮອງປະທານ ສະພາທິດສະດີສູນກາງພັກ, ແລະ ນໍາສະເໜີໂດຍ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ພ້ອມດ້ວຍທີມງານ ແລະ ມີບັນດາຄະນະປະທານ, ສະມາຊິກສະພາ ແລະ ພະນັກງານຂອງ ສະພາທິດສະດີສູນກາງພັກເຂົ້າຮ່ວມ ຈຳນວນ 25 ທ່ານ, ຍິງ 02 ທ່ານ.
ໃນການຈັດກອງປະຊຸມສຳມະນາຄັ້ງນີ້ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ພ້ອມດ້ວຍທີມງານຄະນະ ໄດ້ນຳສະເໜີ ສະພາບລວມ ການຫັນປ່ຽນເປັນທັນສະໄໝດ້ວຍລະບົບດີຈີຕອນ (Digital Transformation) ໃນໂລກ ແລະ ຂອງ ສປປ ລາວ, ຈາກນັ້ນ ທ່ານ ຄໍາຜາຍ ອິນທະຣາ ຫົວໜ້າພະແນກ ໂປຣແກຣມ ແລະ ຂໍ້ມູນຂ່າວສານ ແລະ ຄະນະກໍ່ໄດ້ນໍາສະເໜີ ລະບົບຫ້ອງການທັນສະໄໝ (e-office) ແລະ ລະບົບການບໍລິຫານ/ບໍລິການພາກລັດເຊັ່ນ: ລະບົບໂປຣແກຣມສື່ສານພາກລັດ (G-Chat), ລະບົບແຊ ແລະ ໃຊ້ຂໍ້ມູນຮ່ວມກັນຂອງພາກລັດ (G-Share ແລະ G-Drive), ລະບົບກອງປະຊຸມທາງໄກ (Video Conference) ລົບຈົດໝາຍເອເລັກໂຕຣນິກ (e-Mail), ລະບົບເວັບໄຊພາກລັດ (G-Web Platform) ແລະ ການບໍລິການອື່ນໆ ເພື່ອນຳໃຊ້ໃນການເຊື່ອມໂຍງເຮັດວຽກຮ່ວມກັນຂອງລະບົບຕ່າງໆເຊັ່ນ: ການຈັດການເອກະສານ, ການເກັບຮັກສາ, ການນຳໃຊ້ , ການກະຈາຍຂໍ້ມູນ, ການຕິດຕໍ່ສື່ສານ ລະຫວ່າງຜູ້ຮ່ວມງານແຕ່ລະຄົນໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄຸນນະພາບຫຼາຍຂື້ນ ເຊິ່ງທັງຫມົດແມ່ນແນໃສ່ໃຫ້ແຕ່ລະພາກຫັນເປັນທັນສະໄໝເທື່ອລະກ້າວ
ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ໄດ້ມີການຕັ້ງຄຳຖາມ-ຕອບ ແລກປ່ຽນຄຳຄິດເຫັນ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການນໍາໃຊ້ ແລະ ພັດທະນາ ລະບົບທັນສະໄໝ ດ້ານດີຈິຕອນ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ.
ໃນຕອນທ້າຍ, ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ໄດ້ສະແດງຄວາມເຫັນກ່ຽວກັບ ການພັດທະນາໂຄງລ່າງພື້ນຖານການເຊື່ອມຕໍ່ເຄື່ອຂ່າຍພາຍໃນພາກລັດ ແລະ ການເຊື່ອມໂຍງຂໍ້ມູນຂອງພາກລັດ (Digital Data Government) ທຸກຂະແໜງການ ໃຫ້ລວມສູນ ແລະ ສາມາດນຳໃຊ້ຮ່ວມກັນໄດ້ ເພື່ອເປັນເງື່ອນໄຂອຳນວຍຄວາມສະດວກໃນການຕິດຕໍ່-ພົວພັນວຽກງານ, ແລກປ່ຽນຂໍ້ມູນເຊິ່ງກັນແລະກັນ ແລະ ສາມາດເຂົ້າເຖິງການບໍລິການຕ່າງໆ ຂອງລະບົບບໍລິຫານລັດໄດ້ຢ່າງສະດວກ, ວ່ອງໄວ ແລະ ມີຄວາມປອດໄພ, ແລະ ຈາກນັ້ນ ທ່ານ ນາມ ວິຍາເກດ ກໍ່ໃຫ້ຄໍາເຫັນໂດຍຈະນໍາເອົາເນື້ອໃນຈິດໃຈ ແລະ ແຜນການຫັນເປັນທັນສະໄໝ ຈາກກອງປະຊຸມນີ້ ໄປຄົ້ນຄວ້າ ສະເໜີລັດຖະບານ ເພື່ອຈັດຕັ້ງປະຕິບັດໃຫ້ມີໝາກຜົນ ແລະ ມີຄຸນພະພາບດີຂື້ນເທື່ອລະກ້າວ.

