ກອງປະຊຸມໂຕະມົນ World Government Summit 2024

26/02/2024

ກອງປະຊຸມໂຕະມົນ World Government Summit 2024

ຄະນະຜູ້ແທນ ລັດຖະບານ ແຫ່ງ ສປປ ລາວ ເຊິ່ງຕາງໜ້າ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມໃນກອງປະຊຸມໂຕະມົນ World Government Summit 2024 ກ່ຽວກັບການຊຸກຍູ້ການນໍາໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນຂົງເຂດວຽກງານລັດຖະບານຂອງບັນດາປະເທດທີ່ກໍາລັງພັດທະນາ ໃນລະຫວ່າງວັນທີ 12-16 ກຸມພາ 2024 ທີ່ ດູໄບ ປະເທດ ສະຫະນະຄອນ ເອເມຣັດ ອາຣັບ (UAE), ເຊິ່ງມີຄະນະລັດຖະມົນຕີເຂົ້າຮ່ວມຫຼາຍກວ່າ 23 ປະເທດ, ຕາງໜ້າຄະນະຈາກລັດຖະບານຫຼາຍກວ່າ 120 ປະເທດ ແລະ ຕາງໜ້າຈາກ ອົງການຈັດຕັ້ງສາກົນ, ພາກພື້ນ, ຊ່ຽວຊານຈາກບັນດາອົງການຕ່າງໆ ແລະ ພາກທຸລະກິດ ຫຼາຍກວ່າ 200 ພາກສ່ວນ ເຂົ້າຮ່ວມໃນງານດັ່ງກ່າວ.

 

ກອງ​ປະຊຸມ​ຄັ້ງ​ນີ້​ ໄດ້ຈັດຂື້ນພາຍໃຕ້ຫົວຂໍ້ “  Shaping Future Governments ”  ເຊິ່ງເປັນການປຶກສາຫາລືລະຫວ່າງ ບັນດາຜູ້ນໍາ ຂອງລັດຖະບານ, ອົງການຈັດຕັ້ງສາກົນ, ພາກທຸລະກິດ ຈາກທົ່ວໂລກ ເພື່ອຮ່ວມມືກັນ ແລະ ແກ້ໄຂບັນຫາສິ່ງທ້າທາຍໃນອະນາຄົດ ເພື່ອຊຸກຍູ້ໃຫ້ແກ່ລັດຖະບານໃນອະນາຄົດ. ໂດຍກອງປະຊຸມດັ່ງກ່າວໄດ້ເລັ່ງໃສ່ 6 ຫົວຂໍ້ຕົ້ນຕໍຄື: 1) ການຫັນເປັນລັດຖະບານດິຈິຕອນ; 2) ການນໍາໃຊ້ປັນຍາປະດິດເຂົ້າໃນຂົງເຂດລັດຖະບານ; 3) ການທົບທວນຄືນການພັດທະນາທາງດ້ານເສດຖະກິດໃນອະນາຄົດ; 4) ສັງຄົມ ແລະ ການສຶກສາໃນອະນາຄົດ; 5) ຄວາມຍືນຍົງ ແລະ ການປ່ຽນແປງໃນຍຸກໃໝ່; 6) ການຫັນເປັນຕົວເມືອງທັນສະໄໝ ແລະ ບູລິມະສິດທາງດ້ານສຸຂະພາບໃນທົ່ວໂລກ.

 

ໃນກອງປະຊຸມຄັ້ງນີ້, ຕາງໜ້າຄະນະຜູ້ແທນ ລັດຖະບານແຫ່ງ ສປປ ລາວ ໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຖືກຮັບເຊີນ ໃຫ້ມີຄໍາເຫັນແລກປ່ຽນ ໃນບາງຈຸດທີ່ສໍາຄັນຂອງສະພາບການ ປັດຈຸບັນ ແລະ ທິດທາງພັດທະນານຳໃຊ້ AI ໃນລັດຖະບານ ຂອງ ສປປ ລາວ, ຊຶ່ງເປັນໂອກາດທີ່ດີໃນການກຽມເປັນເຈົ້າພາບໃນການຈັດກອງປະຊຸມສຸດຍອດອາຊຽນ 2024 ທີ່ຈະມາເຖິງ ໃນຂົງເຂດການນໍາໃຊ້ເຕັກໂນໂລຊີເຂົ້າມາມີສ່ວນຮ່ວມໃນການພັດທະນາລັດຖະບານ, ເສດຖະກິດ ແລະ ສັງຄົມ ເຊິ່ງໄດ້ລາຍງານບາງຈຸດກ່ຽວກັບການລິເລີ່ມການນໍາໃຊ້ປັນຍາປະດິດເພື່ອຂັບເຄື່ອນເສດຖະກິດ ແລະ ສັງຄົມໃຫ້ມີຄວາມຍືນຍົງ, ຄວາມພ້ອມທາງດ້ານແຜນຍຸດທະສາດ, ນະໂຍບາຍ ແລະ ລະບຽບການ, ການຮ່ວມມືກັບພາກພື້ນ ແລະ ສາກົນ, ການຊຸກຍູ້ໃຫ້ມີການບໍລິການທີ່ມີການນໍາໃຊ້ປັນຍາປະດິດ ແລະ ການປົກປ້ອງຂໍ້ມູນຂອງຜູ້ຊົມໃຊ້ ເປັນຕົ້ນ.

 

ນອກຈາກ ການເຂົ້າຮ່ວມກອງປະຊຸມ ຄັ້ງນີ້ແລ້ວ, ຄະນະຜູ້ແທນ ຍັງໄດ້ຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກັບລັດວິສາຫະກິດຂອງດູໄບ (MOB Group) ກ່ຽວກັບວຽກງານນຳໃຊ້ເຕັກໂນໂລຊີ AI ເຂົ້າໃນວຽກງານການຄຸ້ມຄອງລັດ ແລະ ການບໍລິການສັງຄົມ ເປັນຕົ້ນ ນຳໃຊ້ລະບົບກ້ອງ CCTV ທີ່ໃຊ້ເຕັກໂນໂລຊິີ AI ເຊື່ອມຕໍ່ ຫາລະບົບ KYC​, ລະບົບວິເຄາະໃບໜ້າ, ລະບົບລົງທະບຽນຊິມ ແລະ ລະບົບເລກທະບຽນຍານພາຫະ ເພື່ອຮັກສາຄວາມສະຫງົບ ແລະ ຄວາມປອດໄພ ໃນສັງຄົມ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ