11/02/2021

ໃນວັນທີ 9 ກຸມພາ 2021 ນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມເພື່ອໂຄສະນາຫາສຽງຂອງຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ໂດຍມີບັນດາຜູ້ສະໝັກເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈຳເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນ ມີພະນັກງານຈາກບັນດາກົມ/ທຽບເທົ່າ ກະຊວງ ປທສ ເຂົ້າຮ່ວມຈຳນວນທັງໝົດ 20 ທ່ານ ເຂົ້າຮ່ວມ ເພື່ອຮັບຟັງການໂຄສະນາຫາສຽງດັ່ງກ່າວ, ໃນນີ້ ມີຜູ້ສະໝັກຈາກ ກະຊວງ ປທສ ເຂົ້າຮ່ວມ 1 ທ່ານ ຄື ທ່ານ ພູຂົງ ຈິດຮູບໂລກ, ຄະນະພັກກະຊວງ, ຫົວໜ້າກົມແຜນການແລະການຮ່ວມມື, ຊຶ່ງເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດສູງ ແລະ ມີປະສົບການເຮັດວຽກໃນຂະແໜ່ງ ປທສ ຫຼາຍກວ່າ 30 ປີ.
ໃນກອງປະຊຸມໂຄສະນາດັ່ງກ່າວ ກໍ່ເພື່ອເປັນການເຊີນຊວນ ໃຫ້ປະຊາຊົນຜົນລະເມືອງລາວທຸກທົ່ວໜ້າຜູ້ມີສິດເລືອກຕັ້ງ ຕັ້ງແຕ່ອາຍຸ 18 ປີ ຂື້ນໄປ ແລະ ມີມາດຕະຖານຄົບຖ້ວນ ອອກມາໃຊ້ສິດ ລົງຄະແນນສຽງຕົນເອງ ປ່ອນບັດເລືອກຕັ້ງ ສສຊ ຊຸດ IX ແລະ ສສຂ ຊຸດ II ໃນຂອບເຂດທົ່ວປະເທດ ຈະຈັດຂື້ນພ້ອມກັນໃນວັນທີ 21 ກຸມພາ 2021. ຊຶ່ງໃນຂະແໜງ ປທສ ພວກເຮົາ ກໍ່ໄດ້ສະເໜີຕົວແທນ ລົງສະໝັກເປັນສະມາຊິກສະພາທ້ອງຖິ່ນ ໃນຫຼາຍແຂວງ ເຊັ່ນ:
- ທ່ານ ພູຂົງ ຈິດຮູບໂລກ ລົງສະໝັກໃນເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ
- ທ່ານ ວິໄລ ແກ້ວມະນີໄລ ລົງສະໝັກໃນເຂດເລືອກຕັ້ງ: ເມືອງປະທຸມພອນ ແຂວງ ຈໍາປາສັກ
- ທ່ານ ທະນົງສິດ ເມືອງຈັນ ລົງສະໝັກໃນເຂດເລືອກຕັ້ງທີ 01 ນະຄອນຫຼວງວຽງຈັນ
- ທ່ານ ສົມຄິດ ແສນທະວີ ລົງສະໝັກໃນເຂດເລືອກຕັ້ງ: ເມືອງລະຄອນເພັງ ແຂວງ ສາລາວັນ
- ທ່ານ ນ. ອ່ອນຕາ ບຸດຕະໂຄດ ລົງສະໝັກໃນເຂດເລືອກຕັ້ງ: ເມືອງພີນ ແຂວງ ສະຫວັນນະເຂດ
- ທ່ານ ວົງໄຊ ຄໍາດີ ລົງສະໝັກໃນເຂດເລືອກຕັ້ງທີ 08 ແຂວງຫົວພັນ
- ທ່ານ ຫວາຢ່າ ໝອກພູເຂົາ ລົງສະໝັກໃນເຂດເລືອກຕັ້ງ: ເມືອງໜອງແຮດ ແຂວງ ຊຽງແຂວງ