ເຂົ້າຮ່ວມກອງປະຊຸມ ການຄຸ້ມຄອງບໍລິການລັດ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UN Public Service Forum 2025) ແລະ ສໍາມະນາໃນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນດ້ານການຫັນເປັນດິຈິຕອນ ແລະ ການນໍາໃຊ້ AI ໃນການຄຸ້ມຄອງບໍລິຫານລັດ ແລະ ການບໍລິການສາທາລະນະຂອງລັດຖະບາ

02/07/2025

ເຂົ້າຮ່ວມກອງປະຊຸມ ການຄຸ້ມຄອງບໍລິການລັດ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ  (UN Public Service Forum 2025)  ແລະ ສໍາມະນາໃນການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນດ້ານການຫັນເປັນດິຈິຕອນ ແລະ ການນໍາໃຊ້ AI ໃນການຄຸ້ມຄອງບໍລິຫານລັດ ແລະ ການບໍລິການສາທາລະນະຂອງລັດຖະບາ

ໃນລະຫວ່າງວັນທີ 23-24 ມິຖຸນາ 2025 ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມກອງປະຊຸມ ການຄຸ້ມຄອງບໍລິການລັດ ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ  (UN Public Service Forum 2025) ແລະ  ສໍາມະນາພາຍໃຕ້ຫົວຂໍ້ ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນໃນການຈັດຕັ້ງປະຕິບັດຕາມຍຸດທະສາດຂອງການຫັນເປັນດິຈິຕອນ ແລະ ການນໍາໃຊ້ປັນຍາປະດິດ (AI) ໃນການຄຸ້ມຄອງບໍລິຫານລັດ ”  ຈັດຂຶ້ນທີ່ ສາທາລະນະລັດອຸດສະເບກິດສະຖານ.

 

ໃນກອງປະຊຸມດັ່ງກ່າວໄດ້ໃຫ້ກຽດກ່າວເປີດໂດຍ ທ່ານ ນາງ Saida Mirziyoyeva, ຜູ້ຊ່ວຍ ປະທານາທິບໍດີແຫ່ງ ສາທາລະນະລັດອຸດສະເບກິດສະຖານ ແລະ ຮ່ວມກ່າວເປີດໂດຍ ທ່ານ Navid Hanif, ຮອງເລຂາທິການຝ່າຍພັດທະນາເສດຖະກິດ ອົງການສະຫະປະຊາຊາດ, ນອກນັ້ນຍັງມີການນໍາຂັ້ນສູງດ້ານຂະແໜງການຕ່າງໆທີ່ກ່ຽວຂ້ອງ ຈາກບັນດາປະເທດທີ່ຖືກເຊີນເຂົ້າຮ່ວມ. ຈຸດປະສົງຂອງງານດັ່ງກ່າວແມ່ນຈັດຂຶ້ນເພື່ອເປີດພື້ນທີ່ແລກປ່ຽນຄວາມຮູ້ ແລະ ປະສົບການລະຫວ່າງຜູ້ກໍານົດນະໂຍບາຍ, ຜູ້ນໍາພາກເອກະຊົນ ແລະ ອົງການພັດທະນາລະຫວ່າງປະເທດ ໃນການຊຸກຍູ້ສົ່ງເສີມຄວາມຮ່ວມມືໃນການຫັນເປັນລັດຖະບານດິຈິຕອນ, ລວມເຖິງການນໍາໃຊ້ເຕັກໂນໂລຊີປັນຍາປະດິດ (AI) ມານໍາໃຊ້ໃນການຄຸ້ມຄອງລັດ ແລະ ບໍລິການສາທາລະນະລັດດິຈິຕອນ.

 

ຜູ້ແທນຈາກ ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໂດຍແມ່ນ ທ່ານ ນາງ ວັນນະພາ   ພົມມະທັນສີ, ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ນໍາສະເໜີກ່ຽວກັບພາບລວມສະຖານະການປັດຈຸບັນດ້ານລັດຖະບານດິຈິຕອນ ຂອງ ສປປ ລາວ, ການກະກຽມຄວາມພ້ອມຂອງພາກລັດໃນການນໍາໃຊ້ເຕັກໂນໂລຊີປັນຍາປະດິດ (AI) ໃນວຽກງານບໍລຫານລັດ ແລະ ຄວາມສໍາຄັນຂອງຄວາມຮ່ວມມືໃນລະດັບສາກົນໃນການພັດທະນາດິຈິຕອນຢ່າງຍືນຍົງ.

 

ນອກຈາກນີ້ຄະນະຜູ້ແທນຍັງມີໂອກາດຢ້ຽມຢາມຫ້ອງວາງສະແດງດ້ານ GovTech ຂອງອຸດສະເບກິດສະຖານ ເຊິ່ງໄດ້ຈັດສະແດງເຕັກໂນໂລຊີດິຈິຕອນທີ່ກໍາລັງໃຊ້ງານແທ້ໃນການໃຫ້ບໍລິການຂອງພາກລັດ ເຊັ່ນ: ລະບົບຢັ້ງຢືນຕົວຕົນ (Digital ID), ລະບົບບໍລິການສາທາລະນະຜ່ານພຣາດຟອມອອນລາຍແບບຄົບວົງຈອນ (One-Stop Public Service Portal), ລະບົບແລກປ່ຽນຂໍ້ມູນຂ່າວສານຈາກໜ່ວຍງານອົງກອນຕ່າງໆ (Data Exchange Platform), ລວມເຖິງສູນກາງຄວບຄຸມຂໍ້ມູນແບບທັນສະໄໝ (Government Situation Room).

 

ການເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ບໍ່ພຽງແຕ່ເສີມສ້າງຄວາມຮູ້ ແລະ ແນວຄິດໃໝ່ໆໃຫ້ກັບຄະນະຜູ້ແທນທີ່ໄດ້ເຂົ້າຮ່ວມເທົ່ານັ້ນ ແຕ່ຍັງເປັນເວທີສໍາຄັນໃນການສ້າງເຄືອຂ່າຍຄວາມຮ່ວມມືລະຫວ່າງປະເທດ ເພື່ອສົ່ງເສີມການພັດທະນາດິຈິຕອນຢ່າງມີປະສິດທພາບແບບຍືນຍົງ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນໄດ້ຢ່າງແທ້ຈິງ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ