06/02/2025

ໃນຕອນເຊົ້າຂອງວັນທີ 30 ມັງກອນ 2025, ທີ່ ຫ້ອງປະຊຸມ ຊັ້ນ 04 ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມທາບທາມ ແລະ ລະດົມແນວຄິດ ກ່ຽວກັບ ລະບຽບການ ຂອງຫົວໜ່ວຍລາຄາ ອຸປະກອນ ໄອຊີທີ ພາກລັດ. ໂດຍການເປັນປະທານຂອງ ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂດຍມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ອົງການທຽບເທົ່າ ເຂົ້າຮ່ວມທັງໝົດຈຳນວນ 20 ທ່ານ
ການຫັນເປັນດິຈິຕອນ ກໍ່ເປັນວຽກງານໜຶ່ງທີ່ສຳຄັນ ແລະ ນອນຢູ່ໃນແຜນບູລິມະສິດຂອງລັດຖະບານ ໂດຍເນັ້ນໃສ່ 3 ເສົາຄ້ໍາຫຼັກຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ຊຶ່ງປີຜ່ານມາ ລັດຖະບານໄດ້ຮັບຮອງຄະນະກຳມະການລະດັບຊາດ ເພື່ອການຫັນເປັນດິຈິຕອນ ແລະ ຮັບຮູ້ວ່າ ບັນດາຂະແໜງການ ກໍ່ໄດ້ແຕ່ງຕັ້ງຄະນະຮັບຜິດຊອບພາຍໃນຂະແໜງການແລ້ວ ເພື່ອການຫັນເປັນດິຈິຕອນຂອງຂະແໜງການຂອງທຸກໜ່ວຍງານ,ທຸກຂະແໜງການຕ້ອງໄດ້ຜັນຂະຫຍາຍ ຕາມທິດທາງຂອງລັດຖະບານ ໂດຍການພັດທະນາໂຄງລ່າງພື້ນຖານໄອຊີທີ ແລະ ເຕັກໂນໂລຊີດິຈິຕອນ ເພື່ອນຳໃຊ້ໃນລະບົບເຕັກໂນໂລຊີຂອງຕົນເອງ, ຊຶ່ງການພັດທະນາທຸກລະບົບ ລ້ວນແຕ່ຕິດພັນກັບ ການຈັດຊື້-ຈັດຈ້າງລະບົບເຕັກນິກ ແລະ ອຸປະກອນໄອຊີທີ; ບັນຫາທີ່ພົບພໍ້ຜ່ານມາ ແມ່ນການຈັດຊື້ອຸປະກອນ ທີ່ບໍ່ສອດຄ່ອງກັບໜ້າວຽກ ຫຼື ບໍ່ສົມຄູ່ກັບລາຄາ. ເພື່ອເຮັດໃຫ້ວຽກງານການຈັດຊື້ອຸປະກອນ ໄອຊີທີ ຂອງພາກລັດ ເຂົ້າສູ່ຂະບວນການ, ເປັນເອກະພາບ, ໂປ່ງໃສ ແລະ ໄປໃນທາງດຽວກັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນນາມກອງເລຂາ ຄະນະກຳມະການລະດັບຊາດ ເພື່ອຫັນເປັນດິຈິຕອນ ກໍ່ໄດ້ຄົ້ນຄວ້າ ການສ້າງຂອບນິຕິກຳ ເພື່ອຄຸ້ມຄອງວຽກງານດັ່ງກ່າວ
ຈຸດປະສົງ ກອງປະຊຸມ ແມ່ນກອງປະຊຸມທາບທາມ ເພື່ອປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ການຄົ້ນຄວ້າ ຮ່າງຂໍ້ຕົກລົງ ວ່າດ້ວຍ ຫົວໜ່ວຍລາຄາອຸປະກອນ ໄອຊີທີ ພາກລັດ ແນ່ໃສ່ປະເມີນ ແລະ ສຶກສາຄວາມເປັນໄປໄດ້ໃນການຮ່າງລະບຽບການດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ມີ ຕາງໜ້າຈາກ 9 ກະຊວງ ແລະ ອົງການທຽບເທົ່າ ເຂົ້າຮ່ວມ
ກອງປະຊຸມໃນຄັ້ງນີ້ ທ່ານ ນ. ວັນນະພາ ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ນຳພາໃນການ ໂອ້ລົມປຶກສາຫາລື ກ່ຽວກັບກັບກອງປະຊຸມສຳມະນາໃນຄັ້ງນີ້ ພ້ອມທັງຍົກໃຫ້ເຫັນເຖິງ ຂໍ້ດີ, ບັນຫາຄົງຄ້າງ ແລະ ຫົວຂໍ້ເຈາະຈິ້ມອື່ນໆ ທີ່ກ່ຽວຂ້ອງກັບ ຮ່າງຂໍ້ຕົກລົງດັ່ງກ່າວ ແລະ ບັນດາທ່ານ ຕາງໜ້າ ຈາກກະຊວງ-ອົງການລັດ ກໍ່ມີການປະກອບຄຳຄິດຄຳເຫັນ ປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ ກະຊວງ ແຜນການ ແລະ ການລົງທຶນ, ກະຊວງ ການເງິນ, ກະຊວງ ສາທາລະນະສຸກ ແລະ ບັນດາກະຊວງອື່ນໆ ທີ່ໄດ້ມີຄຳເຫັນ ແລກປ່ຽນບົດຮຽນ ພ້ອມທັງມີຂໍ້ມູນສະເໜີ ເພື່ອປັບປຸງ ຮ່າງຂໍ້ຕົກລົງດັ່ງກ່າວ
ພາຍຫຼັງກອງປະຊຸມຄັ້ງນີ້ ຄະນະຮັບຜິດຊອບຈະສືບຕໍ່ຄົ້ນຄວ້າ ແລະ ສົ່ງຫາບັນດາກະຊວງອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ປະກອບຄຳເຫັນອີກຕື່ມ
ກອງປະຊຸມໄດ້ປິດລົງໃນເວລາ 11:40 ຂອງວັນດຽວກັນ