ກອງປະຊຸມພົບປະແລກປ່ຽນບົດຮຽນການຄຸ້ມຄອງວຽກງານບໍລິຫານລັດດິຈິຕອນ ຂອງຄະນະຄູອາຈານ ແລະ ນັກສຶກສາ ຮຸ່ນທີ XIII, ສາຂາການປົກຄອງ ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

07/11/2023

ກອງປະຊຸມພົບປະແລກປ່ຽນບົດຮຽນການຄຸ້ມຄອງວຽກງານບໍລິຫານລັດດິຈິຕອນ ຂອງຄະນະຄູອາຈານ ແລະ ນັກສຶກສາ ຮຸ່ນທີ XIII, ສາຂາການປົກຄອງ  ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ໃນຕອນເຊົ້າ ຂອງວັນທີ 26 ຕຸລາ 2023. ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນການຄຸ້ມຄອງວຽກງານບໍລິຫານລັດດິຈິຕອນ ທີ່ຫ້ອງປະຊຸມຊັ້ນ 04 ກະຊວງ ຕສ  (ເຂດຮົ້ວ ສນຍ), ໃຫ້ກຽດເປັນປະທານໂດຍ ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ຫົວໜ້າ ສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ,   ການພົບປະແລກປ່ຽນບົດຮຽນຂອງ ຄະນະຄູອາຈານ ແລະ ນັກສຶກສາ ໃນຄັ້ງນີ້ ນຳພາໂດຍ ທ່ານ ປອ ນ. ພອນມະນີ ບຸນຄໍ້າ ຫົວໜ້າພາກວິຊາວິທະຍາສາດການປົກຄອງ, ຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໂດຍມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາພະແນກພາຍໃນ ສູນບໍລິຫານລັດດິຈິຕອນ, ຄະນະຮັບຜິດຊອບ, ມີຄະນະຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມທັງໝົດ ຈຳນວນ 40 ທ່ານ.

 

ຈຸດປະສົງຂອງກອງປະຊຸມພົບປະຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນວຽກງານການຄຸ້ມຄອງບໍລິຫານລັດດິຈິຕອນໃນຫົວຂໍ້: “ແຜນຍຸດທະສາດການພັດທະນາບໍລິຫານລັດດິຈິຕອນ” ໂດຍມີນັກວິທະຍາກອນ ຈາກສູນບໍລິຫານລັດດິຈິຕອນ ຂຶ້ນ   ນຳສະເໜີ ແລກປ່ຽນກ່ຽວກັບ ບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ຂອງກະຊວງ ຕສ.

ໃນກອງປະຊຸມ, ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ໄດ້ນໍາສະເໜີ ພາບລວມວຽກງານຂອງສູນບໍລິຫານລັດດິຈິຕອນ ກະຊວງ ຕສ ແລະ ນະໂຍບາຍຂອງລັດຖະບານຕໍ່ກັບການຫັນເປັນທັນສະໄໝຂອງ ສປປ ລາວພ້ອມນັ້ນ, ຕາງໜ້າຈາກ ພະແນກລະບົບຫ້ອງການລັດດິຈິຕອນ, ພະແນກລະບົບບໍລິການລັດດິຈິຕອນ ແລະ ພະແນກເຄືອຂ່າຍ ແລະ ເຊື່ອມໂຍ່ງ ກໍ່ໄດ້ນໍາສະເໜີໃຫ້ຮັບຮູ້ກ່ຽວກັບ ບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ.

ກອງປະຊຸມແມ່ນເນັ້ນໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຫັນໄດ້ເຖິງພາບລວມຂອງການຄຸ້ມຄອງວຽກງານການບໍລິຫານລັດດິຈິຕອນ ພ້ອມທັງເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສອບຖາມ, ແລກປ່ຽນບົດຮຽນ ແລະ ມີຄຳຖາມໂດຍກົງ ໂດຍມີຄະນະຮັບຜິດຊອບຈາກ ສູນບໍລິຫານລັດດິຈິຕອນ ໃຫ້ຄຳອະທິບາຍ ແລະ ຍົກໃຫ້ເຫັນບາງຕົວຢ່າງທີ່ເປັນບົດຮຽນທີ່ມີປະໂຫຍດ.

ຕະຫຼອດໄລຍະຂອງກອງປະຊຸມ ເຫັນໄດ້ວ່າຜູ້ເຂົ້າຮ່ວມຈາກຄະນະບໍລິຫານສາດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ໃຫ້ຄວາມສົນໃຈ ແລະ ມີຫຼາຍຄຳຖາມເຈາະຈິ່ມທີ່ເປັນຂະບວນການທີ່ຝົດຝື້ນ ແລະ ມີເນື້ອໃນອັນເປັນປະໂຫຍດໃຫ້ແກ່ການແລກປ່ຽນບົດຮຽນ ພື້ນຖານຂອງການນຳໃຊ້ໃນການພັດທະນາບັນດາລະບົບເຕັກໂນໂລຊີ ຂໍ້ມູນຂ່າວສານຕ່າງໆ ເພື່ອເປັນການສ້າງຄວາມອາດສາມາດໃນການບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ດີຂຶ້ນກວ່າເກົ່າ.

ໃນກອງປະຊຸມດັ່ງກ່າວ, ທ່ານ ປະລິນຍາເອກ ທະວີສັກ ມະໂນທັມ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງການຫັນເປັນດິຈິຕອນ ການນຳໃຊ້ບັນດາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນຕ່າງໆ ທີ່ມີຄວາມຈໍາເປັນຕ້ອງໄດ້ນໍາໃຊ້ເຂົ້າໃນວຽກງານການບໍລິຫານລັດ ແລະ ຕ້ອງເອົາໃຈໃສ່ ພັດທະນາບຸກຄະລາກອນລັດ ໃຫ້ສາມາດນຳໃຊ້ລະບົບບໍລິຫານ ແລະ ບໍລິການລັດ ໃຫ້ເກີດຜົນປະໂຫຍດສູງສຸດ.

ກອງປະຊຸມໄດ້ປິດລົງໃນເວລາ 12:00 ຂອງມື້ດຽວກັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ