ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະນັກງານການນໍາ ຂັ້ນກົມ ຂອງກະຊວງ ສຶກສາທິການ ແລະ ກິລາ

05/07/2024

ກອງປະຊຸມຝຶກອົບຮົມການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ແກ່ ພະນັກງານການນໍາ ຂັ້ນກົມ ຂອງກະຊວງ ສຶກສາທິການ ແລະ ກິລາ

ໃນລະຫວ່າງວັນທີ 26-27 ມິຖຸນາ 2024 ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ ເປັນວິທະຍາກອນ ໃນກອງປະຊຸມຝຶກອົບຮົມການນຳໃຊ້ລະບົບການບໍລິຫານລັດດິຈິຕອນ ຫຼື ຫ້ອງການທັນສະໄໝ ໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ຈັດໂດຍ ກະຊວງ ສຶກສາທິການ ແລະ ກິລາ ຫຼື ສສກ, ທີ່່ຫ້ອງປະຊຸມຕຶກໄອຊີທີ, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ພ້ອມດ້ວຍຄະນະ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນວິທະຍາກອນ, ມີບັນດານັກສໍາມະນາກອນ ຂັ້ນຫົວໜ້າ-ຮອງຫົວໜ້າກົມ ຈາກບັນດາກົມ, ສູນ, ສະຖາບັນ, ທີ່ເປັນຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ອ້ອມຂ້າງສໍານັກກະຊວງ ສສກ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມຈຳນວນ 60 ກວ່າທ່ານ

ໂອກາດນີ້, ທ່ານ ປອ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ການບໍລິຫານລັດດິຈິຕອນ ຫຼື ການບໍລິການພາກລັດປະຕູດຽວ ແມ່ນມີຄວາມສໍາຄັນຫຼາຍທີ່ສຸດ ເປັນປັດໄຈຊຸກຍູ້ການພັດທະນາປະເທດ ຊຶ່ງຫຼາຍປະເທດ ຈັດຕັ້ງປະຕິບັດໄດ້ຢ່າງຄອງຕົວ ສົ່ງຜົນໃຫ້ການຈັດຕັ້ງປະຕິບັດວຽກງານເປັນລະບົບ ແລະ ສອດຄອງກັບການປ່ຽນແປງຕາມຍຸກສະໄໝ ໂດຍສະເພາະການບໍລິການຂອງພາກລັດ ທີ່ມີປະສິດທິພາບ, ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ, ສິ່ງສໍາຄັນ ແມ່ນປະຊາຊົນ ໄດ້ຮັບຜົນປະໂຫຍດ ຈາກການນໍາໃຊ້ລະບົບການບໍລິຫານລັດດິຈິຕອນ”

ຄະນະຈາກສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີ ພາບລວມການກະກຽມຄວາມພ້ອມຂອງ ສປປ ລາວ ໃນການຫັນເປັນດິຈິຕອນ ເປັນຕົ້ນ ບັນດາ ດໍາລັດ, ນິຕິກໍາ ແລະ ແຜນຍຸດທະສາດຕ່າງໆ  ທີ່ທາງ ພັກ-ລັດຖະບານ ໄດ້ວາງອອກ ເພື່ອເລັ່ງໃສ່ການຫັນເປັນລັດດິຈິຕອນ, ພ້ອມທັງ ຝຶກອົບຮົມການນໍາໃຊ້ບັນດາລະບົບການບໍລິຫານ ແລະ ບໍລິການດິຈິຕອນ ເຊັ່ນ: ລະບົບຫ້ອງການທັນສະໄໝ (e-Office), ລະບົບສື່ສານພາກລັດ (G-Chat), ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນ (G-Share/G-Drive) ແລະ ອື່ນໆ ໃຫ້ແກ່ພະນັກງານຂັ້ນກົມ ຂອງ ກະຊວງ ສຶກສາທິການ ແລະ ກິລາ

ກອງປະຊຸມຝຶກອົບຮົມໄດ້ປິດລົງໃນວັນທີ 27 ມິຖຸນາ 2024 ເວລາ 16:00 ໂມງ

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ