25/06/2025

ໃນຕອນເຊົ້າວັນທີ 18 ມິຖຸນາ 2025, ທ່ານ ປອ ສັນຕິສຸກ ສິມມະລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈຸງກິວ ລິມ (Mr. Jungkyu LIM), ຫົວໜ້າຫ້ອງການສຳນັກງານບໍລິການສາທາລະນະ, ຫ້ອງການລັດຖະບານດິຈິຕອນ ແລະ ນະວັດຕະກຳ, ກະຊວງພາຍໃນ ແລະ ຄວາມປອດໄພແຫ່ງສາທາລະນະລັດເກົາຫຼີ ພ້ອມດ້ວຍຄະນະ. ການຢ້ຽມຢາມຂອງຄະນະ ແມ່ນ ເພື່ອ ຮ່ວມກັນຈັດກອງປະຊຸມສໍາມະນາກ່ຽວກັບ ການຮ່ວມມລັດຖະບານດິຈິຕອນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ “Korea–ASEAN Digital Government Cooperation Forum” ເຊິ່ງຈະຈັດຂຶ້ນທີ່ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ເພື່ອເປັນການສະເຫຼີມສະຫຼອງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 30 ປີ.
ໃນໂອກາດດັ່ງກ່າວ, ທັງສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບຜົນຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ, ໂຄງການ ພາຍໃຕ້ກອບການຮ່ວມມື ສູນລັດດິຈິຕອນ ລາວ ເກົາຫຼີ 2023-2025 ແລະ ໄດ້ເນັ້ນຍໍ້າເຖິງຄວາມສໍາຄັນໃນວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນສາມເສົາຄໍ້າ (ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ) . ທ່ານຮອງລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ເກົາຫຼີ ທີ່ໄດ້ໃຫ້ການສະໜັບສະໜູນ ການພັດທະນາດິຈິຕອນ ຂອງ ສປປ ລາວ ໃນໄລຍະຜ່ານມາ ບໍ່ວ່າຈະເປັນການສະໜອງຊ່ຽວຊານວິຊາການລະດັບສູງ ແລະ ການສະໜັບສະໜູນໂຄງການໃນຮູບແບບ ODA ແລະ ການກໍ່ສ້າງບຸກຄະລາກອນ.
ພ້ອມກັນນັ້ນ ທັງສອງຝ່າຍຍັງໄດ້ປືກສາຫາລື ກາລະໂອກາດໃນການຂະຫຍາຍຄວາມຮ່ວມມືໃນອະນາຄົດ ໂດຍ ສະເພາະ ໂຄງການທີ່ ສປປ ລາວ ໄດ້ນໍາສະເໜີ ເພື່ອຂໍການຊ່ວຍເຫຼືອ ຈາກ ລັດຖະບານເກົາຫຼີ ເປັນຕົ້ນ: ການສ້າງສູນຝືກອົບຮົມ ລັດຖະບານດິຈິຕອນ ຢູ່ ສປປ ລາວ ແລະ ການສືບຕໍ່ຂະຫຍານການຮ່ວມມື ສູນຮ່ວມມືລັດດິຈິຕອນ ລາວເກົາຫຼີ 2026-2029 ພາຍໃຕ້ແນວທາງນະໂຍບາຍຂອງລັດຖະບານ ໃນການຫັນເປັນດິຈິຕອນແບບຍືນຍົງ.