27/06/2025

ໃນຕອນເຊົ້າຂອງວັນທີ 27 ມິຖຸນາ 2025, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດກອງປະຊຸມການເກັບກຳຂໍ້ມູນ, ຊຸກຍູ້ການນຳໃຊ້ ແລະ ປຶກສາຫາລືການຕິດຕັ້ງລະຫັດຊື່ອິນເຕີເນັດ ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຂຶ້ນ ທີ່ຫ້ອງປະຊຸມຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ຊຶ່ງມີຜູ້ເຂົ້າຮ່ວມຕາງໜ້າຈາກບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ ຈໍານວນ 55 ກວ່າທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນກອງປະຊຸມປຶກສາຫາລື ແລະ ເປີດເວທີໃນການແລກປ່ຽນຄຳຄິດຄຳເຫັນ ຂອງບັນດາກະຊວງ ແລະ ອົງການຈັດຕັ້ງພັກ-ລັດ ຕໍ່ກັບການການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ເຊີ່ງເປັນການຊຸກຍູ້, ເສີມສ້າງຄວາມເຂັ້ມແຂງໃຫ້ກັບຜູ້ນຳໃຊ້ ແລະ ສົ່ງເສີມການນໍາໃຊ້ໃຫ້ຫຼາຍຂຶ້ນກວ່າເກົ່າ. ພ້ອມກັນນັ້່ນ, ກໍ່ໄດ້ສອບຖາມບັນດາຫ້ອງການຕ່າງໆ ເພື່ອເກັບກຳຂໍ້ມູນ ເພື່ອນໍາເອົາຂໍ້ມູນດັ່ງກ່າວມາຖອດຖອນບົດຮຽນ, ຄົ້ນຄວ້າ ແລະ ສຶກສາເຖິງປັດໃຈອັນໃດທີ່ເປັນປັດໃຈອັນສຳຄັນໃນການປະຍຸກ ແລະ ຫັນປ່ຽນມານໍາໃຊ້ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ.
ໃນກອງປະຊຸມໄດ້ນໍາສະເໜີເຖິງ ສະພາບການນໍາໃຊ້ລະບົບໃນປັດຈຸບັນ, ບໍ່ວ່າຈະເປັນພາກພື້ນອາຊີ ອາຄະເນ ຫຼື ອົງການຈັດຕັ້ງທົ່ວໂລກ ລ້ວນແລ້ວແຕ່ຫັນປ່ຽນທິດທາງການເຮັດວຽກຂອງອົງກອນໂດຍການນຳໃຊ້ເຄື່ອງມືເຕັກໂນໂລຊີດິຈິຕອນ ເຂົ້າມາປະຍຸກເຂົ້າໃນຂົງເຂດແຕ່ລະວຽກງານ. ລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ຖືວ່າເປັນເຄື່ອງມື ອັນສຳຄັນ ທີ່ເປັນ ແຮງຂັບເຄື່ອນໃນການຫັນເປັນດິຈິຕອນ, ເຊິ່ງຈະຊ່ວຍໃຫ້ ການຕິດຕໍ່ສື່ສານ ແລະ ພົວພັນປະສານງານ ໄດ້ຢ່າງມີປະສິດທິພາບ ແລະ ປອດໄພ. ພ້ອມດຽວກັນນັ້ນ, ລະບົບດັ່ງກ່າວ ຖືໄດ້ເປັນການຢັ້ງຢືນ ແລະ ພິສູດຕົວຕົນຂອງບັນດາຜູ້ໃຊ້ ວ່າເປັນພະນັກງານລັດຖະກອນ ແລະ ສັງກັດຢູ່ໃນອົງການຈັດຕັ້ງໃດ, ເຊິ່ງນີ້ຈະເປັນການສະແດງຕົວຕົນ ແລະ ເສີມສ້າງຄວາມເຊື່ອໝັ້ນ ໃນການຕິດຕໍ່ພົວພັນລະຫວ່າງອົງການຈັດຕັ້ງຢູ່ພາຍໃນ ແລະ ສາກົນ. ພ້ອມກັນນັ້ນ, ກອງປະຊຸມໄດ້ນໍາສະເໜີ ແລະ ແນະນໍາການຕິດຕັ້ງລະຫັດຊື່ອິນເຕີເນັດລະບົບຈົດໝາຍເອເລັກໂຕຣນິກລັດຖະບານ ໃຫ້ບັນຫາຫ້ອງການຕ່າງໆ ທີ່ເຂົ້າຮ່ວມ ໃຫ້ຮັບຮູ້ເຂົ້າໃຈເຖິງ ຂັ້ນຕອນ ແລະ ລາຍລະອຽດໃນການຕິດຕັ້ງ.
ໃນຕອນທ້າຍຂອງກອງປະຊຸມໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບປະສົບການໃນການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກຂອງພາກສ່ວນຕ່າງໆ ໄດ້ຢ່າງຝົດຟຶ້ນ ຊຶ່ງຜູ້ເຂົ້າຮ່ວມໄດ້ປະກອບສ່ວນໃນການສະໜອງຂໍ້ມູນ, ຂໍ້ສະເໜີຕ່າງໆ ເພື່ອເປັນຂໍ້ມູນ ໃນການນໍາໃຊ້ ລະບົບຈົດໝາຍເອເລັກໂຕຣນິກ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບສູງ ແລະ ເປັນບາດກ້າວຕໍ່ໄປ ເພື່ອກ້າວໄປສູ່ການຫັນເປັນລັດຖະບານດິຈິຕອນໃນອານາຄົດ.
ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ.