ກອງປະຊຸມສະຫຼຸບຜົນສຳເລັດ ຂອງການຄົ້ນຄວ້າ ໃນການສ້າງນະໂຍບາຍ ພັດທະນາລະບົບບໍລິຫານລັດດິຈິຕອນ ໃນ ສປປ ລາວ, ຄັ້ງວັນທີ 24 ສິງຫາ 2022 ທີ່ ໂຮງແຮມຄລາວພລາຊາ (Crowne Plaza), ນະຄອນຫລວງວຽງຈັນ.

24/08/2022

ກອງປະຊຸມສະຫຼຸບຜົນສຳເລັດ ຂອງການຄົ້ນຄວ້າ ໃນການສ້າງນະໂຍບາຍ ພັດທະນາລະບົບບໍລິຫານລັດດິຈິຕອນ ໃນ ສປປ ລາວ, ຄັ້ງວັນທີ 24 ສິງຫາ 2022 ທີ່ ໂຮງແຮມຄລາວພລາຊາ (Crowne Plaza), ນະຄອນຫລວງວຽງຈັນ.

   ໃນຕອນເຊົ້າ ຂອງວັນທີ 24 ສິງຫາ 2022 ທີ່ ໂຮງແຮມ ຄລາວພລາຊາ, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ສະຖາບັນການພັດທະນາ ຂອງ ສ.ເກົາຫຼີ ຫຼື Korea Development Institute (KDI) ຈັດກອງປະຊຸມສະຫຼຸບຜົນສຳເລັດ ຂອງການຄົ້ນຄວ້າ ໃນການສ້າງນະໂຍບາຍ ພັດທະນາລະບົບບໍລິຫານລັດດິຈິຕອນ ຢູ່ ສປປ ລາວ ພາຍໃຕ້ໂຄງການແລກປ່ຽນຄວາມຮູ້ “Knowledge Sharing Program” (KSP) ຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ Yang-Ho-Ahn (ຢັງໂຮອານ) ທີ່ປຶກສາອາວຸໂສ KDI, ອະດີດຮອງລັດຖະມົນຕີກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມຈາກກະຊວງ/ອົງການທຽບເທົ່າ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ ຈຳນວນ 50 ທ່ານ.

     ໃນກອງປະຊຸມດັ່ງກ່າວ, ທ່ານ ປອ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ລາຍງານພາບລວມ ໃນການຈັດຕັ້ງປະຕິບັດໂຄງການແລກປ່ຽນຄວາມຮູ້ ຫຼື Knowledge Sharing Program (KSP) ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສ.ເກົາຫຼີ ສົກປີ 2021-2022. ຊຶ່ງໂຄງການ KSP ນີ້ ແມ່ນໂຄງການຮ່ວມມືໜຶ່ງ ທີ່ມີຄວາມສຳຄັນຫຼາຍ ໃນການສຶກສາຄົ້ນຄວ້າ ບັນດານະໂຍບາຍ ແລະ ນິຕິກຳ ທີ່ຈຳເປັນ ຊ່ວຍໃຫ້ພວກເຮົາສາມາດປະເມີນໄດ້ ວຽກງານການບໍລິຫານ ແລະ ບໍລິການລັດ ຢູ່ ສປປ ລາວ, ເຫັນໄດ້ ບັນດາສິ່ງທ້າທາຍ ແລະ ສິ່ງທີ່ຍັງຄົງຄ້າງ ເພື່ອຊຸກຍູ້-ສົ່ງເສີມ ການຫັນເປັນທັນສະໄໝ ດ້ານດິຈິຕອນ ໂດຍສະເພາະການຫັນເປັນລັດຖະບານດິຈິຕອນ  ໃຫ້ມີການພັດທະນາໄວຂຶ້ນ. ຊຶ່ງກອງປະຊຸມໃນມື້ນີ້ ແມ່ນການສະຫຼຸບຜົນສຳເລັດ ຂອງໂຄງການ ແລະ ບົດລາຍງານສະບັບສຸດທ້າຍ ພ້ອມກັນນີ້, ຍັງຈະໄດ້ມີການເຜີຍແຜ່ບົດລາຍງານດັ່ງກ່າວ ແລະ ນຳໃຊ້ເປັນບ່ອນອີງ ເພື່ອສ້າງເປັນໂຄງການ ໂດຍນໍາໃຊ້ງົບປະມານຂອງລັດ ແລະ ຂໍທຶນຊ່ວຍເຫຼືອ ODA ເພື່ອພັດທະນາ Digital Government ຕໍ່ໄປ.

    ໃນກອງປະຊຸມ ທາງຊ່ຽວຊານຈາກ KDI ສ.ເກົາຫຼີ ກໍ່ໄດ້ສະຫຼຸບຜົນສຳເລັດ ບົດຄົ້ນຄວ້າຂອງໂຄງການ ຊື່ງປະກອບມີ 3 ໜ້າວຽກຫຼັກຄື: 1) ສັງລວມສະພາບການພັດທະນາລັດຖະບານດິຈິຕອນ ຫຼືວ່າ e-government ຂອງ ສປປລາວ ວ່າມີການພັດທະນາແນວໃດ, ແຜນພັດທະນາມີຫຍັງແດ່ ເພື່ອເປັນຂໍ້ມູນພື້ນຖານອັນສຳຄັນ ໃນການສຶກສາແນວທາງ ໃນການສ້າງແຜນຍຸດທະສາດພັດທະນາລັດຖະບານດິຈິຕອນ ຂອງ ສປປລາວ ເຮົາ; 2) ສຶກສາບັນດານະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງມີຫຍັງແດ່ ແລະ ຄວນປັບປຸງ ຫຼືສ້າງໃໝ່ ອັນທີ່ຈຳເປັນຄືແນວໃດ ເພື່ອຫັນເປັນລັດຖະບານດິຈິຕອນໄດ້ຢ່າງມີປະສິດທິພາບ ແລະ ຮັບປະກັນຄວາມປອດໄພ; ແລະ  3) ຈະເວົ້າເຖິງການສ້າງທັກສະ ຫຼື ການພັດທະນາບຸກຄະລາກອນ ເພື່ອຮອງຮັບການພັດທະນາວຽກງານຫັນເປັນລັດຖະບານດິຈິຕອນ.

       ຫຼັງຈາກນັ້ນ, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍ່ໄດ້ປະກອບຄຳເຫັນ ຕໍ່ວຽກງານການສ້າງນະໂຍບາຍ ເພື່ອຮອງຮັບການພັດທະນາວຽກງານການຫັນເປັນທັນສະໄໝ ຢ່າງຝົດຝື້ນ, ກົງໄປກົງມາ ແລະ ເປັນປະໂຫຍດ ເພື່ອລະດົມແນວຄວາມຄິດ ໃນການພັດທະນາວຽກງານດັ່ງກ່າວ ໃຫ້ສົມບູນ ແລະ ມີປະສິດທິພາບສູງຂຶ້ນ.

ຂ່າວໂດຍ: ສລດ

 

ລົງທະບຽນປະຊຸມ
ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ