13/01/2021
ໃນລະຫວ່າງ ວັນທີ 30 ພະຈິກ ຫາ ວັນທີ 23 ທັນວາ 2020, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ພາຍໃຕ້ການຊ່ວຍເຫຼືອຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ ປະຈຳ ສປປ ລາວ (UNDP) ໄດ້ຈັດຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ ໃຫ້ແກ່ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຈຳນວນ 06 ພາກສ່ວນຄື: ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ແລະ ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຮ່ວມເປີດງານ ໂດຍ ຄະນະສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຄະນະກົມຈາກບັນດາກະຊວງດັ່ງກ່າວ ເຊິ່ງມີຜູ້ເຂົ້າຮ່ວມພາກສ່ວນລະ 40 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການນຳໃຊ້ລະບົບ G-Share, G-Drive ໃນການຈັດການບັນດາຂໍ້ມູນດ້ານຕ່າງໆ ທີ່ໃຊ້ເຂົ້າໃນວຽກງານ ໂດຍສະເພາະແມ່ນເອກະສານ ຜ່ານລະບົບ Cloud ຍົກສູງຄວາມສາມາດໃນການໝູນໃຊ້ລະບົບ G-Share, G-Drive ເຂົ້າໃນການປະຕິບັດວຽກງານຢ່າງມີປະສິດທິພາບ, ຫຼຸດຜ່ອນຂັ້ນຕອນການກຳເນີນການ, ປະຢັດເວລາ ແລະ ເອກະສານຊຳ້ຊ້ອນ ໃຫ້ໄດ້ຮັບໝາກຜົນສູງສຸດ.

ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ແນະນຳກ່ຽວກັບ ການສ້າງ, ອັບໂຫຼດ ແລະ ຈັດການຟາຍ(File), ການແບ່ງປັນຂໍ້ມູນໃຫ້ກັບບຸກຄົນອື່ນດ້ວຍຮູບແບບຕ່າງໆ ແລະ ການແກ້ໄຂເອກະສານຮ່ວມກັນ. ນອກນັ້ນ, ຍັງໄດ້ຍົກຕົວຢ່າງການນຳໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເປັນແນວທາງໃນການນຳໄປວາງແຜນ ເຊິ່ງສາມາດປັບເຂົ້າໃນລະບົບການເຮັດວຽກ
ຂອງແຕ່ລະພາກສ່ວນ ເພື່ອການຫັນເປັນທັນສະໄໝ ໃຫ້ແກ່ບັນດານັກສຳມະນາກອນອີກດ້ວຍ.
ພາຍຫຼັງການແນະນຳການຄຸ້ມຄອງ ແລະ ນຳໃຊ້ລະບົບສຳເລັດ ກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນ ຊຶ່ງດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການຄຸ້ມຄອງ, ການນໍາໃຊ້ ແລະ ພັດທະນາ ລະບົບທັນສະໄໝ ທີ່ໜ້າສົນໃຈ ແລະ ເປັນປະໂຫຍດໃນການພັດທະນາ ແລະ ປັບປຸງລະບົບ ໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບ.

ການຝຶກອົບຮົມໄດ້ສິ້ນສຸດລົງ ໃນວັນທີ 23 ທັນວາ 2020 ເວລາ 16:00.

ຂ່າວໂດຍ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ.

