ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ຕສ ແລະ ບໍລິສັດດາວທຽມລາວ

05/08/2021

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ຕສ ແລະ ບໍລິສັດດາວທຽມລາວ

ໃນຕອນເຊົ້າຂອງວັນທີ 05 ສິງຫາ 2021 ນີ້, ທີ່ບໍລິສັດດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳາກັດ ຂື້ນ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຕສ, ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງ ລັດຖະມົນຕີກະຊວງ ກຕ ແລະ ທ່ານ ຫຽມ ພົມມະຈັນ ປະທານສະພາບໍລິຫານບໍລິສັດດາວທຽມລາວ, ທ່ານ ຕິ່ງ ຢົງບິງ ຜູ້ອຳນວຍການໃຫຍ່ ບໍລິສັດດາວທຽມລາວ ພ້ອມດ້ວຍຄະນະກົມ/ທຽບເທົ່າ ອ້ອມຂ້າງກະຊວງ ຕສ ແລະ ຄະນະອຳນວຍການບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ.

 

      ເປັນກຽດຕາງໜ້າລົງນາມໃນພິທີເຊັນບົດບັນທຶກຄວາມເຂົ້າໃຈຂອງສອງຝ່າຍໃນຄັ້ງນີ້ໂດຍ: ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດດ້ວຍເອເລັກໂຕນິກ ກະຊວງ ຕສ ແລະ ທ່ານ ຕິ່ງ ຢົງບິງ ຜູ້ອຳນວຍການໃຫຍ່ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ເພື່ອຕົກລົງຮ່ວມມືກັນ ຄົ້ນຄວ້າພັດທະນາລະບົບບໍລິການລັດແບບດິຈິຕອນ ແລະ ສຶກສາການບໍລິການສູນຂໍ້ມູນຂ່າວສານ (Cloud Data Center) ໃຫ້ຮອງຮັບການບໍລິການຕ່າງໆ ຂອງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ, ການສໍາຮອງຖານຂໍ້ມູນ ໂດຍນໍາໃຊ້ລະບົບ Cloud ແລະ ສຶກສາຄວາມອາດສາມາດ ດ້ານການພັດທະນາລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ. ຊຶ່ງທາງບໍລິສັດ ດາວທຽມລາວ ຍິນດີໃຫ້ຄວາມຮ່ວມມືດ້ານລະບົບຄວາມປອດໄພທາງດ້ານຖານຂໍ້ມູນ, ແລກປ່ຽນຂໍ້ມູນ, ການພັດທະນາບຸກຄະລາກອນດ້ານ ໄອຊີທີ(ICT) ແລະ ອື່ນໆ ເພື່ອປະກອບສ່ວນຍົກລະດັບການພັດທະນາ ການຫັນເປັນດິຈິຕອນຂອງ ສປປ ລາວ ໃຫ້ສອດຄ່ອງກັບແຜນພັດທະນາລະບົບບໍລິຫານ ແລະ ບໍລິການລັດດ້ວຍເອເລັກໂຕຣນິກ ຂອງລັດຖະບານໃນປັດຈຸບັນ.

         ຂ່າວ: ສູນບໍລິຫານລັດດ້ວຍເອເລັກໂຕຣນິກ.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ