ກອງປະຊຸມສໍາມະນາການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum”

25/06/2025

ກອງປະຊຸມສໍາມະນາການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum”

 

ສູນບໍລິຫານລັດດິຈິຕອນ , ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ (MOIS), ສໍານັກງານບໍລິການຂໍ້ມູນສາທາລະນະແຫ່ງຊາດ ສ.ເກົາຫຼີ (NIA) ແລະ ສະຖານເອກອັກຄະລັດຖະທູດແຫ່ງ ສາທາລະນະລັດເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບການຮ່ວມມືລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum” ຂຶ້ນເມື່ອວັນທີ 19 ມິຖຸນາ 2025, ທີ່ ໂຮງແຮມດັບໂບທຣີ (DoubleTree by Hilton Hotel), ນະຄອນຫຼວງວຽງຈັນ, ສປປ ລາວ.

ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ປອ ສັນຕິສຸກ ສິມມະລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ Jung Yung-Soo, ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ສປປ ລາວ, ມີຄະນະຜູ້ແທນລະດັບສູງຈາກບັນດາປະເທດເຂົ້າຮ່ວມໂດຍມີ ທ່ານ ຈຸງກິວ ລິມ (Mr. Jungkyu LIM), ຫົວໜ້າຫ້ອງການລັດຖະບານດິຈິຕອນ ແລະ ນະວັດຕະກໍາ, ກະຊວງພາຍໃນ ແລະ ຄວາມປອດໄພ ສ.ເກົາຫຼີ ທ່ານ ປອ. ຈອງ ຊຸງ ວັງ (Dr. Jong Sung HWANG) ປະທານສໍານັກງານບໍລິການຂໍ້ມູນສາທາລະນະແຫ່ງຊາດ ສ.ເກົາຫຼີ (NIA), ທ່ານ Rapid SUN, ຜູ້ຕາງໜ້າຈາກກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ລາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະ, ທ່ານ Cahyono Tri Birowo, ຮອງຫົວໜ້າກົມ ຈາກກະຊວງບໍລິຫານ ແລະ ປະຕິຮູບສໍານັກງານ ອິນໂດເນເຊຍ, ແລະ ທ່ານ ນາງ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ສປປ ລາວ ພ້ອມດ້ວຍບັນດາກົມ/ທຽບເທົ່າພາຍໃນກະຊວງ ຕສ, ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ. ນອກນັ້ນຍັງມີອົງການລະຫວ່າງປະເທດເຂົ້າຮ່ວມເຊັ່ນ: KOICA, KOTRA ພ້ອມດ້ວຍຄະນະ ລວມຈໍານວນທັງໝົດ 130 ທ່ານ

 

ໃນກອງປະຊຸມສໍາມະນາດັ່ງກ່າວແມ່ນຈັດຂຶ້ນ ພາຍຕ້ໂຄງການ ການຮ່ວມມື ລັດດິຈິຕອນ ລາວ-ເກົາຫຼີ (2023-2025), ຈຸດປະສົງແມ່ນ ເພື່ອເປັນເວທີໃນການແລກປ່ຽນບົດຮຽນ ທາງດ້ານການວາງນະໂຍບາຍ ແລະ ແນວທາງການພັດທະນາເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນວຽກງານລັດຖະບານດິຈິຕອນ ໂດຍມີເປົ້າໝາຍເພື່ອຊຸກຍູ້ການສ້າງລະບົບນິເວດປັນຍາປະດິດ (AI) ໃນການສົ່ງເສີມການຮ່ວມມືດ້ານດິຈິຕອນລະຫວ່າງປະເທດໃນພາກພື້ນອາຊຽນ ແລະ ສ.ເກົາຫຼີ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມໄດ້ແລກປ່ຽນບົດຮຽນ ແຜນຫັນເປັນລັດຖະບານດິຈິຕອນຂອງແຕ່ລະປະເທດ ແລະ ສະເໜີບັນດາ ເຕັກໂນໂລຊີ ຂອງ ສ.ເກົາຫຼີ ເປັນຕົ້ນ: ລະບົບຂໍ້ມູນທ້ອງຖິ່ນ ແລະ ລະບົບພາສີທັນສະໄໝ (UNI-PASS).

 

ພ້ອມນີ້ ທ່ານ ຮອງຫົວໜ້າສູນບໍລິຫານລັດດິຈິຕອນໄດ້ລາຍງານຜົນຂອງການດໍາເນີນງານຂອງໂຄງການ ການຮ່ວມມື ສູນລັດດິຈິຕອນ ລາວ-ເກົາຫຼີ ໃນໄລຍະ3​ປີ ຜ່ານມາ ເປັນຕົ້ນ ໄດ້ສ້າງຍຸດທະສາດການພັດທະນາການບໍລິການລັດ (Digital Service Roadmap 10 ປີ) ຊື່ງການສຶກສາດັ່ງກ່າວນີ້ ໄດ້ຊ່ວຍໃຫ້ກະຊວງ ຕສ ສໍາເລັດຮ່າງຍຸດທະສາດຫັນເປັນລັດດິຈິຕອນ 10 ປີ ທີ່ລັດຖະບານຮັບຮອງໂດຍຫຼັກການໃນ ຕົ້ນເດືອນກຸມພາ 2025, ສໍາເລັດ ບົດແນະນໍາການປັບປຸງຕົວຊີ້ວັດ UN EGOV index, ໄດ້ເຮັດໃຫ້ ສປປ ລາວ ມີຄະແນນດີຂື້ນຈາກ 159 ເປັນ 152 ຊື່ງດີຂື້ນ ເຈັດ ລໍາດັບ, ໄດ້ສໍາເລັດບົດການສຶກສາ ການສ້າງມາດຕະຖານການເຊື່ອມຕໍ່  (E-Government Interoperability Framework) ຊື່ງຜົນຂອງການສຶກສາໄດ້ຊ່ວຍໃຫ້ສູນບໍລິຫານລັດດິຈິຕອນສືບຕໍ່ ຄົ້ນຄວ້າ ຮ່າງດໍາລັດວ່າດ້ວຍມາດຕະຖານການເຊື່ອມຕໍ່ພາກລັດ ຊື່ງມີແຜນຈະເອົາເຂົ້າກອງປະຊຸມ ລັດຖະບານໃນທ້າຍປີ 2025 ແລະ ໄດ້ນໍາສົ່ງພະນັກງານລັດເຂົ້າຮ່ວມແລກປ່ຽນ ແລະ ຝືກອົບຮົມ ທີ ສ.ເກົາຫຼີ 25ເທື່ອຄົນ. ສະເໜີແຜນການຮ່ວມມືຕໍ່ໜ້າ ໂດຍສະເພາະໂຄງການຊ່ວຍເຫຼືອລ້າ ໃນການພັດທະນາສ້າງສູນຝືກອົບຮົມລັດດິຈິຕອນ 2026-2029.

 

ໃນໂອກາດນີ້ຍັງຖືເປັນການສະເຫຼີມສະຫຼອງວາລະຄົບຮອບ 30 ປີ ແຫ່ງການສະຖາປະນາຄວາມສໍາພັນທາງການທູດລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ອີກດ້ວຍ, ເຊິ່ງໄດ້ເປັນບາດກ້າວສໍາຄັນໃນການຮັດແໜ້ນຄວາມຮ່ວມມືທະວິພາຄີໃນດ້ານການພັດທະນາລັດຖະບານດິຈິຕອນ ແລະ ນະວັດຕະກໍາພາກລັດໃນອະນາຄົດ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ