12/08/2022

ໃນລະຫວ່າງວັນທີ 9-10 ສິງຫາ 2022, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການ UNDP ປະຈຳລາວ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການປະເມີນຄວາມພ້ອມໃນການຫັນເປັນດິຈິຕອນ (DMA) ແລະ ສໍາຫລວດເກັບກໍາຂໍ້ມູນເພື່ອຮ່າງແຜນພັດທະນາລັດຖະບານດິຈິຕອນ ຢູ່ແຂວງຫຼວງນໍ້າທາ, ຊຶ່ງຈັດຂຶ້ນທີ່ສະໂມສອນແຂວງ ແລະ ຫໍວັດທະນາທຳຫລວງ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູນແກ້ວ ເຫລົາອິນ, ກໍາມະການພັກແຂວງ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫລວງນໍ້າທາ ແລະ ທ່ານ ປອ. ສົມໄພວັນ ແສງສຸຣິຍະ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກະຊວງ ຕສ, ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການແຂວງ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຈາກ 6 ແຂວງ ຄື ແຂວງຜົ້ງສາລີ, ແຂວງຫລວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງໄຊຍະບູລີ ແລະ ແຂວງຫລວງນໍ້າທາ, ສຳລັບແຂວງຫຼວງນໍ້າທາ ມີບັນດາພະແນກການອ້ອມຂ້າງ ແລະ ຫ້ອງການ ເຕັກໂນໂລຊີ ແລະ ການສື່ສານ 5 ເມືອງ. ລວມທັງໝົດ 120 ທ່ານ, ຍິງ 28 ທ່ານ.
ກອງປະຊູມ ທ່ານ ປອ. ສົມໄພວັນ ແສງສຸຣິຍະ ໄດ້ຍົກໃຫ້ເຫັນວ່າ ໂລກປະຈຸບັນ ແມ່ນກ້າວເຂົ້າສູ່ຍຸກດິຈິຕອນ ທີ່ມີການພັດທະນາດ້ານເຕັກໂນໂລຊີທັນສະໄໝຢ່າງວ່ອງໄວ ແລະ ກ້າວກະໂດດແບບບໍ່ເຄີຍມີມາກ່ອນ, ເຮັດໃຫ້ມີການຫັນປ່ຽນໃນຫຼາຍໆດ້ານ ເປັນຕົ້ນ: ປ່ຽນໂຄງສ້າງທາງເສດຖະກິດ, ຂະບວນການຜະລິດ (ຈາກກະສິກຳແບບພື້ນຖານດັ່ງເດີມ ມາເປັນການນຳໃຊ້ເຄື່ອງຈັກທັນສະໄໝ), ການຄ້າ (ຈາກຂາຍຢູ່ຕະຫຼາດ ມາເປັນການຊື້ຂາຍອອນລາຍ), ການບໍລິການ ແລະ ຂະບວນການທາງສັງຄົມອື່ນໆ, ຊຶ່ງໄດ້ສ້າງຜົນປະໂຫຍດອັນມະຫາສານ ໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນ. ການແຜ່ລະບາດຂອງພະຍາດ Covid-19 ໃນໄລຍະ 2 ກວ່າປີ ຜ່ານມາ ກໍ່ເປັນຕົວເລັ່ງໜຶ່ງໃນການພັດທະນາ ແລະ ນໍາໃຊ້ ເຕັກໂນໂລຊີດິຈິຕອນຫຼາຍຂຶ້ນ, ຍິ່ງເຮັດໃຫ້ທຸກຂະແໜງການຕ້ອງໄດ້ປັບໂຕຢ່າງວ່ອງໄວ, ຫັນປ່ຽນວິຖີ່ການດຳລົງຊີວິດແບບໃໝ (New normal) ເປັນຕົ້ນ: ແບບແຜນວິທີການເຮັດວຽກ (work from home), ການປະຊຸມທາງໄກ, ການຮຽນການສອນທາງໄກ (ຜ່ານທາງ online), ການຄ້າຂາຍ online ແລະ ອຶ່ນໆ
ກອງປະຊຸມແມ່ນໄດ້ຍົກໃຫ້ເຫັນເຖິງ ສະພາບການພັດທະນາລັດຖະບານດິຈິຕອນ ຂອງ ສປປລາວ ວ່າມີການພັດທະນາແນວໃດ, ແຜນຍຸດທະສາດ, ນະໂຍບາຍ ແລະ ນິຕິກຳມີຫຍັງແດ່, ມີຄວາມພ້ອມດ້ານຕ່າງໆຄືແນວໃດ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນ ແລະ ເປັນບ່ອນອີງ ໃນການສຶກສາແນວທາງ ສ້າງແຜນແມ່ບົດພັດທະນາລັດຖະບານດິຈິຕອນ (Digital Government Master Plan) ແລະ ສ້າງເປັນມາດຕະຖານລວມ ໃນການພັດທະນາ ແລະ ສົ່ງເສີມການຫັນເປັນລັດຖະບານດິຈິຕອນ ໃນ ສປປ ລາວ ໃຫ້ສົມບູນຍິ່ງຂຶ້ນ ແລະ ເພື່ອໃຫ້ທຸກພາກສ່ວນ ພັດທະນາໄປໃນທາງດຽວກັນ ທັງສູນກາງ ແລະ ທ້ອງຖິ່ນ.
ພ້ອມນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ແລະ ຝົດຝື້ນ ຊຶ່ງເປັນປະໂຫຍດ ໃນການປະກອບເຂົ້າໃນການສຶກສາ ວາງແນວທາງ ການຫັນເປັນທັນສະໄໝ ກໍ່ຄືການພັດທະນາ ແລະ ສົ່ງເສີມການຫັນເປັນລັດຖະບານດິຈິຕອນ ຂອງ ສປປ ລາວ ໃຫ້ໄປຕາມທິດດຽວກັນທົ່ວປະເທດ, ສາມາດເຊື່ອມຕໍ່ກັນໄດ້ ແລະ ຫຼີກເວັ້ນການລົງທຶນຊ້ຳຊ້ອນ.
ຂ່າວໂດຍ: ສລດ