ຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງລະບົບການສື່ສານພາກລັດ (G-Chat-Admin), ລະບົບກະດານຊຸມຊົນພາກລັດ (Laopedia), ລະບົບບໍລິການພາກລັດປະຕູດຽວ (Gov-X) ແລະ ການສ້າງເວັບໄຊດ້ວຍລະບົບເວັບໄຊພາກລັດ (G-web)

26/05/2025

ຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງລະບົບການສື່ສານພາກລັດ (G-Chat-Admin), ລະບົບກະດານຊຸມຊົນພາກລັດ (Laopedia), ລະບົບບໍລິການພາກລັດປະຕູດຽວ (Gov-X) ແລະ ການສ້າງເວັບໄຊດ້ວຍລະບົບເວັບໄຊພາກລັດ (G-web)

ໃນຕອນເຊົ້າ ຂອງວັນທີ 22 ພຶດສະພາ 2025, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງລະບົບການສື່ສານພາກລັດ (G-Chat-Admin), ລະບົບກະດານຊຸມຊົນພາກລັດ (Laopedia), ລະບົບບໍລິການພາກລັດປະຕູດຽວ (Gov-X) ແລະ ການສ້າງເວັບໄຊດ້ວຍລະບົບເວັບໄຊພາກລັດ (G-web) ໃຫ້ກັບຫ້ອງວ່າສຳນັກງານນາຍົກລັດຖະມົນຕີ, ບັນດາກະຊວງ ແລະ ພະແນກ ຕສ ນະຄອນຫຼວງວຽງຈັນ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ​ 01 ຕຶກ F ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນລະຫວ່າງວັນທີ 22-23 ພຶດສະພາ 2025. ໂດຍການເປັນປະທານຂອງ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ), ກະຊວງ ຕສ, ໂດຍມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາກະຊວງ ແລະ ພະແນກ ຕສ ນະຄອນຫຼວງວຽງຈັນ, ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 40 ທ່ານ.

ຈຸດປະສົງຂອງຝຶກອົບຮົມໃນຄັ້ງນີ້ກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ບັນດາກະຊວງ ແລະ ພະແນກ ຕສ ນະຄອນຫຼວງໃນການນໍາໃຊ້ລະບົບບໍລິການລັດເຂົ້າໃນວຽກງານຂອງຕົນເອງໄດ້ຢ່າງຄ່ອງແຄ້ວ, ສາມາດຄຸ້ມຄອງໄດ້ ແລະ ມີປະສິດທິພາບ ເປັນຕົ້ນ:

1. ການສ້າງເວັບໄຊດ້ວຍລະບົບເວັບໄຊພາກລັດ (G-Web Platform) ໃຫ້ສາມາດສ້າງເວັບໄຊຂອງຂະເເໜງການຕົນເອງ ເເລະ ສາມາດຄຸ້ມຄອງຂໍ້ມູນໄດ້;

2. ຝຶກອົບຮົມການຄຸ້ມຄອງລະບົບສື່ສານພາກລັດ (G-Chat Admin) ເພື່ອໃຫ້ສາມາດຄຸ້ມຄອງ ແລະ ເເກ້ໄຂຂໍ້ມູນບັນຊີລາຍຊື່ໃນລະບົບ G-Chat ພາຍໃນການຄຸ້ມຄອງຂອງກະຊວງຕົນເອງຮັບຜິດຊອບ;

3. ຝຶກອົບຮົມການນຳໃຊ້ລະບົບກະດານຊຸມຊົນພາກລັດ (Laopedia), Gov-X ໃຫ້ສາມາດຮັບຮູ້, ເຂົ້າໃຈ, ສາມາດນຳໃຊ້ ແລະ ສະໜອງຂໍ້ມູນເຂົ້າໃນລະບົບໄດ້.

ນອກນັ້ນຍັງເປັນເວທີແລກປ່ຽນບົດຮຽນ ແລະ ຄຳຄິດເຫັນໃນການນຳໃຊ້ບັນດາລະບົບບໍລິການລັດຕ່າງໆ ເພື່ອເປັນບົດຮຽນໃນການປັບປຸງ ແລະ ພັດທະນາລະບົບດັ່ງກ່າວ ໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກ,ວ່ອງໄວ, ມີຄວາມປອດໄພ ແລະ ແທດເໝາະກັບສະພາບການນຳໃຊ້ໃນປັດຈຸບັນ.

ໃນພິທີເປີດຝຶກອົບຮົມ ທ່ານ ປອ. ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ) ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການຫັນເປັນທັນສະໄໝ ຂອງທຸກຂະແໜງການ ຕາມແຜນກັນຫັນເປັນດິຈິຕອນຂອງລັດຖະບານ ສປປ ລາວ. ຊຶ່ງການຫັນເປັນລັດຖະບານດິຈິຕອນ ແມ່ນໜຶ່ງໃນວຽກງານທີ່ສໍາຄັນຂອງທຸກຂະແໜງການ. ສະນັ້ນ, ຕ້ອງໄດ້ຫັນການບໍລິຫານ ແລະ ບໍລິການຂອງພາກລັດເປັນດິຈິຕອນ ເພື່ອສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ໃຫ້ບໍລິການພາກລັດໃຫ້ມີຄວາມຫຼາກຫຼາຍ, ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນດ້ານຂໍ້ມູນ.

ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໃນການສົນທະນາ-ແລກປ່ຽນບົດຮຽນ ແລະ ຄໍາເຫັນກ່ຽວກັບປະສົບການໃນການນຳໃຊ້ລະບົບບໍລິການລັດ ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ພັດທະນາລະບົບ ໃຫ້ສາມາດຮັບໃຊ້ ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອກ້າວໄປສູ່ການຫັນເປັນລັດຖະບານດິຈິຕອນໃນອະນາຄົດເທື່ອລະກ້າວ.

ຊຸດຝຶກອົບຮົມຄັ້ງນີ້ ໄດ້ສຳເລັດລົງ ວັນທີ 23 ພຶດສະພາ 2025.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ