ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກ ສູນ ບໍລິຫານລັດດິຈິຕອນ.

06/03/2025

ຜົນສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກ ສູນ ບໍລິຫານລັດດິຈິຕອນ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນຢ່າງສະຫງ່າງາມ ໃນວັນທີ 05 ມີນາ 2025 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ສູນອິນເຕີເນັດແຫ່ງຊາດ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະບໍລິຫານງານ-ປະທານກວດກາພັກ, ຮອງລັດຖະມົນຕີ, ສະຫາຍ ທະວີສັກ ມະໂນທັມ, ຄະນະບໍລິຫານງານພັກກະຊວງ, ເລຂາໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ, ມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ບັນດາເລຂາໜ່ວຍພັກຮາກຖານ, ຄະນະພັກຮາກຖານ ອ້ອມຂ້າງກະຊວງ ແລະ ສະມາຊິກພັກຂອງໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ ຢ່າງພ້ອມພຽງ.

ພ້ອມນັ້ນກໍໄດ້

 

ກອງປະຊຸມໃຫຍ່ຄັ້ງນີ້, ສະຫາຍ ນ. ຈິດຕະພອນ ຈັນສິລິລາດ ກໍາມະການໜ່ວຍພັກ, ຮອງຫົວໜ້າສູນ ໄດ້ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ ແລະ ລາຍງານຄຸນລັກສະນະສະມາຊິກພັກສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ໜ່ວຍພັກ. ຫຼັງຈາກນັ້ນ ສະຫາຍ ປອ. ທະວີສັກ ມະໂນທັມ ເລຂາໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນກ່າວເປີດກອງປະຊຸມຢ່າງເປັນທາງການ ແລະ ທີ່ປະຊຸມ ຄະນະໜ່ວຍພັກ ໄດ້ຜ່ານບົດລາຍງານການເມືອງການຈັດຕັ້ງປະຕິບັດ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ 05 ປີທີ່ຜ່ານມາ (ແຕ່ປີ 2021-2025), ວາງທິດທາງຄາດໝາຍ ແລະ ວຽກງານຈຸດສຸມໃນ 05 ປີຕໍ່ໜ້າ ແລະ ໄດ້ສືບຕໍ່ຜ່ານບົດສໍາຫຼວດການນໍາພາ-ຊີ້ນໍາລວມ ຂອງຄະນະໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ໂດຍສະແດງອອກ ການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບຜິດຊອບ ຂອງ ຄະນະໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ພາຍໃນ ສູນບໍລິຫານລັດດິຈິຕອນ ຢ່າງເປັນຂະບວນຟົດຟື້ນ, ໄດ້ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປະຕິບັດໜ້າທີ່ວິຊາສະເພາະໃນການພັດທະນາ ແລະ ຊຸກຍູ້ການນຳໃຊ້ ລະບົບເຕັກໂນໂລຊີດິຈິຕອນຂອງພາກລັດ ແລະ ລະບົບບໍລິການແກ່ສັງຄົມ.

 

ໂອກາດດຽວກັນນີ້, ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 05 ສະຫາຍ ແລະ ເລືອກໄດ້ 03 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ໜ່ວຍພັກຮາກຖານສູນບໍລິຫານລັດດິຈິຕອນ ໄດ້ເລືອກເອົາ ສະຫາຍ ທະວີສັກ ມະໂນທັມ ເປັນເລຂາໜ່ວຍພັກ, ສະຫາຍ ນ. ວັນນະພາ ພົມມະທັນສີ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ຄຳຜາຍ ອິນທະຣາ ເປັນກຳມະການໜ່ວຍພັກ ທັງເປັນປະທານກວດກາ. ພ້ອມນັ້ນ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 9 ສະຫາຍ ແລະ ສໍາຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ຈັດຂື້ນໃນມໍ່ໆນີ້.

 

 

ໃນຕອນທ້າຍຂອງພິທີ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ລັດຖະມົນຕີກະຊວງ ຕສ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໂດຍທ່ານ ໄດ້ເນັ້ນໜັກໃຫ້ເຫັນ ບາງບັນຫາ ແລະ ວີທີແກ້ໄຂ ໃຫ້ແທດເໝາະກັບສະພາບຕົວຈິງ ເປັນຕົ້ນ:

  • ການຫັນເປັນດິຈິຕອນຂອງ ສປປ ລາວ ແມ່ນມີ 3 ເສົາຄ້ຳ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ, ສັງຄົມດິຈິຕອນ  ຊຶ່ງເຫັນວ່າ ວຽກງານບໍລິຫານລັດແມ່ນກ່ຽວພັນກັບທັງ 3 ເສົາຄ້ຳ. ສະນັ້ນ  ໜ່ວຍພັກຈະຕ້ອງເປັນແກນນຳໃຫ້ແກ່ລັດຖະກອນໃນສູນ ໂດຍຊີ້ນຳກໍ່ສ້າງທັງ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີອຸດົມການດຽວກັນ, ມີຄວາມຫຼັກໝັ້ນ ແລະ ມີຄວາມສາມັກຄີເປັນປຶກແຜນດຽວກັນ ເພື່ອໃຫ້ບັນລຸຜົນສຳເລັດທີ່ຕັ້ງເປົ້າໄວ້.
  • ໃນວຽກງານວິຊາສະເພາະ  ຕ້ອງໄດ້ບຸກບື່ນ ເປັນເຈົ້າຕົນເອງທາງເຕັກໂນໂລຊີ ໂດຍສາມາດພັດທະນາບັນດາພລັດຟອມຕ່າງໆ ເພື່ອຜັນຂະຫຍາຍນຳໃຊ້ ໃນວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນ ບົນພື້ນຖານ ຕ້ອງຢືນຍົງ, ປອດໄພ ແລະ ນຳໃຊ້ສະດວກສະບາຍ.  ໃນບາງຄັ້ງກໍ່ສາມາດຮ່ວມມືກັບຊ່ຽວຊານພາຍໃນ ແລະ ສາກົນ ເພື່ອຮ່ວມກັນພັດທະນາ ແຕ່ເຮົາຕ້ອງສາມາດຕໍ່ຍອດ ເພື່ອເປັນເຈົ້າຕົນເອງຂອງລະບົບດັ່ງກ່າວ.
  • ເອົາໃຈໃສ່ເຜີຍແຜ່ ໃຫ້ບັນດາກະຊວງ , ຂະແໜງການ ແລະ ທ້ອງຖິ່ນ ໃຫ້ເຂົ້າໃຈນຳໃຊ້ບັນດາ ພລັດຟອມຕ່າງໆ ຂອງສູນບໍລິຫານລັດດິຈິຕອນ ໂດຍສົມທົບກັບພາກສ່ວນຕ່າງໆ ຈັດຕັ້ງປະຕິບັດ.

ສະມາຊິກທຸກຄົນຕ້ອງສືບຕໍ່ພັດທະນາຕົນເອງ ໃຫ້ທັນກັບການພັດທະນາຂອງເຕັກໂນໂລຊີໃໝ່ ໂດຍຄະນະໜ່ວຍພັກຕ້ອງຊຸກຍູ້ສະມາຊິກທຸກຄົນ ໄດ້ກໍ່ສ້າງຕົນເອງ ທັງໄລຍະສັ້ນ - ໄລຍະຍາວ ໃຫ້ກວມເອົາທັງ 3 ດ້ານ ຄື ພັດທະນາທາງທິດສະດີການເມືອງ, ດ້ານວິຊາສະເພາະ ແລະ ດ້ານພາສາຕ່າງປະເທດ.

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ