07/11/2023

ໃນຕອນເຊົ້າ ຂອງວັນທີ 27 ຕຸລາ 2023, ທີ່ຫ້ອງປະຊຸມຊັ້ນ 04 (ເຂດຮົ້ວ ສນຍ). ສູນບໍລິຫານລັດດິຈິຕອນກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ ຂອງ ສ. ເກົາຫຼີ ແລະ ອົງການ National Information Society Ancengy (NIA), ໄດ້ຈັດກອງປະຊຸມສຳມະນາ ວິທີການຄິດໄລ່ ແລະ ແລະ ປະເມີນຕົວຊີ້ວັດການພັດທະນາ ການບໍລິຫານເອເລັກໂຕຣນິກຂອງອົງການສະຫະປະຊາຊາດ (ລົງເລິກການວິເຄາະສະຖິຕິ) “Workshop On the simulation and analysis of United Nation E-Government Development Index (EGDI)” ກິດຈະກໍາ ພາຍໃຕ້ໂຄງການສ້າງສູນຮ່ວມມືລັດຖະບານດິຈິຕອນ, ໃຫ້ກຽດເປັນປະທານໂດຍ ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າ ສູນບໍລິຫານລັດດິຈິຕອນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະສູນ, ຄະນະພະແນກ ແລະ ວິຊາການ ຈາກ ກະຊວງສືກສາທິການ ແລະ ກິລາ, ກະຊວງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາກົມ/ສູນທຽບເທົ່າທີ່ກ່ຽວຂ້ອງ ພາຍໃນກະຊວງ ຕສ, ຊ່ຽວຊານທີ່ປຶກສາໂຄງການຈາກ ສ.ເກົາຫຼີ ແລະ ຄະນະຮັບຜິດຊອບ ຈາກ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມທັງໝົດ ຈຳນວນ 25 ທ່ານ.
ຈຸດປະສົງຂອງກອງປະຊຸມສໍາມະນາຄັ້ງນີ້ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ເຂົ້າໃຈເຖິງຄວາມສຳຄັນ ແລະ ວິທີການສໍາຫຼວດລັດຖະບານອີເລັກໂຕຣນິກຂອງ ອົງການສະຫະປະຊາຊາດ ພ້ອມທັງກວດກາວິທີການຄິດໄລ່ດັດຊະນີຍ່ອຍ ເປັນຕົ້ນ ດັດຊະນີການໃຫ້ບໍລິການອອນລາຍຂອງບັນດາຂະແໜງການ(OSI), ດັດຊະນີພື້ນຖານໂຄງລ່າງໂທລະຄົມມະນາຄົມ (TII) ແລະ ດັດຊະນີຂີດຄວາມສາມາດຂອງບຸກຄະລາກອນ (HCI) ຂອງ EGDI, ພ້ອມກັບການສາທິດການຄິດໄລ່ຄະແນນໃນລະບົບຕົວຈິງ ຊື່ງຕົວຊີ້ວັດທັງສອງ ແມ່ນອີງໃສ່ຖານຂໍ້ມູນຂອງ ອົງການສາກົນເປັນຕົ້ນ ITU ແລະ UNESCO
ກອງປະຊຸມສຳມະນາຄັ້ງນີ້ ຄະນະຊ່ຽວຊານທີ່ປຶກສາ ຈາກ ສ.ເກົາຫຼີ ໄດ້ລາຍງານຄວາມຄືບໜ້າ ແລະ ແຜນການຂອງໂຄງການ EGDI ແມ່ນເພື່ອປະເມີນລະດັບຄວາມພ້ອມຂອງລັດຖະບານເອເລັກໂຕຣນິກ ຂອງ ສປປ ລາວ ໂດຍອີງໃສ່ຮູບແບບການປະເມີນຜົນຂອງດັດຊະນີຕົວຊີ້ວັດ ໃນການພັດທະນາລັດຖະບານເອເລັກໂຕຣນິກ (EGDI) ຂອງ ອົງການສະຫະປະຊາຊາດ (UN) ແລະ ເພີ່ມຄວາມເຂົ້າໃຈວິທີການຕອບແບບສອບຖາມດັ່ງກ່າວໃຫ້ມີເນື້ອໃນຄົບຖ້ວນ ແລະ ຍົກລະດັບໃນການຕອບແບບສອບຖາມໃຫ້ມີລາຍລະອຽດຫຼາຍຂຶ້ນ ແລະ ປັບປຸງຫັນການບໍລິການເປັນອອນລາຍເພື່ອເພີ່ມທະວີຄະແນນ ຂອງ ດັດຊະນີຕົວຊີ້ວັດ ຂອງການພັດທະນາລັດຖະບານເອເລັກໂຕຣນິກ (EGDI) ແລະ ມາດຕະການຕອບສະໜອງ ຕໍ່ກັບແບບສອບຖາມຂອງ ອົງການສະຫະປະຊາຊາດ (UN) ໃນການປະເມີນຜົນລັດຖະບານໂອເລັກໂຕຣນິກ ຂອງ ສປປ.ລາວ.
ໃນຕອນທ້າຍ, ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກໍໄດ້ກ່າວສະແດງຄວາມຂອບໃຈ ກັບບັນດາແຂກທີ່ທຸກທ່ານ ທີ່ໄດ້ເສຍລະຫຼະເວລາເຂົ້າຮ່ວມກອງປະຊຸມໃນຄັ້ງ ແລະ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນຂອງວຽກງານດັ່ງກ່າວ, ພ້ອມທັງສະເໜີແຜນສືບຕໍ່ ໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ ໄປສຶກສາລາຍລະອຽດ ແລະ ທຳຄວາມເຂົ້າໃຈ ຕໍ່ກັບການຕອບແບບສອບຖາມຂອງ ສປຊ (UN) ແລະ ຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການເຮັດໃຫ້ດັດຊະນີຕົວຊີ້ວັດ ການພັດທະນາລັດຖະບານເອເລັກໂຕຣນິກ ໃຫ້ດີຂຶ້ນກວ່າເກົ່າໃນປີຕໍ່ໆໄປ, ດ້ວຍການປ້ອນຂໍ້ມູນ ແລະ ອັບເດດຕົວເລກສະຖິຕິຕ່າງໆເປັນປະຈຳ, ໂດຍສະເພາະເນັ້ນໃສ່ ສະຖິຕິພື້ນຖານໂຄງລ່າງໂທລະຄົມມະນາຄົມ (TII) ທີ່ທາງ ພະແນກ ສະຖິຕິ, ກົມແຜນການ ແລະ ການເງິນ, ກະຊວງ ຕສ ເປັນຜູ້ຮັບຜີດຊອບ ຮ່ວມກັບ ITU ແລະ ຂີດຄວາມສາມາດຂອງບຸກຄະລາກອນ (HCI) ທີ່ ທາງ ກະຊວງ ສືກສາທິການ ແລະ ກິລາ ຮັບຜິດຊອບ ຮ່ວມກັບ UNESCO ເພື່ອຊ່ວຍຂັບເຄື່ອນ ແລະ ເປັນອີກແຮງໜຶ່ງທີ່ສະໜັບສະໜູນການພັດທະນາ ວຽກງານເຕັກໂນໂລຊີ ແລະ ການສື່ສານ, ວຽກງານການຫັນເປັນດິຈິຕອນຂອງ ສປປ ລາວ ໃຫ້ມີຄວາມກ້າວກະໂດດ ແລະ ພັດທະນາຂຶ້ນເລື່ອຍໆ.
ກອງປະຊຸມໄດ້ດຳເນີນໄປເປັນເວລາ ເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 12:00ໂມງ ໃນວັນດຽວກັນ.