ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap ໃນວັນທີ 28-29 ກໍລະກົດ 2022 ທີ່ແຂວງຈໍາປາສັກ

02/08/2022

ກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA)   ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap ໃນວັນທີ 28-29 ກໍລະກົດ 2022 ທີ່ແຂວງຈໍາປາສັກ

ໃນວັນທີ 28-29 ກໍລະກົດ 2022, ທີ່ ຫ້ອງປະຊຸມ ສະໂມສອນ ຫ້ອງວ່າການແຂວງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫຼວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາ Roadmap, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ທອງຄູນ ເຮືອງວົງສາ ຮອງຫົວໜ້າ ຫ້ອງວ່າການແຂວງຈຳປາສັກ, ໂດຍມີແຂກເຂົ້າຮ່ວມຈາກ ຫ້ອງວ່າການແຂວງ 6 ແຂວງ (ພາກກາງ ແລະ ພາກໃຕ້), ຈາກ 19 ພະແນກການອ້ອມຂ້າງ ແລະ 10 ຫ້ອງວ່າການເມືອງ ຂອງແຂວງ ຈໍາປາສັກ, ຄະນະຮັບຜິດຊອບຈາກສູນບໍລິຫານລັດດິຈິຕອນ ແລະ ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ UNDP ເຂົ້າຮ່ວມທັງໝົດ ຈຳນວນ 90 ທ່ານ.

ດັ່ງທີ່ພວກເຮົາຮູ້ກັນດີແລ້ວວ່າການຫັນເປັນທັນສະໄໝ ແມ່ນວຽກງານໜຶ່ງທີ່ພັກ ແລະ ລັດຖະບານໃຫ້ຄວາມສຳຄັນ ເຊີ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ. ຊຶ່ງການຫັນເປັນທັນສະໄໝ ທາງດ້ານດິຈິຕອນ ກໍ່ແມ່ນການນຳໃຊ້ ICT ເຂົ້າເປັນກົນໄກສຳຄັນ ໃນການຂັບເຄື່ອນການປະຕິຮູບຂະບວນການບໍລິຫານລັດ, ການຜະລິດ, ການດຳເນີນທຸລະກິດ, ການຄ້າ, ການບໍລິການ, ການສຶກສາ, ສາທາລະນະສຸກ, ລວມທັງກິດຈະກໍາທາງເສດຖະກິດ ແລະ ສັງຄົມອື່ນໆ.

ສູນບໍລິຫານລັດດິຈິຕອນ ຫຼື Digital Government Center (DGC), ຂອງພວກເຮົາເປັນຫົວໜ່ວຍວິຊາການໜຶ່ງທຽບເທົ່າກັບກົມ, ສັງກັດໃນໂຄງປະກອບການຈັດຕັ້ງຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພາລະບົດບາດໃນການເປັນເສນາທິການໃຫ້ແກ່ ກະຊວງ ຕສ ດ້ານວຽກງານການບໍລິຫານລັດດິຈິຕອນ. ເຊິ່ງມີໜ້າທີ່ຮັບຜິດຊອບຫຼັກໃນການຄົ້ນຄ້ວາ ພັດທະນາ ແລະ ບໍລິການບັນດາລະບົບບໍລິຫານລັດດິຈິຕອນຕ່າງໆ ເພື່ອຮັບໃຊ້ພາກລັດ ແລະ ສັງຄົມ ເຊັ່ນ: ລະບົບກອງປະຊມທາງໄກ (Video Conference), ລະບົບຫ້ອງການລັດທັນສະໄໝ     (e-Office) ແລະ ລະບົບສື່ສານພາກລັດ (G-Chat), ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ(G-Share/G-Drive) ແລະ ລະບົບເວັບໄຊຂອງພາກລັດ (G-Web) ເຊິ່ງບັນດາລະບົບຕ່າງໆ ໄດ້ກາຍເປັນເຄື່ອງມືທີ່ສຳຄັນ ໃນການຕິດຕໍ່ສື່ສານ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການຈັດກອງປະຊຸມ ຂອງອົງການຈັດຕັ້ງພັກ-ລັດ ທັງພາຍໃນ ແລະ ສາກົນ, ແລະ ກາຍເປັນສ່ວນໜຶ່ງຂອງສັງຄົມ (New Normal) ໃນປະຈຸບັນ. ເຖິງຢ່າງໃດກໍ່ຕາມ, ການພັດທະນາຫັນເປັນລັດຖະບານທັນສະໄໝ ຂອງ ສປປ ລາວ ຍັງເຫັນວ່າຊ້າ ເມື່ອທຽບກັບບັນດາປະເທດພາກພື້ນ ແລະ ສາກົນ ເຊິ່ງສ່ວນໜຶ່ງ ແມ່ນຍ້ອນວ່າເຮົາຍັງບໍ່ມີແຜນແມ່ບົດແຫ່ງຊາດ ວ່າດ້ວຍ ລັດຖະບານດິຈິຕອນ (Digital Government Master Plan), ແລະ ຍັງບໍ່ມີມາດຕະຖານລວມ ໃນການພັດທະນາລະບົບບໍລິຫານລັດດິຈິຕອນ ເຮັດໃຫ້ມີການພັດທະນາຊ້ຳຊ້ອນ ແລະ ສິ້ນເປືອງງົບປະມານ.

ເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ສະເໜີຮ່ວມມືກັບ UNDP ເພື່ອສ້າງໂຄງການສະໜັບສະໜູນການຫັນເປັນລັດຖະບານທັນສະໄໝ(Digital Government Transformation Project), ກິດຈະກຳຫຼັກຂອງໂຄງການຈະລວມມີການສ້າງແຜນແມ່ບົດການພັດທະນາລັດຖະບານດິຈິຕອນ, ສ້າງມາດຕະຖານຂອງລັດຖະບານດິຈິຕອນ, ແລະ ໂຄງການນຳລ້ອງ(Pilot project) ຂອງການຫັນການບໍລິການພາກລັດເປັນດິຈິຕອນ. ເຊິ່ງທັງໝົດເຫຼົ່ານີ້ ຈະກາຍເປັນເຄື່ອງມືທີ່ສຳຄັນ ແລະ ຈຳເປັນໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ໃນການຫັນການບໍລິຫານ ແລະ ບໍລິການໃນຂະ  ແໜງການຂອງຕົນເອງໃຫ້ເປັນດິຈິຕອນ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ໃນກອງປະຊຸມ, ທ່ານ ນ. ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ໄດ້ນໍາສະເໜີເຖີງພາບລວມຂອງໂຄງການໃນໄລຍະຜ່ານມາ ແລະ ຈຸດປະສົງຂອງການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ ແລະ ຜົນຂອງການສໍາຫຼວດປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA), ໃນໄລຍະຜ່ານມາບັນຫາຂະແໜງການຕ່າງໆ ແມ່ນມີຄວາມເອົາໃຈໃສ່ຕໍ່ກັບວຽກງານການຫັນການບໍລິຫານ ແລະ ບໍລິການຂອງຕົນເອງໃຫ້ເປັນທັນສະໄໝ. ຫລັງຈາກນັ້ນກໍ່ໄດ້ນໍາສະເໜີໃຫ້ຮູ້ກ່ຽວກັບ ຮ່າງແຜນພັດທະນາລັດຖະບານດິຈິຕອນ (Digital Government Master Plan) ແລະ ການສໍາພາດເກັບກໍາຂໍ້ມູນ ເພື່ອປະກອບໃສ່ ຮ່າງແຜນພັດທະນາດັ່ງກ່າວ.

ກອງປະຊຸມໄດ້ມີການປະກອບຄຳຄິດຄຳເຫັນຢ່າງຄຶກຄື້ນຈາກບັນດາຜູ້ເຂົ້າຮ່ວມ ໂດຍສະເພາະຕໍ່ກັບວຽກງານການພັດທະນາລັດຖະບານດິຈິຕອນ, ການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (Digital Maturity Assessment (DMA)) ແລະ ສຳຫຼວດເກັບກຳຂໍ້ມູນ ເພື່ອຮ່າງແຜນພັດທະນາລັດຖະບານດິຈິຕອນ (Digital Government Master Plan).

 

ກອງປະຊຸມໄດ້ປິດລົງໃນຕອນບ່າຍຂອງ ວັນທີ 29 ກໍລະກົດ 2022.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ