08/01/2025
ບົດລາຍງານ Women in GovTech 2024 ຂອງ GovInsider (govinsider.asia) ເປີດຕົວ ເປັນສະບັບທີ 8 ທີ່ສັງລວມເອົາເລື່ອງລາວ ແລະ ບົດຮຽນຈາກການສໍາພາດ ແມ່ຍິງ ຈຳນວນຫຼາຍກວ່າ 100 ຄົນ ຈາກ 24 ປະເທດ ໃນ 4 ທະວີບ ທີ່ມີບົດບາດສຳຄັນໃນດ້ານເຕັກໂນໂລຊີ ແລະ ການຫັນເປັນທັນສະໄໝ ຂອງພາກລັດ.
ບົດລາຍງານນີ້ ໄດ້ຮັບການຕີພີມ ແລະ ການປະກອບສ່ວນຈາກແມ່ຍິງໃນຂົງເຂດເຕັກໂນໂລຊີ ຂອງພາກລັດ ເປັນຕົ້ນ ຂັ້ນລັດຖະມົນຕີ, ຫົວໜ້າກົມ, ຜູ້ວາງນະໂຍບາຍ ແລະ ຍຸດທະສາດແຫ່ງຊາດ, ນັກພັດທະນາຜະລິດຕະພັນ, ນັກວິໄຈ ໃນດ້ານຕ່າງໆ ເຊັ່ນ: ຕົວເມືອງອັດສະລິຍະ, ການດູແລສຸຂະພາບ, ນະໂຍບາຍເຕັກໂນໂລຊີຄວາມປອດໄພໄຊເບີ ແລະ ການປ່ຽນແປງລັດຖະບານສູ່ດິຈິຕອນ.
ຕົວຢ່າງທີ່ໜ້າສົນໃຈໄດ້ແກ່ ນັກອອກແບບຖານລະບົບໃຫ້ຜູ້ຊົມໃຊ້ (UX) ຂອງກຳປູເຈຍ ໃນລະບົບການຈັດການວັກຊີນ, ສິງກະໂປພັດທະນາໂຄງການຝຶກອົບຮົມດິຈິຕອນສຳລັບຜູ້ນຳລະດັບສູງ, ສະຫະລັດອາຫລັບອິມິເລດ ທີ່ເປັນຜູ້ນຳໂຄງການ ການປັບປຸງຄວາມສັບຊ້ອນໃນການດໍາເນີນການຂອງລະບົບພາກລັດ.
ບົດລາຍງານ ຍັງໄດ້ລວມຄວາມຄິດເຫັນກ່ຽວກັບການນຳໃຊ້ປັນຍາປະດີດ (AI) ໃນພາກລັດ ໂດຍຜູ້ນຳ ແລະ ໄດ້ຄາດຄະເນວ່າໃນປີ 2025 ລັດຖະບານຈະນຳໃຊ້ AI ຫຼາຍຂື້ນ ເພື່ອມາຊ່ວຍໃນການບໍລິຫານແລະ ຄຸ້ມຄອງລັດ, ພ້ອມນີ້ ທ່ານຮອງຫົວໜ້າ ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະການສື່ສານ ໄດ້ເປັນຕົວແທນ ຂອງ ສປປ ລາວ ແບ່ງປັນປະສົບການ ແລະ ຂໍ້ມູນໃນການພັດທະນາ ບັນດາພຣາດຟອມຮັບໃຊ້ ພາກລັດ ຂອງຕົນ ເປັນຕົ້ນ ສະຖານະພາບການພັດທະນາ ຖານລະບົບ E-OFFICE, GOV-X. G-Chat, G-share, video conference, G-web, ອື່ນໆ, ບັນດາສິ່ງທ້າທາຍ ແລະ ແຜນການໃນອະນາຄົດ.
ບົດລານງານຍັງໄດ້ປະເມີນ ຫົວຂໍ້ທີ່ກໍາລັງເປັນທີ່ສົນໃຈໃນປີ 2025 ເຊັ່ນ: ພື້ນຖານໂຄງສ້າງດິຈິຕອນຂອງສາທາລະນະ (DPI), ປັນຍາປະດິດ (AI), ແລະ ເຕັກໂນໂລຊີ (QUANTUM). ລວມທັງຫົວຂໍ້ທີ່ສໍາຄັນເຊິ່ງຈະຊ່ວຍໃນການພັດທະນາການບໍລິຫານ ແລະ ບໍລິການລັດໃຫ້ດີຂຶ້ນ ແລະ ຮັບປະກັນ ຄວາມຍືນຍົງ ໃນການຫັນປ່ຽນເປັນທັນສະໄໝ.
ລາຍຊື່ ແລະ ລາຍລະອຽດບົດສໍາພາດ ບັນດາແມ່ຍິງ GovTech 2024 ຈາກປະເທດຕ່າງໆ ສາມາດເບິ່ງເພີ່ມເຕີມໄດ້ທີ່ https://govinsider.asia/intl-en/article/meet-the-women-in-govtech-2024