ພິທີມອບ-ຮັບອຸປະກອນ ແລະ ລະບົບການຮຽນ-ການສອນດິຈິຕອນ (Digital Learning Classroom: G-Room) ໃຫ້ກັບ ໂຮງຮຽນມັດທະຍົມສົມບູນ ສາມັນກິນນອນຊົນເຜົ່າມິດຕະພາບອະນຸວົງ ໃນຄັ້ງວັນທີ 19 ທັນວາ 2023 ແລະ ໂຮງຮຽນ ມັດທະຍົມສົມບູນ ສີທ່ານາໄຊ ວັນທີ 21 ທັນວາ 2023

26/12/2023

ພິທີມອບ-ຮັບອຸປະກອນ ແລະ ລະບົບການຮຽນ-ການສອນດິຈິຕອນ (Digital Learning Classroom: G-Room) ໃຫ້ກັບ ໂຮງຮຽນມັດທະຍົມສົມບູນ ສາມັນກິນນອນຊົນເຜົ່າມິດຕະພາບອະນຸວົງ ໃນຄັ້ງວັນທີ 19 ທັນວາ 2023 ແລະ ໂຮງຮຽນ ມັດທະຍົມສົມບູນ ສີທ່ານາໄຊ ວັນທີ 21 ທັນວາ 2023

ໃນຕອນເຊົ້າຂອງ ວັນທີ 19 ທັນວາ 2023 ແລະ ວັນທີ 21 ທັນວາ 2023, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດງານພິທີມອບ-ຮັບອຸປະກອນ ແລະ ລະບົບການຮຽນ ການສອນດິຈິຕອນ (Digital Learning Classroom: G-Room)  ໃຫ້ແກ່ ໂຮງຮຽນ ມັດທະຍົມສົມບູນ ສາມັນກິນນອນຊົນເຜົ່າມິດຕະພາບອະນຸວົງ ເມືອງອະນຸວົງ ແຂວງໄຊສົມບູນ ແລະ ໂຮງຮຽນ ມັດທະຍົມສົມບູນ ສີທ່ານາໄຊ, ເມືອງ ປາກຊັນ, ແຂວງ ບໍລິຄຳໄຊ  ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ພາຍໃຕ້ໂຄງການຕົວແບບ (Pilot Project), ຊຶ່ງໜຶ່ງໃນນັ້ນ ແມ່ນໂຄງການສ້າງຫ້ອງຮຽນດິຈິຕອນ (Digital Learning Classroom ຫຼື ທີ່ພວກເຮົາເອີ້ນກັນວ່າ G-Room). ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ  ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ພິລົມຫຼິງ ວິໄລ ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ຫຼື UNDP ປະຈຳ ສປປ ລາວ, ທ່ານ ຜູ້ອໍານວຍການໂຮງຮຽນ ມັດທະຍົມສົມບູນ ສາມັນກິນນອນຊົນເຜົ່າມິດຕະພາບອະນຸວົງ ແລະ ໂຮງຮຽນ ມັດທະຍົມສົມບູນ ສີທ່ານາໄຊ, ບັນດາທ່ານ ຕາງໜ້າຈາກ ກະຊວງ ສຶກສາທິການ ແລະ ກິລາ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ເມືອງ, ຕາງໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ນາຍບ້ານ, ບັນດາຄູອາຈານ ແລະ ນ້ອງໆນັກຮຽນ ເຂົ້າຮ່ວມ.

 

ຈຸດປະສົງໂຄງການ ຫ້ອງຮຽນດິຈິຕອນ (Digital Learning Classroom) ນີ້ ກໍ່ແມ່ນໜຶ່ງໃນໜ້າວຽກທີ່ສໍາຄັນ ເປັນໂຄງການຕົ້ນແບບ ເປັນການສົ່ງເສີມການຮຽນ-ການສອນ ອອນລາຍທາງໄກ ເພື່ອອໍານວຍຄວາມສະດວກ ແລະ ສ້າງເງື່ອນໄຂ ພ້ອມທັງເພີ່ມປະສິດທິພາບ ໃຫ້ແກ່ບັນດາໂຮງຮຽນ ໃນການສິດສອນ, ຖ່າຍທອດຄວາມຮູ້ໃຫ້ແກ່ນັກຮຽນ ໂດຍນໍາໃຊ້ອຸປະກອນ ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ, ພ້ອມທັງເປັນການ ເພີ່ມທັກສະທາງດ້ານດິຈິຕອນ ໃຫ້ຄູ ແລະ ນັກຮຽນ ໃຫ້ສາມາດນໍາໃຊ້ລະບົບການຮຽນການສອນແບບດິຈິຕອນ ແລະ ອຸປະກອນທັນສະໄໝ ເຂົ້າໃນການຮຽນ-ການສອນຕົວຈິງ.

 

ໂຄງການດັ່ງກ່າວ ແມ່ນມີຄວາມໝາຍ ຄວາມສຳຄັນ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງວຽກງານການຫັນເປັນທັນສະໄໝຂອງລັດຖະບານ ໂດຍຄັ້ງນີ້ແມ່ນສະໜອງໃຫ້ຂະແໜງການສຶກສາ ແລະ ກິລາ ແລະ ຫວັງຢ່າງຍິ່ງວ່າ ເຄື່ອງອຸປະກອນ ແລະ ລະບົບຫ້ອງຮຽນດິຈິຕອນນີ້ ຈະເປັນປະໂຫຍດຢ່າງແທ້ຈິງໃຫ້ແກ່ ໂຮງຮຽນ, ຄູອາຈານ ແລະ ນັກຮຽນ ເພື່ອເພີ່ມຄຸນນະພາບການຮຽນ-ການສອນ ໃຫ້ສູງຂື້ນກວ່າເກົ່າ ແລະ ມີຫຼາກຫຼາຍຮູບແບບໃນການຖ່າຍທອດບົດຮຽນ.

 

ເຊີ່ງເຄື່ອງອຸປະກອນໃນຈຳນວນ 01 ຊຸດ ປະກອບມີ: ຈໍໂທລະພາບແບບທັນສະໄໝ (Smart TV), ຊຸດອຸປະກອນສຳລັບການຮຽນອອນລາຍ(Logitech Group), ເຄື່ອງເກັບໄຟສໍາຮອງ (UPS), ເຄື່ອງຄອມພິວເຕີແລັບທອັບ (Notebook), ສັນຍານອິນເຕີເນັດ (2 ປີ) ແລະ ຍັງມີໂປຣແກຣມລະບົບຫ້ອງຮຽນດິຈິຕອນເພື່ອການຮຽນ-ການສອນ ນໍາໃຊ້ຜ່ານເວັບໄຊ ແລະ ໃຊ້ຜ່ານ Application ໃນມືຖື Android ແລະ iOS . ໃນນັ້ນຍັງມີປື້ມຄູ່ມື ແລະ ການຈັດຝຶກອົບຮົມວິທີການຄຸ້ມຄອງ, ນໍາໃຊ້ເຄື່ອງອຸປະກອນ ແລະ ນໍາໃຊ້ລະບົບຫ້ອງຮຽນດິຈິຕອນເພື່ອການຮຽນ-ການສອນ ໃຫ້ຄູອາຈານ ແລະ ນ້ອງໆນັກຮຽນຕື່ມອີກ.

 

ນອກຈາກນໍາໃຊ້ລະບົບການຮຽນການສອນ ແບບອອນລາຍ ຜ່ານໂປຣແກຣມ G-Room ແລ້ວ ກໍ່ອາດສາມາດໃຊ້ອຸປະກອນເຄື່ອງມື ທີ່ສະໜອງໃຫ້ນີ້ ເຂົ້າໃນການຄົ້ນຫາຂໍ້ມູນຜ່ານອິນເຕີເນັດ, ໃຊ້ປະກອບການຮຽນ-ການສອນເຊັ່ນ: ໃຊ້ນໍາສະເໜີບົດເປັນຟາຍເອກະສານ, ວີດີໂອ, ຮູບພາບ ແລະ ເຂົ້ານໍາໃຊ້ຄົ້ນຫາຫຼັກສູດ, ບົດສອນ ຈາກຄັງປັນຍາລາວຂອງກະຊວງສຶກສາທິການ ແລະ ກິລາ ກໍ່ໄດ້.

 

ເຊີ່ງໃນໂຄງການແມ່ນໄດ້ມອບເຄື່ອງອຸປະກອນ ແລະ ລະບົບດັ່ງກ່າວໃຫ້ 5 ໂຮງຮຽນຕົວແບບ ທີ່ນອນໃນ 3 ແຂວງ ແລະ ນະຄອນຫຼວງວຽງຈັນຄື: ນະຄອນຫຼວງວຽງຈັນ  2 ໂຮງຮຽນ ຢູ່ເມືອງນາຊາຍທອງ ແລະ ເມືອງສັງທອງ, ແຂວງວຽງຈັນ 1 ໂຮງຮຽນ ຢູ່ເມືອງເຟືອງ, ແຂວງບໍລິຄໍາໄຊ 1 ໂຮງຮຽນ ຢູ່ເມືອງປາກຊັນ ແລະ ແຂວງໄຊສົມບູນ 1 ໂຮງຮຽນ ຢູ່ເມືອງອະນຸວົງ.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ