ກອງປະຊຸມລາຍງານຄວາມຄືບໜ້າຜົນການສຶກສາເບື້ອງຕົ້ນ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ “Inception Report on the study of Digital ID solutions in the Lao PDR” ຄັ້ງວັນທີ 08 ທັນວາ 2023

14/12/2023

ກອງປະຊຸມລາຍງານຄວາມຄືບໜ້າຜົນການສຶກສາເບື້ອງຕົ້ນ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ “Inception Report on the study of Digital ID solutions in the Lao PDR” ຄັ້ງວັນທີ 08 ທັນວາ 2023

ໃນຕອນບ່າຍ ວັນທີ 08 ທັນວາ 2023, ທີ່ຫ້ອງປະຊຸມໃຫຍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ)
ສູນບໍລິຫານລັດດິຈິຕອນ, ໄດ້ຈັດກອງປະຊຸມລາຍງານຄວາມຄືບໜ້າຜົນການສຶກສາເບື້ອງຕົ້ນ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ (Inception Report on the study of Digital ID solutions in the Lao PDR) ຮ່ວມກັບ ບໍລິສັດ Ryobi System, ບໍລິສັດ Ryobi Lao ແລະ NEC ຊື່ງແມ່ນການຮ່ວມມື ລະຫວ່າງ ສອງກະຊວງ ຄື ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂອງ ສປປ ລາວ, ແລະ ກະຊວງ ພາຍໃນ ແລະ ການສື່ສານ ປະເທດຍີ່ປຸ່ນ. ໂດຍການເປັນປະທານ ຂອງ  ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຜູ້ຕາງໜ້າຈາກບັນດາພະແນກ ໃນ ສລດ ແລະ ບັນດາກົມ ຈາກ ກຕສ ທີ່ຕິດພັນກັບວຽກງານນີ້ ເຂົ້າຮ່ວມທັງໝົດ ຈຳນວນ 22 ທ່ານ.

 

ຈຸດປະສົງຂອງກອງປະຊຸມ ແມ່ນ ກໍ່ເພື່ອລາຍງານຄວາມຄືບໜ້າຜົນການສຶກສາເບື້ອງຕົ້ນ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ, ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ ເດືອນກັນຍາ 2023 ໂດຍຜ່ານການເກັບກຳຂໍ້ມູນ ກັບບັນດາກະຊວງ ແລະ ທຽບເທົ່າ ຈຳນວນ 12 ພາກສ່ວນ.

ຜ່ານການເກັບກຳຂໍ້ມູນ ແລະ ສຶກສາຂໍ້ມູນ ທາງຊ່ຽວຊານ ຂອງ ບໍລິສັດ  Ryobi System ແລະ NEC  ໄດ້ປະເມີນ ແລະ ວິເຄາະຂໍ້ມູນເບື້ອງຕົ້ນກ່ຽວກັບ ສະພາບຄວາມພ້ອມດ້ານຕ່າງໆ ແລະ ອຸປະສັກ ຂອງ ສປປ ລາວ  ພ້ອມທັງນໍາສະ ເໜີ ບົດຮຽນການພັດທະນາລະບົບຢັ້ງຢືນຕົວຕົນຂອງແຕ່ລະປະເທດ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ ແລະ ແລກປ່ຽນບົດຮຽນຫຼາຍດ້ານ ຈາກປະສົບການຂອງຊ່ຽວຊານ ທີ່ໄດ້ກອບສ່ວນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນຂອງ ຫຼາຍປະເທດ.  ໃນຕອນທ້າຍຂອງກອງປະຊຸມ ປະທານກອງປະຊຸມ ໄດ້ສະ ເໜີໃຫ້ ບໍລິສັດ ສືບຕໍ່ຄົ້ນຄວ້າແຜນພັດທະນາດັ່ງກ່າວ ໃຫ້ເຂົ້າໃຈງ່າຍ, ສອດຄ່ອງກັບ ສະພາບຂອງ ສປປ ລາວ ແລະ ມີຄວາມເປັນໄປໄດ້ໃນການຈັດຕັ້ງປະຕິບັດຕົວຈິງ, ພ້ອມກັນນັ້ນ ກໍ່ໄດ້ສະເໜີໃຫ້ທຸກພາກສ່ວນ ປະກອບສ່ວນໃນການສະ ເໜີຂໍ້ມູນຕາມຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອໃຫ້ບົດລາຍງານດັ່ງກ່າວສຳເລັດຕາມຄາດໝາຍ.

ການຮ່ວມມື ຂອງສອງພາກສ່ວນໃນການສຶກສາ ແຜນພັດທະນາລະບົບຢັ້ງຢືນຕົວຕົນດິຈິຕອນ ຂອງ ສປປ ລາວ ຈະໃຫ້ສຳເລັດໃນຕົ້ນປີ 2024.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ