01/03/2024
ໃນຕອນເຊົ້າຂອງວັນທີ 22 ກຸມພາ 2024 ໄດ້ມີພິທີຈັດກອງປະຊຸມສໍາມະນາປະເມີນຜົນການນໍາໃຊ້ລະບົບເຄືອຂ່າຍພາກລັດ ແລະ ຝຶກອົບຮົມການຄຸ້ມຄອງ ແລະ ນຳໃຊ້ລະບົບກອງປະຊຸມທາງໄກ ທີ່ຫ້ອງປະຊຸມຊັ້ນ 4 ເຂດຮົ້ວ ຫສນຍ ໂດຍການເປັນປະທານ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ເຊິ່ງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຈຳນວນ 32 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອປະເມີນຜົນການນຳໃຊ້ການເຊື່ອມຕໍ່ລະບົບເຄືອຂ່າຍລະຫວ່າງກະຊວງ ແລະ ອົງການຈັດຕັ້ັ້ງພາກລັດ ທີ່ມີການນໍາໃຊ້, ເຊື່ອມໂຍງລະບົບຂໍ້ມູນພາກລັດ ກໍ່ຄືການເຊື່ອມຕໍ່ຫາບັນດາລະບົບໂປຣແກຣມຕ່າງໆ ຂອງລະບົບບໍລິຫານລັດດິຈິຕອນເປັນຕົ້ນ ລະບົບຫ້ອງການທັນສະໄໝ, ລະບົບກອງປະຊຸມທາງໄກ, ລະບົບຈົດໝາຍເອເລັກໂຕຣນິກ, ລະບົບການສື່ສານພາກລັດ, ລະບົບການນໍາໃຊ້ເອກະສານຮ່ວມກັນຂອງພາກລັດ ແລະ ອື່ນໆ, ຊື່ງລະບົບເຄືອຂ່າຍເຊື່ອມຕໍ່ດັ່ງກ່າວແມ່ນເຮັດໃຫ້ບັນດາລະບົບຫ້ອງການລັດສາມາດແລກປ່ຽນຂໍ້ມູນຂ່າວສານລະຫວ່າງກັນໄດ້ຢ່າງສະດວກ ແລະ ມີຄວາມປອດໄພ ແນໃສ່ຊຸກຍູ້ ແລະ ສົ່ງເສີມການບໍລິຫານ ແລະ ການບໍລິການວຽກງານຂອງທຸກຂະແໜງການໃຫ້ແກ່ປະຊາຊົນໄດ້ຢ່າງມີປະສິດທິພາບ ປະຕິບັດຕາມທິດຊີ້ນໍາຂອງພັກ ແລະ ລັດຖະບານ ເພື່ອຫັນເປັນທັນສະໄໝເທື່ອລະກ້າວ ແລະ ຮອງຮັບການກ້າວເຂົ້າສູ່ເສດຖະກິດ-ສັງຄົມດິຈິຕອນ.
ພ້ອມນີ້ຍັງໄດ້ມີການນໍາສະເໜີເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ວຽກງານ, ສະພາບການຫັນເປັນດິຈິຕອນ (Digital Transformation: DX) ຂອງພາຍໃນ ແລະ ຕ່າງປະເທດ ແລະ ພາບລວມການພັດທະນາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ.
ເຊິ່ງໃນຕອນບ່າຍ ຂອງວັນດຽວກັນ ກໍ່ໄດ້ມີການຝຶກອົບຮົມການຄຸ້ມຄອງ ແລະ ນໍາໃຊ້ລະບົບກອງປະຊຸມທາງໄກ (TrueConf) ທີ່ມີການປັບປຸງ ພັດທະນາ ຂະຫຍາຍເພີ່ມ, ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ພະນັກງານຈາກບັນດາກະຊວງ/ອົງການຈັດຕັ້ງພັກ-ລັດ ຢູ່ຂັ້ນສູນກາງ ໃຫ້ສາມາດຕິດຕັ້ງ, ຄຸ້ມຄອງ, ຄວບຄຸມ ແລະ ນໍາໃຊ້ຫ້ອງປະຊຸມທາງໄກໄດ້ດ້ວຍຕົນເອງ, ສໍາຄັນທີ່ສຸດແມ່ນໃຫ້ສາມາດນຳໃຊ້ບັນດາເຄື່ອງມືຕ່າງໆ ຂອງລະບົບກອງປະຊຸມທາງໄກ ໃນການຈັດກອງປະຊຸມກັບບັນດາຫ້ອງການລັດທັງສູນກາງ, ທ້ອງຖິ່ນ ແລະ ຕ່າງປະເທດ ຊື່ງຈະຊ່ວຍປະຢັດເວລາ ແລະ ຄ່າໃຊ້ຈ່າຍ ໃນການເຂົ້າຮ່ວມກອງປະຊຸມຕ່າງໆ ແທນການໄປຮ່ວມປະຊຸມແບບເຊິ່ງໜ້າໄດ້ຫຼາຍ.






