26/02/2024
ໃນລະຫວ່າງວັນທີ 17-21 ກຸມພາ 2024, ທີ່ ບາງກອກ ປະເທດໄທ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ຕາງໜ້າ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໄດ້ເດີນທາງເຂົ້າຮ່ວມໃນກອງປະຊຸມປຶກສາຫາລື “ ການທົດລອງທາງດ້ານນະໂຍບາຍ ແລະ ລະບຽບການໃນການຄຸ້ມຄອງດິຈິຕອນ SandBox ເພື່ອການພັດທະນາແບບຍືນຍົງ ” ຊຶ່ງເປັນສ່ວນໜຶ່ງໃນກອງປະຊຸມໃຫຍ່ ອາຊີ-ປາຊີຟິກ ທີ່ມີບັນດາຄະນະລັດຖະມົນຕີ ຈາກທົ່ວໂລກເຂົ້າຮ່ວມ ແລະ ຈັດໂດຍ UN-ESCAP.
ກອງປະຊຸມຄັ້ງນີ້ ໄດ້ຈັດຂື້ນພາຍໃຕ້ຫົວຂໍ້ພາສາອັງກິດ ແມ່ນ “ The Global Workshop on Policy Experimentation and Regulatory Sandboxes on Digital Technologies for Sustainable Development ‘‘ ເຊິ່ງເປັນການປຶກສາຫາລື ແລກປ່ຽນບົດຮຽນ ການນຳໃຊ້ SandBox ຂອງ 3 ປະເທດ ຄື: ບັງກະລາເທດ, ກາຊັກສະຖານ ແລະ ມັນດິບ. ໂດຍກອງປະຊຸມດັ່ງກ່າວໄດ້ເລັ່ງໃສ່ 3 ຫົວຂໍ້ຕົ້ນຕໍຄື: 1) ເຜີຍແຜ່ ຜົນໄດ້ຮັບຈາກການທົດລອງນຳໃຊ້ SandBox ຂອງ 3 ປະເທດດັ່ງກ່າວຂ້າງເທິງ, 2) ປຶກສາຫາລື ແລະ ແລກປ່ຽນບົດຮຽນ ຈາກຜົນໄດ້ຮັບດັ່ງກ່າວ, 3) ແລກປ່ຽນບົດຮຽນ ການນຳໃຊ້ SandBox ໃນຂະແໜງພະລັງງານ (Kazakhstan), ແຜນພັດທະນາ FinTech (Maldives) ແລະ ການສ້າງທຸລະກິດຂະໜາດກາງ ແລະ ນ້ອຍ (Bangladesh).
ຕາງໜ້າຄະນະຜູ້ແທນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ໄດ້ຖືກຮັບເຊີນ ໃຫ້ມີຄຳເຫັນແລກປ່ຽນ ກ່ຽວກັບສະພາບການປັດຈຸບັນ ແລະ ທິດທາງການນຳໃຊ້ SandBox ໃນການບໍລິການລັດຖະບານ ຂອງ ສປປ ລາວ ແລະ ໄດ້ລາຍງານບາງຈຸດກ່ຽວກັບການລິເລີ່ມການນໍາໃຊ້ SandBox ເພື່ອຂັບເຄື່ອນເສດຖະກິດ ແລະ ສັງຄົມໃຫ້ມີຄວາມຍືນຍົງ, ຄວາມພ້ອມທາງດ້ານແຜນຍຸດທະສາດ, ນະໂຍບາຍ ແລະ ລະບຽບການ, ການຮ່ວມມືກັບພາກພື້ນ ແລະ ສາກົນ, ການຊຸກຍູ້ໃຫ້ມີການບໍລິການທີ່ມີການນໍາໃຊ້ປັນຍາປະດິດ ແລະ ການປົກປ້ອງຂໍ້ມູນຂອງຜູ້ຊົມໃຊ້.

ໃນກອງປະຊຸມ ໄດ້ມີການລາຍງານຜົນຂອງການນຳໃຊ້ SandBox, ຄວາມສໍາຄັນຂອງການແລກປ່ຽນຂໍ້ມູນ (Data Sharing) ແລະ ການຮັກສາຄວາມປອດໄພຂໍ້ມູນ, ຕາງໜ້າຈາກປະເທດບັງຄະລາເທດ ຍັງໄດ້ລາຍງານ ລາຍລະອຽດ ແລະ ຂັ້ນຕອນການສ້າງ SandBox ເພືື່ອໃຫ້ເກີດປະໂຫຍດສູງສຸດ ແລະ ເພື່ອຄວາມຍືນຍົງ. ນອກນັ້ນ, ຍັງມີບັນດາກອງປະຊຸມປິ່ນອ້ອມ ທີ່ກ່ຽວຂ້ອງ ກັບວຽກງານ ຫັນເປັນລັດຖະບານດິຈິຕອນ, ການນໍາໃຊ້ເຕັກໂນໂລຊີ ເຊັ່ນ APFSD ຊຶ່ງເປັນກອງປະຊຸມໃຫຍ່ ລະດັບລັດຖະມົນຕີ ຂອງທົ່ວໂລກ ເຂົ້າຮ່ວມ, ຊຶ່ງຕາງໜ້າ ສປປ ລາວ ແມ່ນ ທ່ານ ໂພໄຊ ໄຂຄຳພິທູນ, ຮອງ ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມ.
ນອກຈາກນີ້, ຄະນະຈາກ ສປປ ລາວ ໄດ້ປຶກສາຫາລື ກັບຄະນະ UN ສະເໜີ ຄວາມເປັນໄປໄດ້ ໃນການຂໍການຊ່ວຍເຫຼືອຈາກ UNESCAP, UNDESA ເພື່ອທົດລອງນຳໃຊ້ SandBox ຢູ່ ສປປ ລາວ ໂດຍສະເພາະ ການທົດລອງນຳໃຊ້ເຕັກໂນໂລຊີໃໝ່ ຄື: ລະບົບແລກປ່ຽນຂໍ້ມູນພາກລັດ (Government Data Exchange), ມາດຕະຖານລະບົບບໍລິຫານລັດ (Government Standard Framework), ການບໍລິການລັດລວມສູນປະຕູດຽວ (e-Portal), ແລະ ປັນຍາປະດິດ (AI SandBox).

