ກອງປະຊຸມເຜີຍແຜ່ເອກະສານກຳມະບານ ແລະ ພິທີສະຫລຸບຜົນການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂອງກໍາມະບານຮາກຖານ ສູນບໍລິຫານລັດດິຈິຕອນ.

29/09/2022

ກອງປະຊຸມເຜີຍແຜ່ເອກະສານກຳມະບານ ແລະ ພິທີສະຫລຸບຜົນການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂອງກໍາມະບານຮາກຖານ ສູນບໍລິຫານລັດດິຈິຕອນ.

    ໃນວັນທີ 29 ກັນຍາ 2022 ​ເວ​ລາ 08: 30 ໂມງ, ກຳມະບານຮາກຖານ ສູນບໍລິຫານລັດດິຈິຕອນ (ສລດ) ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານກຳມະບານ ແລະ ພິທີສະຫລຸບຜົນການຈັດຕັ້ງປະຕິບັດປະເມີນ ຂໍ້ແຂ່ງຂັນ 05 ເປັນເຈົ້າປະຈຳປີ 2022 ແລະ ແຜນຈັດຕັ້ງປະຕິບັດວຽກງານ ປະຈຳປີ 2023 ຂອງກໍາມະບານຮາກຖານ ສູນບໍລິຫານລັດດິຈິຕອນ, ຂື້ນທີ່ ຕຶກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຊັ້ນ 04 (ເຂດຮົ້ວ ສນຍ), ໂດຍການ ເປັນປະທານ ຂອງ ສະຫາຍ ປອ ທະວີສັກ  ມະໂນທັມ ຄະນະພັກກະຊວງ ເຕັກໂນໂລຊີແລະ ການສື່ສານ, ເລຂາໜວ່ຍພັກສູນບໍລິຫານລັດດິຈິຕອນ, ສະ​ຫາຍ ຄຳຜາຍ  ອິນທະຣາ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ຕສ, ​ສະ​ຫາຍ ພູຊະນະ  ສິລົງວົງ ປະທານກຳມະບານຮາກຖານ ສລດ, ໂດຍມີຜູ້ເຂົ້າຮ່ວມຈາກຫົວ​ໜ້າ​​ໜ່ວຍສະ​ຫະ​ພັນ​ແມ່​ຍິງ ສ​ລດ, ເລຂາ​ໜ່ວຍ​ຊາວ​ໜຸ່ມ ສ​ລດ, ມາ​ຊິກກຳມະບານຮາກຖານ ສູນບໍລິຫານລັດດິຈິຕອນ ແລະ ແຂກ ອ​ອ້ມ​ຂ້າງ ກະ​ຊ​ວງ ຕ​ສ ລວມ​ທັງ​ໝົດ ຈຳນວນ 42 ສະຫາຍ.

ໂດຍເນື້ອໃນ ແລະ ລາຍລະອຽດຂອງກອງປະຊຸມດັ່ງລຸ່ມນີ້:

     ໃນ​ກອງ​ປະ​ຊຸມ ສະ​ຫາຍ ພູຊະນະ  ສິລົງວົງ ປະທານກຳມະບານຮາກຖານ ສລດ ໄດ້ຂື້ນລາຍງານສະພາບການເຄື່ອນໄຫວວຽກງານກຳມະບານ ຮາກ​ຖານ ສ​ລດ ປີ 2022 ແລະ ແຜນຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ ປີ 2023 ໂດຍຫຍໍ້ ພ້ອມນັ້ນ ສະ​ຫາຍ ກໍ່​ໄດ້ ຕີ​ລາ​ຄາ ກ່ຽວ​ກັບ ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂະ​ບວນ​ການ ຂໍ້ແຂ່ງຂັນ 5 ເປັນ​ເຈົ້າ ຂອງກຳ​ມະ​ບານ​ຮາກ​ຖານ ສູນ​ບໍ​ລິ​ຫານ​ລັດ​ດິ​ຈິ​ຕອນ ໂດຍ​ອິງ​ໃສ່ ເນື້ອ​ໃນ ແລະ ມາດ​ຕະ​ຖານ 5 ເປັນ​ເຈົ້າ ຂອງ​ສູນ​ກາງ​ສະ​ຫ​ະ​ພັນ​ກຳ​ມະ​ບານ​ລາວ ປະ​ກອບ​ດ້ວຍ:

  1. ເປັນເຈົ້າການ ຝຶກ​ຝົນ​ຫຼໍ່​ຫຼອມ ທາງ​ດ້ານການເມືອງ-ແນວຄິດ
  2. ເປັນເຈົ້າການ ປະຕິບັດກົດໝາຍ ​ແລະ ລະບຽບການຂອງລັດ
  3. ເປັນເຈົ້າການ ພັດທະນາ​ຕົນ​ເອງ ແລະ ການຈັດ​ຕັ້ງ
  4. ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ
  5. ເປັນເຈົ້າການ ປະຕິ​ບັດ​ໜ້າ​ທີ່​ວິຊາສະເພາະ ຢ່າງ​ປະດິດ​ສ້າງ

   ໂດຍຈຸດປະສົງຂອງການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ກໍ່ເພື່ອເສີມຂະຫຍາຍກຳລັງແຮງ ຂອງສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃຫ້ມີສະຕິຕື່ນຕົວ, ເປັນເຈົ້າການໃນການພັດທະນາຕົນເອງຢ່າງຮອບດ້ານ ແລະ ຕັ້ງໜ້າເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໂດຍຜ່ານຂະບວນການແຂ່ງຂັນ 05 ເປັນເຈົ້າ ຂອງສະຫະພັນກຳມະບານ ແລະ ເພື່ອເຮັດໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານກຳໄດ້ເນື້ອໃນ, ມາດຖານ, ບາດກ້າວໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 05 ເປັນເຈົ້າ ແນໃສ່ສ້າງຄວາມເປັນເອກະພາບໃນການນຳພາ-ຊີ້ນຳ, ຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນການຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງສະຫະພັນກຳມະບານ ຕິດພັນກັບການຊຸກຍູ້ສົ່ງເສີມການປະຕິບັດວຽກວິຊາສະເພາະ.

 

 ຈາກນັ້ນ, ສະ​ຫາຍ ຄຳຜາຍ ອິນທະຣາ ຄະນະບໍລິຫານງານສະຫະພັນກຳມະບານກະຊວງ ຕສ, ໂດຍຕາງໜ້າໃຫ້ ປະທານ ສະຫະພັນພັນ ກຳມະບານ ກະຊວງ ກໍ່​ໄດ້​ໃຫ້​ກຽດ ເຜີຍແຜ່ເອກະສານກົດລະບຽບ ແລະ ກົດໝາຍ ຂອງສະຫະພັນກຳມະບານລາວ (ສະ​ບັບປັບປຸງ) ໃຫ້​ແກ່ ສະ​ມາ​ຊິກ ກຳ​ມະ​ບານຮາກ​ຖານ ສ​ລດ ໄດ້​ຮັບ​ຮູ້, ຕໍ່ດ້ວຍເອກການ​ປັບຂື້ນ​ຄ່າ​ແຮງ​ຂັ້ນ​ຕ່ຳ ຂອງ ສກລ ແລະ ນະ​ໂຍ​ບາຍ ​ຊ່ວຍ​ເຫຼືອ ແລະ ພັດ​ທະ​ນາ ສະ​ມາ​ຊິກ​ກຳ​ມະ​ບານ ກະ​ຊວງ ຕ​ສ.

 

ຫຼັງ​ຈາກນັ້ນ, ສະຫາຍ ປອ ທະວີສັກ ມະໂນທັມ ຄະນະພັກກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກສູນບໍລິຫານລັດດິຈິຕອນ ແລະ ສະ​ຫາຍ ຄຳຜາຍ  ອິນທະຣາ ຕາງໜ້າໃຫ້ ປະທານ ສະຫະພັນພັນ ກຳມະບານ ກະຊວງ ຕ​ສ ກໍ່​ໄດ້ປະກອບຄຳຄິດຄຳເຫັນ ແລະ ໂອ້ລົມໃຫ້ທິດຊີ້ນຳ ຕໍ່​ກັບການເຄື່ອນໄຫວວຽກງານ ຂອງກຳມະບານ ຮາກ​ຖານ ສ​ລດ ປະ​ຈຳປີ 2022 ແລະ ແຜນຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ ປີ 2023, ໂດຍ​ໄດ້​ໃຫ້​ຄຳ​ຍ້ອງ​ຍໍ​ຊົມ​ເຊີຍ ຜົນ​ສຳ​ເລັດ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ ໂດຍ​ສະ​ແດງ​ອອກບ່ອນ ສາ​ມາດ​ຍາດ​ແຍ່ງ​ມາ​ໄດ້​ເຖີງ​ການ​ຍ້ອງ​ຍໍ​ຕ່າງໆ ຂອງ ກຳ​ມະ​ບານ​ຮາກ​ຖານ ສ​ລດ ເຊັ່ນ: ​ໄດ້ຮັບໃບຍ້ອງຍໍ ທີ່ໄດ້ມີຜົນງານ ປະກອບສ່ວນເຄື່ອນໄຫວວຽກງານ ການພັດທະນາ ກຳມະບານດີເດັ່ນ ປະຈຳປີ 2021 ຈຳ​ນວນ 9 ສະ​ຫາຍ, ແລະ ຮາກຖານ ກຳມະບານ ພ້ອມທັງ ສະມາຊິກ ກຳມະບານ ສລດ ທັງໝົດ ໄດ້ຮັບການຢັ້ງຢືນ ເປັນກຳມະບານ 5 ເປັນເຈົ້າ ປະຈຳປີ 2021. ແລະ ໄດ້​ກ່າວ​ຊົມ​ເຊີຍເຖີງ​ການ​ເຄື່ອນ​ໄຫວ ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ ກອງ​ທຶນສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ທີ່​ໄດ້​ກໍ່​ຕັ້ງ​ຂື້ນ ໃນ​ໄລ​ຍະ​ຜ່ານ​ມາ ແລະ ກໍາລັງເຄື່ອນໄຫວຮອດປະຈຸບັນ. ນອກນັ້ນ ສະຫາຍ ເລຂາໜ່ວຍພັກສູນບໍລິຫານລັດດິຈິຕອນ ກໍ່​ໄດ້​ເນັ້ນໃສ່ ໃຫ້ສະ​ມາ​ຊິກ ກຳ​ມະ​ບານ ຮາກ​ຖານ ສ​ລດ ເອົາໃຈໃສ່ກ່ຽວກັບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 05 ເປັນເຈົ້າ ແລະ ພ້ອມກັນເອົາໃຈໃສ່ ຕັ້ງໜ້າຜັນຂະຫຍາຍເນື້ອ ໃນດັ່ງກ່າວ ໃຫ້ຕິດພັນກັບການປະຕິບັດໜ້າທີ່ວຽກງານວິຊາສະເພາະ ຂອງຕົນ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ ເພື່ອເຮັດ ໃຫ້ການຈັດຕັ້ງປະຕິບັດວຽກງານ ໃຫ້ໄດ້ຮັບໝາກຜົນ ແລະ ປະກົດຜົນເປັນຈິງ ໃຫ້ຫຼາຍທີ່ສຸດ. ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງມາຍັງສະມາຊິກກຳມະບານທຸກສະຫາຍ ຈົ່ງເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນ ພາຍໃຕ້ການນຳພາຂອງພັກ; ເຊີດຊູຄວາມຮັບຜິດຊອບໃນໜ້າທີ່ວຽກງານ ຂອງຕົນ, ມີການຕັດສິນໃຈ  ແລະ ອົດທົນເພື່ອຜ່ານຜ່າຄວາມຫຍຸ້ງຍາກນາໆປະການ.

 

ຫຼັງ​ຈາກນັ້ນ, ສະ​ຫາຍ ປະທານກຳມະບານຮາກຖານ ສລດ ກໍ່​ໄດ້​ຂື້ນຮັບ​ເອົາການ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ແລະ ການໂອ້ລົມໃຫ້ທິດຊີ້ນຳ ແລະ ໄດ້​ໃຫ້​ຄຳ​ປະ​ຕິ​ຍານ ​ວ່າ​ຈະ​ນຳ​ເອົາ​ຄຳ​ເຫັນ ແລະ ທິດ​ຊີ້​ນຳໂອ້ລົມ ເພື່ອ​ໄປ​ຜັນ​ຂະ​ຫຍາຍ ການເຄື່ອນໄຫວວຽກງານກຳມະບານ ຮາກຖານ ສລດ ແລະ ຈັດຕັ້ງປະຕິບັດວຽກງານແຜນ ປີ 2023, ແລະ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂະ​ບວນ​ການ 5 ເປັນ​ເຈົ້າ ຂອງກຳ​ມະ​ບານ​ຮາກ​ຖານ ສູນ​ບໍ​ລິ​ຫານ​ລັດ​ດິ​ຈິ​ຕອນ.

 

ກອງ​ປະ​ຊຸມ​ໄດ້​ປິດ​ລົງ ໃນ​ເວ​ລາ 12:00 ໂມງຂອງ​​ວັນດຽວ​ກັນ.

 

ຂ່າວໂດຍ:ຊ່ອງດາວ  ພົມມະຈັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ