2021/08/26 ພິທີເປີດຂະບວນການຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງຮາກຖານ ກຳມະບານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ປະຈຳປີ 2021.

26/08/2021

2021/08/26 ພິທີເປີດຂະບວນການຂໍ້ແຂ່ງຂັນ 05 ເປັນເຈົ້າ  ຂອງຮາກຖານ ກຳມະບານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ປະຈຳປີ 2021.

    ໃນຕອນບ່າຍຂອງວັນທີ 26 ສິງຫາ 2021 ຮາກຖານກຳມະບານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ (ສລອ) ໄດ້ຈັດກອງປະຊຸມ ເປີດບັ້ນຂະບວນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງຮາກຖານ ກຳມະບານ ສລອ ປະຈຳປີ 2021, ທີ່ ຕຶກ F ຂອງສະຖາບັນເຕັກໂນໂລຊີການສື່ສານຂ່າວສານ, ກະຊວງ ຕສ, ພ້ອມທັງ ໃຫ້ຜູ້ເຂົ້າຮ່ວມສາມາດ ເຂົ້າມາຕິດຕາມກອງປະຊຸມດັ່ງກ່າວ ທາງ Online ຜ່ານລະບົບ Video Conference. ໂດຍການ ເປັນປະທານຮ່ວມ ຂອງ ສະຫາຍ ຄໍາໄມ ແພງວົງສາ ຮອງປະທານ, ປະທານກວດກາ, ຫົວໜ້າຊີ້ນໍາວຽກຂະບວນການ 05 ເປັນເຈົ້າ ສະພັນກໍາມະບານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ,  ສະຫາຍ ປອ ທະວີສັກ ມະໂນທັມ ເລຂາໜ່ວຍພັກ ສລອ ແລະ ສະຫາຍ ພູຊະນະ  ສິລິວົງ  ປະທານຮາກຖານກຳມະບານ ສລອ. ໂດຍມີຜູ້ເຂົ້າຮ່ວມ ຈາກກຳມະບານຮາກຖານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ແຂກ ອ້ອມຂ້າງກະຊວງ  ຕສ ຈຳນວນ 30 ທ່ານ ແລະ ຜູ້ເຂົ້າຮ່ວມຮັບຊົມ ແບບ Online 15 ທ່ານ (ບັນຊີລາຍຊື່) ຈາກພາຍໃນສູນ ແລະ ບັນດາກົມ ລວມທັງໝົດ 45 ທ່ານ. ເຊີ່ງມີເນື້ອໃນ ແລະ ລາຍລະອຽດດັ່ງລຸ່ມນີ້:

    ກອງປະຊຸມໄດ້ ລາຍງານສະພາບລວມຂອງ ຮາກຖານກຳມະບານ ສູນບໍລິຫານລັດດ້ວຍເອເລັກໂຕຣນິກ ປະກອບມີ ມີສະມາຊິກ ທັງໝົດ 38 ສະຫາຍ, ຍິງ 15 ສະຫາຍ. ໃນນັ້ນມີຄະນະສະຫະພັນກໍາມະບານກະຊວງ ຕສ 01 ສະຫາຍ, ມີຄະນະບໍລິຫານງານ ຮາກຖານ 03 ທ່ານ, ມີ 02 ໜ່ວຍ ເຊີ່ງແຕ່ລະໜ່ວຍປະກອບມີ 02 ຈຸ.

 

   

      ຈຸດປະສົງຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ກໍ່ເພື່ອເສີມຂະຫຍາຍກຳລັງແຮງ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີສະຕິຕື່ນຕົວ, ເປັນເຈົ້າການ ໃນການພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດ ແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍຜ່ານຂະບວນການແຂ່ງຂັນ 05 ເປັນເຈົ້າ ຂອງສະຫະພັນກຳມະບານລາວ ແລະ ເພື່ອເຮັດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານກຳໄດ້ເນື້ອໃນ, ມາດຖານ, ບາດກ້າວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ແນໃສ່ສ້າງຄວາມເປັນເອກະພາບ ໃນການນຳພາ-ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງສະຫະພັນກຳມະບານ ຕິດພັນກັບການຊຸກຍູ້ສົ່ງເສີມການປະຕິບັດວຽກວິຊາສະເພາະ.

 

    ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ເຮັດໃຫ້ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຕິດພັນກັບການປະຕິບັດວຽກງານວິຊາສະເພາະ, ການພັດທະນາອົງການຈັດຕັ້ງ, ຫົວໜ່ວຍແຮງງານ ໃຫ້ເປັນຂະບວນການຟົດຟື້ນ, ເລິກເຊິ່ງ, ກວ້າງຂວາງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ; ຖືເອົາຂະບວນການແຂ່ງຂັນ 05 ເປັນເຈົ້າ ເປັນບັ້ນດຳເນີນຊີວິດການເມືອງ ເພື່ອປັບປຸງ, ປົວແປງການຈັດຕັ້ງ ກ່ອນການດຳເນີນກອງປະຊຸມໃຫຍ່ ສະຫະພັນກຳມະບານລາວແຕ່ລະຂັ້ນ; ຜ່ານຂະບວນການແຂ່ງຂັນ 05 ເປັນເຈົ້າ ເຮັດໃຫ້ການຈັດຕັ້ງທຸກຂັ້ນ ເຕີບໃຫຍ່ເຂັ້ມແຂງ, ສະມາຊິກກຳມະບານມີຄວາມເປັນເຈົ້າຕົນເອງ. ສາມາດແກ້ໄຂໄດ້ແນວຄິດເອື່ອຍອີງ, ລໍຖ້າ ແລະ ປະກົດການຫຍໍ້ທໍ້ດ້ານຕ່າງໆ ໃຫ້ຫຼຸດໜ້ອຍຖອຍລົງ, ຄຽງຄູ່ກັນນັ້ນ ສາມາດຊອກເຫັນສະມາຊິກກຳມະບານດີເດັ່ນ, ສ້າງໄດ້ພະນັກງານຫຼັກແຫຼ່ງສຶບທອດປ່ຽນແທນຢູ່ໃນແຕ່ລະຂັ້ນຫຼາຍຂື້ນ.

 

    ທ່ານ ນ ນ້ອຍມີນາ ຄໍາມະວົງ ຮອງປະທານ ຮາກຖານ ກມບ ສລອ ໄດ້ຜ່ານແຜນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 05 ເປັນເຈົ້າ ເຂິ່ງຕັ້ງຄາດໝາຍສູ້ຊົນໃຫ້ໄດ້ 85% ຂື່ນໄປ. ຈາກນັ້ນປະທານຮາກຖານກຳມະບານ ສລອ ກໍ່ໄດ້ກ່າວເປີດບັ້ນແຂ່ງຂັນ 05 ເປັນເຈົ້າ ຢ່າງເປັນທາງການ. ຫຼັງຈາກນັ້ນ, ສະຫາຍ ຄໍາໄມ ແພງວົງສາ ແລະ ສະຫາຍ ປອ ທະວີສັກ ມະໂນທັມ ກໍ່ໄດ້ ປະກອບຄຳຄິດຄຳເຫັນ ແລະ ໂອ້ລົມໃຫ້ທິດຊີ້ນຳ ໂດຍໄດ້ໃຫ້ ຄຳຍ້ອງຍໍ ຊົມເຊີຍ ກ່ຽວກັບ ການປະຕິບັດວຽກງານ ບໍລິຫານລັດດ້ວຍເອເລັກໂຕຣນິກ ກໍ່ຄື ລະບົບບໍລິການຕ່າງໆ ຂອງສູນບໍລິຫານລັດດ້ວຍເອເລັກໂຕຣນິກ ທີ່ມີຄວາມສຳຄັນ ແລະ ມີຜົນງານພົ້ນເດັ່ນ. ແລະ ໄດ້ກ່າວເຖີງ ການຮຽນຮູ້, ຝຶກຟົນ ຫຼໍ່ຫຼອມຕົນເອງ ແລະ ປະຕິບັດລະບຽບວິໃນ ແລະ ປະຕິບັດວຽກງານວິຊາສະເພາະ ຂອງສະມາຊິກກຳມະບານ ສລອ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານ ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ COVID19 ແມ່ນເຮັດໄດ້ດີ ແລະ ຊ່ວຍສັງຄົມໄດ້ຫລາຍ.

 ມາຮອດເວລາ 16:00 ກອງປະຊຸມ ໄດ້ສຳເລັດ ແລະ ກໍ່ໄດ້ກ່າວປິດກອງປະຊຸມ;

 

 

 

 

 

 

ຂ່າວໂດຍ: ທ.ຊ່ອງດາວ  ພົມມະຈັນ.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ