ກອງປະຊຸມປຶກສາຫາລືກ່ຽວກັບການນຳໃຊ້ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ຮ່ວມກັບບັນດາກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

24/06/2025

ກອງປະຊຸມປຶກສາຫາລືກ່ຽວກັບການນຳໃຊ້ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ຮ່ວມກັບບັນດາກົມ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໃນຕອນເຊົ້າ ຂອງ ວັນທີ 24 ມິຖຸນາ 2025, ​ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ       (ກ​ຕ​ສ) ໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບການນຳໃຊ້ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk), ໂດຍການເປັນປະທານຂອງ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ໂດຍມີ ບັນດາທ່ານຄະນະກົມ, ຄະນະພະແນກ ແລະ ວິຊາການ ຈາກ ບັນດາກົມ/ທຽບເທົ່າ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຈຳນວນ 30ກວ່າທ່ານ.

ໃນພິທີເປີດ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ມີຄຳເຫັນ ແລະ ກ່າວເຖິງຄວາມສຳຄັນ ຂອງການຫັນເປັນດິຈິຕອນ ໂດຍສະເພາະແມ່ນເສົາຄໍ້າ “ລັດຖະບານດິຈິຕອນ” ໃນນັ້ນເພື່ອເປັນຂໍ້ມູນປັບປຸງ ພັດທະນາລະບົບບໍລິຫານ ແລະ ບໍລິການລັດດິຈິຕອນ ໃຫ້ມິປະສິດທິພາບ ແລະ ປະສິດທິຜົນສູງຂື້ນນັ້ນ ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ເປັນຊ່ອງທາງໜຶ່ງ ໃນການຮັບເອົາຂໍ້ສະເໜີ, ບັນຫາທີ່ພົບ ແລະ ຍັງມີຂໍ້ມູນການແກ້ໄຂບັນຫາ ໃຫ້ກັບຜູ້ນໍາໃຊ້ລະບົບບໍລິການຕ່າງໆ ຂອງ ສລດ ນໍາອີກ  ແລະ ທ່ານເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ຕາງໜ້າຈາກບັນດາກົມ, ຫ້ອງການ, ສູນ, ສະຖາບັນ ປະກອບຄຳເຫັນໃນກອງປະຊຸມ ເພື່ອໃຫ້ນຳໃຊ້ ແລະ ການຄຸ້ມຄອງ ລະບົບ G-Helpdesk ເຂົ້າໃນການຕິດຕາມວຽກງານຂອງກົມ/ທຽບເທົ່າຕົນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ເຊິ່ງລະບົບດັ່ງກ່າວເປັນລະບົບຈັດການ ການແຈ້ງບັນຫາ ຂອງການນຳໃຊ້ລະບົບຕ່າງໆ ໃນຮູບແບບ “ Ticket”  ເພື່ອໃຫ້ສາມາດຈັດເກັບ, ຕິດຕາມ ແລະ ສັງລວມ ການຮັບແຈ້ງ ແລະ ແກ້ໄຂບັນຫາຕ່າງໆ ພ້ອມທັງຈັດໝວດໝູ່ ແລະ ຈັດລຽງລຳດັບຄວາມສຳຄັນຂອງບັນຫາ ເພື່ອໃຫ້ຜູ້ຄຸ້ມຄອງລະບົບ ສາມາດແກ້ໄຂບັນຫາຕ່າງໆ ໃຫ້ຖືກຕ້ອງຕາມຄວາມສຳຄັນ ແລະ ເລັ່ງດ່ວນຂອງບັນຫານັ້ນໆ.

ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອປຶກສາຫາລືກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ ລະບົບຊ່ວຍເຫຼືອການຄຸ້ມຄອງລະບົບ (G-Helpdesk) ເຂົ້າໃນການຕິດຕາມບັນຫາການນຳໃຊ້ລະບົບ ຫຼື ວຽກງານ ຂອງບັນດາກົມ/ທຽບເທົ່າ ພາຍໃນກະຊວງ ຕສ. ໃນກອງປະຊຸມ ສລດ ໄດ້ນຳສະເໜີສະພາບລວມຂອງລະບົບ ແລະ ວິທີການນຳໃຊ້ ລະບົບ G-Helpdesk ໂດຍຫຍໍ້ ແລະ ຍົກໃຫ້ເຫັນ ຂໍ້ດີ ແລະ ຄວາມສຳຄັນຂອງການນຳໃຊ້ລະບົບ G-Helpdesk ເຂົ້າໃນວຽກງານການຄຸ້ມຄອງບັນດາລະບົບ ໂປຣແກຣມ ແລະ ພລັດຟອມ ຕົວຈິງ ເພື່ອເກັບກໍາບັນຫາ, ສະຫຼຸບ, ໄຈ້ແຍກບັນຫາ, ແກ້ໄຂບັນຫາໄດ້ທັນເວລາ, ການຕິດຕາມການນໍາໃຊ້, ວຽກຄຸ້ມຄອງລະບົບ ແລະ ອື່ນໆ ແລະ ຜູ້ເຂົ້າຮ່ວມກໍ່ໄດ້ມີການປະກອບຄຳຄິດຄຳເຫັນຕໍ່ກັບ ການນໍາໃຊ້ລະບົບ ຂອງຝັ່ງ ຜູ້ນໍາໃຊ້ (Customer) ແລະ ຜູ້ຄຸ້ມຄອງລະບົບ (Agent).

​ກອງປະຊຸມໄດ້ສຳເລັດລົງ ເວລາ 12:00 ຂອງມື້ດຽວກັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ