ການຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share, G-Drive) ໃຫ້ ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງວັນທີ 17 ສິງຫາ 2022.

17/08/2022

ການຝຶກອົບຮົມການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ  (G-Share, G-Drive) ໃຫ້ ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຄັ້ງວັນທີ 17  ສິງຫາ 2022.

     ໃນວັນທີ 17 ສິງຫາ 2022, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມການຕິດຕັ້ງ, ນຳໃຊ້ລະບົບການຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນ (G-Share, G-Drive)  ໃຫ້ແກ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ພາຍໃຕ້ການເປັນປະທານຂອງທ່ານ ທ່ານ ອະດິສັກ     ພົມປີດາ ຫົວໜ້າຫ້ອງການ, ອົງການກວດກາແຫ່ງລັດ,   ແລະ ມີຜູ້ເຂົ້າຮ່ວມ 08 ກົມ/ທຽບເທົ່າ, ຈຳນວນທັ້ງໝົດ 34 ທ່ານ ແລະ ມີຄະນະຄູຝຶກຈາກ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ. ຈໍານນວນ 03 ທ່ານ.

          
      ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງ​ນີ້ ເພື່ອ​ຍົກ​ລ​ະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ ​ໃນການນຳໃຊ້ລະບົບ G-Share, G-Drive ໃນການຈັດການບັນດາຂໍ້ມູນ ເອກະສານດ້ານຕ່າງໆ ທີ່ໃຊ້ເຂົ້າໃນວຽກງານຕົວຈິງ ໂດຍສະເພາະແມ່ນ ເອກະສານຜ່ານລະບົບ Cloud ຍົກສູງຄວາມສາມາດ ໃນການໝູນໃຊ້ລະບົບ G-Share, G-Drive  ເຂົ້າໃນການປະຕິບັດວຽກງານໃຫ້ມີປະສິດທິພາບ ສູງຂື້ນກວ່າເກົ່າ, ຫຼຸດຜ່ອນການໃຊ້ເຈ້ຍ,​ ຂັ້ນຕອນການກຳເນີນການ, ປະຢັດເວລາ ແລະ ເອກະສານຊຳ້ຊ້ອນ ໃຫ້ໄດ້ຮັບໝາກຜົນສູງສຸດ.

    ໃນການ​ຝຶກ​ອົບ​ຮົມໃນຄັ້ງນີ້ ແມ່ນໄດ້ແນະນຳກ່ຽວກັບ ສະພາບຄວາມພ້ອມ ທາງດ້ານພື້ນຖານໂຄງລ່າງ ລະບົບຂອງລັດຖະບານດິຈິຕອນ, ແຜນການ ທິດທາງໃນການຫັນເປັນທັນສະໄໝ ຂອງລັດຖະບານໂດຍລວມ ພ້ອມດຽວກັນນັ້ນກໍ່ໄດ້ລົງເລິກ ແນະນໍາການສ້າງ, ອັບໂຫຼດ ແລະ ຈັດການຟາຍ (File), ການແບ່ງປັນຂໍ້ມູນໃຫ້ກັບບຸກຄົນອື່ນ, ການແບ່ງປັບຂໍ້ມູນໃຫ້ກັບອົງກອນ ດ້ວຍຮູບແບບຕ່າງໆ ແລະ ການແກ້ໄຂເອກະສານຮ່ວມກັນ, ນອກນັ້ນ ຍັງໄດ້ຍົກຕົວຢ່າງການນຳໃຊ້ ເຂົ້າໃນວຽກງານຕົວຈິງ ເພື່ອເປັນແນວທາງໃຫ້ຜູເຂົ້າຮ່ວມຝຶກອົບຮົມນຳໄປໝູນ ໃຊ້ເຂົ້າໃນວຽກງານຕົວຈິງຂອງແຕ່ລະກົມ/ທຽບເທົ່າ  ເຊິ່ງສາມາດປັບເຂົ້າໃນ ລະບົບການເຮັດວຽກຂອງແຕ່ລະພາກສ່ວນ ເພື່ອການຫັນເປັນທັນສະໄໝ ໃຫ້ແກ່ບັນດານັກສຳມະນາກອນ ເທື່ອລະກ້າວອີກດ້ວຍ.



     ພາຍຫຼັງການແນະນຳການຄຸ້ມຄອງ ແລະ ນຳໃຊ້ລະບົບສຳເລັດ ກອງປະຊຸມໄດ້ມີການແລກປ່ຽນຄຳຄິດເຫັນ ຊຶ່ງດໍາເນີນໄປດ້ວຍບັນຍາກາດ​ຟົດ​ຟື້ນ, ໄດ້ມີການຕັ້ງຄຳຖາມ-ຕອບ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການນໍາໃຊ້ ການຄຸ້ມຄອງ ແລະ ພັດທະນາ ລະບົບ G-Share/G-Drive ຂອງພາກລັດ  ທີ່ໜ້າສົນໃຈ ແລະ ເປັນປະໂຫຍດໃນການພັດທະນາ ແລະ ປັບປຸງລະບົບ ໃນຕໍ່ໜ້າ ເພື່ອເຮັດໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານໃຫ້ມີຄວາມປອດໄພ ແລະ ມີປະສິດຕິພາບສຸງຂື້ນກວ່າເກົ່າ.

    ການຝຶກອົບຮົມໄດ້ສິ້ນສຸດລົງ ໃນມື້ດຽວກັນ 17 ສິງຫາ 2022 ໃນເວລາ 12:00.

ຂ່າວໂດຍ:ຊ່ອງດາວ  ພົມມະຈັນ

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ