ຝຶກອົບຮົມ “ການນຳໃຊ້ ລະບົບຫ້ອງການທັນສະໄໜ (e-Office), ລະບົບກອງປະຊຸມທາງໄກ Video Conference (TrueConf) ແລະ ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive)” ໃຫ້ແກ່ ພະນັກງານ ກົມງົບປະມານແຫ່ງລັດ, ກະຊວງການເງິນ

16/01/2025

ຝຶກອົບຮົມ “ການນຳໃຊ້ ລະບົບຫ້ອງການທັນສະໄໜ (e-Office), ລະບົບກອງປະຊຸມທາງໄກ Video Conference (TrueConf) ແລະ ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive)”  ໃຫ້ແກ່ ພະນັກງານ ກົມງົບປະມານແຫ່ງລັດ, ກະຊວງການເງິນ

ໃນຕອນເຊົ້າຂອງ ວັນທີ 08 ມັງກອນ 2025, ​ກົມງົບປະມານແຫ່ງລັດ, ກະຊວງການເງິນ ຮ່ວມກັບ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກ​ຕ​ສ) ຈັດຊຸດຝຶກອົບຮົມ ຫົວ​ຂໍ້: “ການນຳໃຊ້ ລະບົບຫ້ອງການທັນສະໄໜ (e-Office), ລະບົບກອງປະຊຸມທາງໄກ Video Conference (TrueConf) ແລະ ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive)” ໃຫ້ແກ່ພະນັກງານພາຍ​ໃນ​ກົມ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ກະຊວງການເງິນ, ແລະ ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ກຕ​ສ, ໂດຍມີ ບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກ ກົມງົບປະມານແຫ່ງລັດ ເຂົ້າຮ່ວມຈຳນວນ 20 ກວ່າທ່ານ

ຈຸດປະສົງ ໃນການຈັດຝຶກອົບຮົມໃນຄັ້ງນີ້ ແມ່ນ ຝຶກໃຫ້ພະນັກງານພາຍໃນກົມ ໃຫ້ສາມາດນຳໃຊ້ລະບົບ e-Office, ລະບົບ Video Conference (TrueConf), ແລະ ລະບົບ G-Share/G-Drive ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ມີປະສິດທິພາບ, ສະດວກ, ວ່ອງໄວ, ປະຢັດເວລາ ແລະ ງົບປະມານ. ສຳລັບ ລະບົບ e-Office ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທຸກຂັ້ນຕອນຂອງຜູ້ນຳໃຊ້ລະບົບ ເຊັ່ນ: ຂາເຂົ້າ-ຂາອອກ, ຄະນະນຳ, ຄະນະກົມ, ພະແນກ, ແລະ ວິຊາການ. ການຝຶກອົບຮົມຄັ້ງນີ້ ແມ່ນຈະໄດ້ສອນວິທີການນໍາໃຊ້ລະບົບ ຜ່ານຄອມພິວເຕີ, ແອັບໂທລະສັບມືຖື (Mobile App), ການຄຸ້ມຄອງລະບົບຂັ້ນພື້ນຖານ ແລະ ອື່ນໆ. ລະບົບ Video Conference (TrueConf) ໄດ້ຮຽນຮູ້ ວິທີການດາວໂຫຼດ ແລະ ຕິດຕັ້ງ ລະບົບ TrueConf, ການຕັ້ງຄ່າເພື່ອເຊື່ອມຕໍ່ server trueconf  ແລະ login ເຂົ້ານຳໃຊ້ລະບົບ, ການສ້າງລີ້ງຫ້ອງປະຊຸມ ແລະ ເຂົ້າລີ້ງຫ້ອງປະຊຸມ, ການນໍາໃຊ້ຟັງຊັ່ນຕ່າງໆຂອງ trueconf ແລະ ອື່ນໆ. ນອກນັ້ນ, ພະນັກງານພາຍໃນກົມ ຍັງໄດ້ຮຽນຮູ້ ການນຳໃຊ້ລະບົບ G-Share/G-Drive ໃນການຈັດເກັບເອກະສານຕ່າງໆ ແລະ ການແບ່ງປັນເອກະສານ ຫຼື ແຟ້ມເອກະສານຮ່ວມກັນ ເຊິ່ງລະບົບສາມາດກຳນົດສິດໃນການນຳໃຊ້ ເອກະສານ ຫຼື ແຟ້ມເອກະສານ ໃຫ້ສາມາດເບິ່ງ, ດາວໂຫຼດ, ແກ້ໄຂ, ລຶບເອກະສານ ແລະ ອື່ນໆໄດ້, ໂດຍຈຸດເດັ່ນຂອງລະບົບ G-Share/G-Drive ແມ່ນສາມາດແກ້ໄຂເອກະສານຮ່ວມກັນໃນເວລາດຽວກັນໄດ້.

ໃນພິທີເປີດຝຶກອົບຮົມ, ທ່ານ ນ. ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກຕສ, ໄດ້ນໍາສະເໜີພາບລວມຂອງການຫັນເປັນລັດດິຈິຕອນ  ຂອງ ສປປ ລາວ ແລະ ຄວາມສຳຄັນ ແລະ ຈຳເປັນໃນການຫັນເປັນທັນສະໄໝ ຕາມທິດຂອງລັດຖະບານ. ພ້ອມນີ້ ໄດ້ນໍາສະເໜີປັດໄຈພື້ນຖານ ທາງດ້ານເຕັກນິກ, ລະບຽບການ ແລະ ການສ້າງຄວາມອາດສາມາດ ເພື່ອກະກຽມຫັນເປັນດິຈິຕອນ. ນໍາສະເໜີຄວາມຈໍາເປັນ ແລະ ຜົນປະໂຫຍດ ຂອງການນໍາໃຊ້ບັນດາລະບົບບໍລິຫານລັດທົ່ວໄປ ໃນການດໍາເນີນວຽກງານຄຸ້ມຄອງ ແລະ ບໍລິິຫານລັດ, ເພື່ອຊ່ວຍໃນການປັບປຸງປະສິດທິພາບ, ປະຢັດງົບປະມານ, ແລະ ຫຼຸດຜ່ອນການລົງທຶນຊໍ້່່າຊ້ອນ.    

ພ້ອມນີ້, ທ່ານ ໜູເຊີຍ ພົມສີຈັນ ຫົວໜ້າກົມງົບປະມານແຫ່ງລັດ, ກະຊວງການເງິນ, ໄດ້ຮຽກຮ້ອງໃຫ້ ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ຫົວຂໍ້: “ການນຳໃຊ້ ລະບົບຫ້ອງການທັນສະໄໜ (e-Office), ລະບົບກອງປະຊຸມທາງໄກ Video Conference (TrueConf) ແລະ ລະບົບຈັດເກັບ ແລະ ນໍາໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive)” ຄັ້ງນີ້ ພ້ອມກັນເອົາໃຈໃສ່ໃນການຝຶກອົບຮົມ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດຢູ່ກົມກອງຂອງຕົນ ເຮັດໃຫ້ໜ້າທີ່ວຽກງານໄດ້ຮັບໜາກຜົນດີຂຶ້ນເລື້ອຍໆ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ສຳເລັດລົງ ວັນທີ 14 ມັງກອນ 2025.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ