19/08/2022

ໃນຕອນເຊົ້າວັນທີ 18 ສິງຫາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ (G-Share, G-Drive) ໃຫ້ແກ່ ສູນກາງສະຫະພັນແມ່ຍິງລາວ ພາຍໃຕ້ການເປັນປະທານຂອງທ່ານ ນ.ວິໄລວັນ ດີລະພັນ ຫົວໜ້າຫ້ອງການສູນກາງສະຫະພັນແມ່ຍິງລາວ ແລະ ມີຜູ້ເຂົ້າຮ່ວມຈາກ 08 ກົມ/ທຽບເທົ່າ, ຈຳນວນທັ້ງໝົດ 34 ທ່ານ ແລະ ມີຄະນະຄູຝຶກຈາກ ສູນບໍລິຫານລັດດິຈິຕອນເຂົ້າຮ່ວມຈໍານນວນ 04 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການນຳໃຊ້ລະບົບ G-Share, G-Drive ໃນການຈັດການບັນດາຂໍ້ມູນ ເອກະສານດ້ານຕ່າງໆ ທີ່ໃຊ້ເຂົ້າໃນວຽກງານຕົວຈິງ ໂດຍສະເພາະແມ່ນເອກະສານຜ່ານລະບົບ Cloud ຍົກສູງຄວາມສາມາດ ໃນການໝູນໃຊ້ລະບົບ G-Share, G-Drive ເຂົ້າໃນການປະຕິບັດວຽກງານໃຫ້ມີປະສິດທິພາບ ສູງຂື້ນກວ່າເກົ່າ, ຫຼຸດຜ່ອນການໃຊ້ເຈ້ຍ, ຂັ້ນຕອນການກຳເນີນການ, ປະຢັດເວລາ ແລະ ເອກະສານຊຳ້ຊ້ອນ ໃຫ້ໄດ້ຮັບໝາກຜົນສູງສຸດ.
ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ແນະນຳກ່ຽວກັບ ສະພາບຄວາມພ້ອມ ທາງດ້ານພື້ນຖານໂຄງລ່າງລະບົບຂອງລັດຖະບານດິຈິຕອນ, ແຜນການ ທິດທາງໃນການຫັນເປັນທັນສະໄໝ ຂອງລັດຖະບານໂດຍລວມ ພ້ອມດຽວກັນນັ້ນກໍ່ໄດ້ລົງເລິກ ແນະນໍາການສ້າງ, ອັບໂຫຼດ ແລະ ຈັດການຟາຍ (File), ການແບ່ງປັນຂໍ້ມູນໃຫ້ກັບບຸກຄົນອື່ນ, ການແບ່ງປັບຂໍ້ມູນໃຫ້ກັບອົງກອນ ດ້ວຍຮູບແບບຕ່າງໆ ແລະ ການແກ້ໄຂເອກະສານຮ່ວມກັນ, ນອກນັ້ນ ຍັງໄດ້ຍົກຕົວຢ່າງການນຳໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເປັນແນວທາງໃນການນຳໄປ ໃຊ້ເຂົ້າວຽກງານຕົວຈິງ ຂອງແຕ່ລະກົມ/ທຽບເທົ່າ ແຕ່ລະທ່ານ ເຊິ່ງສາມາດປັບເຂົ້າໃນລະບົບ ການເຮັດວຽກຂອງແຕ່ລະພາກສ່ວນ ເພື່ອການຫັນເປັນທັນສະໄໝ ໃຫ້ແກ່ບັນດານັກສຳມະນາກອນເທື່ອລະກ້າວອີກດ້ວຍ.
ພາຍຫຼັງການແນະນຳການຄຸ້ມຄອງ ແລະ ນຳໃຊ້ລະບົບສຳເລັດ ກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນ ຊຶ່ງດໍາເນີນໄປດ້ວຍບັນຍາກາດຟົດຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການນໍາໃຊ້ ແລະ ພັດທະນາ ລະບົບ G-Share/G-Drive ຂອງພາກລັດ ທີ່ໜ້າສົນໃຈ ແລະ ເປັນປະໂຫຍດໃນການພັດທະນາ, ການຄຸ້ມຄອງ ແລະ ປັບປຸງລະບົບ ໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບສູງຂື້ນ.
ການຝຶກອົບຮົມໄດ້ສິ້ນສຸດລົງ ໃນມື້ດຽວກັນ 18 ສິງຫາ 2022 ໃນເວລາ 12:00.
ຂ່າວໂດຍ:ຊ່ອງດາວ ພົມມະຈັນ