2020/10/08 ສະຫະພັນກໍາມະບານກະຊວງ ປທສ ຈັດກອງປະຊຸມສຳມະນາ ໃຫ້ສູນກາງສະຫະພັນກໍາມະບານລາວ ກ່ຽວກັບ ລະບົບຫ້ອງການທັນສະໄໝ, ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖຶກຕ້ອງ

08/10/2020

2020/10/08 ສະຫະພັນກໍາມະບານກະຊວງ ປທສ ຈັດກອງປະຊຸມສຳມະນາ ໃຫ້ສູນກາງສະຫະພັນກໍາມະບານລາວ ກ່ຽວກັບ ລະບົບຫ້ອງການທັນສະໄໝ, ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖຶກຕ້ອງ

      ໃນ​ຕ​ອນ​ເຊົ້າ ຂອງ​ວັນ​ທີ 08 ຕຸລາ 2020  ທີ່ຫ້ອງປະຊຸມ ຂອງສູນກາງສະຫະພັນກໍາມະບານລາວ ໄດ້​ມີ​ການ​ຈັດກອງປະຊຸມເຜີຍ​ແຜ່ ແລະ ສຳ​ມະ​ນາໃຫ້​ຄວາມ​ຮູ້​ກ່ຽວ​ກັັບ​ລະບົບຫ້ອງການທັນສະໄໝ, ລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ. ໂດຍການເປັນປະທານຮ່ວມຂອງ ທ່ານ ພົມມາ ເທບພະວົງ ຫົວໜ້າຫ້ອງການ ສູນກາງສະຫະພັນກໍາມະບານລາວ ແລະ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ. ໂດຍມີ ຄະນະກົມ/ທຽບເທົ່າ, ຄະນະພະແນກ ແລະ ວິຊາການ ຂອງສູນກາງສະຫະພັນກໍາມະບານລາວ ເຂົ້າ​ຮ່ວມ​ທັງ​ຫມົດ ຈຳ​ນວນ 77 ທ່ານ ເປັນຍິງ 25 ທ່ານ.

 

      ຈຸດປະສົງໃນການຈັດກອງປະຊຸມສຳມະນາ ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່, ແລກປ່ຽນບົດຮຽນ ແລະ ປະສົບການ ກ່ຽວກັບການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກເປັນຕົ້ນ: ການນຳໃຊ້ລະບົບຫ້ອງການທັນສະໄໝ (e-office), ລະບົບກອງປະຊຸມທາງໄກ (Video Conference), ການຫັນເປັນດີຈິຕອນ (Digital Transformation), ລະບົບໂປຣແກຣມສື່ສານພາກລັດ (G-Chats), ລະບົບແຊ ແລະ ໃຊ້ຂໍ້ມູນຮ່ວມກັນຂອງພາກລັດ (G-Share ແລະ G-Drive), ລົບຈົດໝາຍເອເລັກໂຕຣນິກ (e-Mail), ລະບົບເວັບໄຊລວມຂອງພາກລັດ (G-Web Platform) ແລະ ການບໍລິການອື່ນໆ ຂອງສູນບໍລິຫານລັດດ້ວຍເອເລັກໂຕຣນິກ ເຊິ່ງທັງຫມົດແມ່ນແນໃສ່ໃຫ້ແຕ່ລະພາກຫັນເປັນທັນສະໄໝເທື່ອລະກ້າວ ຊຶ່ງໃນປັດຈຸບັນເຕັກໂນໂລຊີ ແມ່ນໄດ້ມີການພັດທະນາຢ່າງວ່ອງໄວ ແລະ ເປັນກຸນແຈສຳຄັນໃນການຂັບເຄື່ອນເສດຖະກິດຂອງຊາດໃຫ້ມີການພັດທະນາແບບກ້າວກະໂດດ.

      ນອກຈາກນັ້ນຕາງໜ້າຈາກ ໜ່ວຍກຳມະບານ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຍັງໄດ້ນຳສະເໜີ ມາດຕະຖານການນໍາໃຊ້ສື່ສັງຄົມອອນລາຍໃຫ້ຖຶກຕ້ອງ (Facebook Community Standards) ຕາມເງື່ອນໄຂ ແລະ ນະໂຍບາຍຂອງ Facebook ວາງອອກ, ນິຕິກຳການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ເປັນການເຄືອນໄຫວປູກຈິດສຳນຶກໃຫ້ແກ່ພະນັກງານສະມາຊິກກຳມະບານ ມີສະຕິລະມັດລະວັງໃນການບໍລິໂພກຂ່າວສານຢ່າງຖຶກຕ້ອງ ແລະ ຕອບຕ້ານຫາງສຽງບໍ່ດີໃນສື່ສັງຄົມອອນລາຍ.

 

ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດ​ຟົດ​ຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ແລກປ່ຽນຄຳຄິດເຫັນ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການນໍາໃຊ້ ແລະ ພັດທະນາ ລະບົບທັນສະໄໝທີ່ໃຊ້ດີຈິຕອນ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບ.

 

ຂ່າວໂດຍ: ສູນ ສລອ

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ