12/02/2025

ກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານປະຈຳປີ 2024 ແລະ ແຜນການປີ 2025 ຂອງ ສູນບໍລິຫານລັດດິຈິຕອນ ໄດ້ຈັດໃນວັນທີ 10 ກຸມພາ 2025, ທີ່ຫ້ອງປະຊຸມຊັ້ນ 01 (ສະຖາບັນ ກຕສ) ຂອງກະຊວງ ຕສ, ໂດຍໃຫ້ກຽດເປັນປະທານໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງມີຜູ້ເຂົ້າຮ່ວມຈາກ ຄະນະສູນ, ຄະນະພະແນກ ແລະ ພະນັກງານພາຍໃນ ສູນບໍລິຫານລັດດິຈິຕອນ ຫຼາຍກວ່າ 30 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ມີເນື້ອໃນອຸດົມສົມບູນ, ເລິກເຊິ່ງ, ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍທີ່ວາງໄວ້. ຊຶ່ງຈຸດປະສົງຂອງກອງປະຊຸມນີ້ ແມ່ນເພື່ອປືກສາຫາລື, ຮັບຟັງການລາຍງານສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ປະຈໍາປີ 2024 ແລະ ປຶກສາຫາລື ຕີລາຄາປະກອບຄໍາເຫັນຕໍ່ທິດທາງແຜນການປີ 2025 ຂອງ ສູນບໍລິຫານລັດດິຈິຕອນ ເພື່ອໃຫ້ວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນສາມາດຂະຫຍາຍຕົວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບຄວາມຕ້ອງການຂອງພາກລັດ.
ໃນກອງປະຊຸມ, ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບລວມຂອງສູນບໍລິຫານລັດດິຈິຕອນ, ອ້າຍນ້ອງພະນັກງານພາຍໃນສູນຍັງມີແນວຄິດການເມືອງໜັກແໜ້ນ, ມີຄວາມສາມັກຄີ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ອັນເຮັດໃຫ້ວຽກງານຂອງສູນ ສຳເລັດຕາມແຜນການ ແລະ ຫຼາຍອັນ ສຳເລັດລື່ນແຜນການ. ຕາງໜ້າແຕ່ລະພະແນກ ກໍ່ໄດ້ຂື້ນລາຍງານຜົນການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນຂອງຕົນໃນໄລຍະ 01 ປີຜ່ານມາ ລວມທັງຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ. ພ້ອມນັ້ນ, ບັນດາຮອງສູນຜູ້ຊີ້ນຳ ກໍ່ໄດ້ຂຶ້ນລາຍງານຫຍໍ້ ແລະ ສະເໜີແຜນການປີ 2025 ເພື່ອໃຫ້ກອງປະຊຸມປະກອບຄຳເຫັນ ເປັນເອກະພາບກັນ.
ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການຊີ້ນໍາ ແລະ ໂອ້ລົມ ຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງໄດ້ສະແດງຄວາມຊົມເຊີຍ ແລະ ຍົກໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ຄະນະນໍາກະຊວງ ຕສ ຕໍ່ວຽກງານຂອງສູນ ກໍຄື ຕໍ່ການພັດທະນາວຽກງານການບໍລິຫານ ແລະ ບໍລິການລັດແບບດິຈິຕອນ ທີ່ເປັນວຽກງານໜຶ່ງ ໃນສາມເສົາຄ້ຳ ການຫັນເປັນດິຈິຕອນ ຂອງ ສປປ ລາວ ແລະ ເປັນຈຸດສຸມສຳຄັນ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ. ພ້ອມນີ້ ຍັງໄດ້ຊີ້ນໍາຢ່າງເລິກເຊິ່ງ ແລະ ໃຫ້ເອົາໃຈໃສ່ຕໍ່ວຽກງານການພັດທະນາບັນດາລະບົບບໍລິຫານ ແລະ ບໍລິການລັດແບບດິຈິຕອນ, ສ້າງ ແລະ ປັບປຸງ ບັນດານະໂຍບາຍ, ນິຕິກໍາ ເພື່ອຊຸກຍູ້ ແລະ ສົ່ງເສີມການນຳໃຊ້ບັນດາລະບົບຕ່າງໆ ທີ່ຖືກພັດທະນາມາແລ້ວ ໃຫ້ສອດຄ່ອງ ແລະ ສາມາດ ຂະຫຍາຍການນຳໃຊ້ ໄດ້ຢ່າງກວ້າງຂວາງ. ພ້ອມນີ້ ຍັງໄດ້ເນັ້ນໜັກໃຫ້ຄະນະສູນ ຕະຫຼອດເຖິງສະມາຊິກພາຍໃນສູນ ໃຫ້ເປັນເຈົ້າການຝຶກຝົນຫຼໍ່ຫຼອມ, ປັບປຸງຕົນເອງ, ບືນຕົວຍົກສູງລະດັບຄວາມຮູ້-ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄື ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ອົດທົນ, ເສຍສະຫຼະ, ປະດິດສ້າງ ເພື່ອໃຫ້ວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນ ພົ້ນເດັ່ນ ແລະ ເປັນຕົວຂັບເຄື່ອນການຫັນເປັນທັນສະໄໝແບບດິຈິຕອນ ຂອງ ສປປ ລາວ.
ກອງປະຊຸມໄດ້ປິດໃນເວລາ 12:00 ໂມງ ຂອງວັນດຽວກັນ.