ເຂົ້າຮ່ວມກອງປະຊຸມສໍາມະນາການພັດທະນາຂີດຄວາມສາມາດຂອງ ພະນັກງານພາກລັດ ໃນການຄຸ້ມຄອງ ແລະ ຫັນເປັນລັດດິຈິຕອນ “Gathering Priorities for Digital Governance and Digital Transformation

06/06/2024

ເຂົ້າຮ່ວມກອງປະຊຸມສໍາມະນາການພັດທະນາຂີດຄວາມສາມາດຂອງ ພະນັກງານພາກລັດ ໃນການຄຸ້ມຄອງ ແລະ ຫັນເປັນລັດດິຈິຕອນ “Gathering Priorities for Digital Governance and Digital Transformation

ໃນວັນທີ 29 - 30 ພຶດສະພາ 2024, ທ່ານ ປອ. ທະວີສັກ ມະໂນທັມ ໄດ້ນຳພາ ທີມງານ ຈາກສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມກອງປະຊຸມສໍາມະນາ ໃນຫົວຂໍ້: ການພັດທະນາຂີດຄວາມສາມາດຂອງ ພະນັກງານພາກລັດ ໃນການຄຸ້ມຄອງ ແລະ ຫັນເປັນລັດດິຈິຕອນ “Gathering Priorities for Digital Governance and Digital Transformation” ພາຍໃຕ້ການສະໜັບສະໜູນຈາກ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ແລະ ອົງການສາກົນ National Information Society Agency (NIA) ເຊີ່ງຈັດຂຶ້ນທີ່ປະເທດ ຄາຊັດສະຖານ ໂດຍມີ ຜູ້ເຂົ້າຮ່ວມຈາກບັນດາປະເທດອາຊີກາງ ແລະ ປະເທດຈາກອາຊຽນ ຈໍານວນໜຶ່ງ ລວມທັງໝົດ 14 ປະເທດ.

ຈຸດປະສົງ ຂອງກອງປະຊຸມສໍາມະນາໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ລາຍງານສະພາບການພັດທະນາບັນດາຂົງເຂດບູລິມະສິດ ແລະ ກິດຈະກໍາ ສໍາລັບການພັດທະນາຄວາມຮູ້, ຄວາມສາມາດໃນດ້ານການຄຸ້ມຄອງ ແລະ ການຫັນເປັນລັດດິຈິຕອນ ຈາກບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ແລະ ເພື່ອເປັນການແລກປ່ຽນບົດຮຽນ ແລະ ເປີດໂອກາດໃຫ້ຕາງໜ້າບັນດາປະເທດທີ່ເຂົ້າຮ່ວມ ນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດ ແລະ ແຜນການໃນອະນາຄົດ ກ່ຽວກັບການຄຸ້ມຄອງທາງດ້ານດິຈິຕອນ ແລະ ການຫັນເປັນລັດດິຈິຕອນ, ຊຶ່ງ ທ່ານ ປອ. ທະວີສັກ ມະໂນທັມ ໄດ້ຂຶ້ນນຳສະເໜີ ກ່ຽວກັບ ສະພາບການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີ ເພື່ອຫັນການບໍລິຫານ ແລະ ການບໍລິການລັດ ແບບດິຈິຕອນ ຢູ່ ສປປ ລາວ ພ້ອມທັງ ແນວທາງ ໃນການພັດທະນາ ເພື່ອເຊື່ອມໂຍງກັບລະບົບລັດດິຈິຕອນ ຂອງບັນດາປະເທດອາຊຽນ ແລະ ບັນດາປະເທດທົ່ວໂລກ ແລະ ຄວາມສຳຄັນຈຳເປັນ ໃນການຮ່ວມມື ຂອງບັນດາປະເທດ ໂດຍສະເພາະ ການສຶກສານຳໃຊ້ ລະບົບລັດດິຈິຕອນ ທີ່ເປັນມາດຕະຖານດຽວກັນ ແລະ ສາມາດເຊື່ອມໂຍງກັນໄດ້ ໃນອະນາຄົດ.

ນອກຈາກນັ້ນ, ໃນຕອນທ້າຍຂອງກອງປະຊຸມ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ສົນທະນາ ແລະ ແລກປ່ຽນຄໍາເຫັນກ່ຽວກັບຫົວຂໍ້ທີ່ສໍາຄັນ ທີ່ຕ້ອງເອົາໃຈໃສ່ ແລະ ປຶກສາຫາລືໃນຕໍ່ໜ້າ ທາງດ້ານວຽກງານດິຈິຕອນ ແລະ ການຫັນເປັນລັດດິຈິຕອນ ເພື່ອເປັນແນວທາງ ໃນການຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກ, ໂຄງການ, ແຜນງານ ຂອງແຕ່ລະປະເທດ ໃນຂົງເຂດວຽກງານດິຈິຕອນ ເພື່ອກ້າວໄປສູ່ ການຫັນເປັນລັດດິຈິຕອນຢ່າງເຂັ້ມແຂງ ແລະ ມີປະສິດທິພາບສູງໃນອະນາຄົດ ໂດຍສະເພາະ ປະເທດ ທີ່ກຳລັງເລີ່ມພັດທະນາລະບົບລັດດິຈິຕອນ ເຊັ່ນ ສປປ ລາວ ແມ່ນຄວນເຂົ້າຮ່ວມ ບັນດາກອງປະຊຸມ ແລະ ກິດຈະກຳ ຂອງໂຄງການດັ່ງກ່າວນີ້ ເພື່ືອໃຫ້ສາມາດຮຽນຮູ້ ແລະ ນໍາໄປພັດທະນາລະບົບບໍລິຫານລັດໄດ້ໄວ, ມີປະສິດທິພາບ ແລະ ສາມາດເຊື່ອມໂຍງກັບສາກົນ ໃນອະນາຄົດ.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ