02/07/2025

ໃນຕອນເຊົ້າ ຂອງວັນທີ 01 ກໍລະກົດ 2025, ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຝຶກອົບຮົມ ການນຳໃຊ້ ແລະ ຄຸ້ມຄອງລະບົບການສື່ສານພາກ G-Chat admin, LaoPedia, Gov-X, L-Moocs, e-Vote, ການສ້າງ QR Code ແລະ ການສ້າງເວັບໄຊດ້ວຍລະບົບ G-Web Platform ໃຫ້ກັບບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນລະຫວ່າງວັນທີ 01-02 ກໍລະກົດ 2025. ໂດຍການເປັນປະທານຂອງ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ), ກະຊວງ ຕສ, ໂດຍມີຜູ້ເຂົ້າຮ່ວມຈາກບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນ, ມີຜູ້ເຂົ້າຮ່ວມທັງໝົດຈຳນວນ 37 ກວ່າທ່ານ.
ໃນພິທີເປີດຝຶກອົບຮົມ ທ່ານ ຄຳຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ (ສລດ) ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການຫັນເປັນທັນສະໄໝ ຂອງທຸກຂະແໜງການ ຕາມທິດກັນຫັນເປັນດິຈິຕອນຂອງລັດຖະບານ ສປປ ລາວ. ຊຶ່ງການຫັນເປັນລັດຖະບານດິຈິຕອນ ແມ່ນໜຶ່ງໃນວຽກງານທີ່ສໍາຄັນຂອງທຸກຂະ ແໜງການ. ສະນັ້ນ, ຕ້ອງໄດ້ຫັນການບໍລິຫານ ແລະ ບໍລິການຂອງພາກລັດເປັນດິຈິຕອນ ເພື່ອສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ໃຫ້ບໍລິການພາກລັດໃຫ້ມີຄວາມຫຼາກຫຼາຍ, ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນດ້ານຂໍ້ມູນ.
ຈຸດປະສົງຂອງຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂັ້ມແຂງ ແລະ ສົ່ງເສີມຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີດິຈິຕອນ ໃຫ້ແກ່ພະນັກງານຂອງບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນເພື່ອຮັບໃຊ້ເຂົ້າໃນວຽກງານຂອງຕົນເອງໄດ້ຢ່າງຄ່ອງແຄ້ວ ແລະ ມີປະສິດທິພາບ ເປັນຕົ້ນ:
1. ການສ້າງເວັບໄຊດ້ວຍລະບົບເວັບໄຊພາກລັດ (G-Web Platform) ໃຫ້ສາມາດສ້າງເວັບໄຊຂອງຂະເເໜງການຕົນເອງ ເເລະ ສາມາດຄຸ້ມຄອງຂໍ້ມູນໄດ້.
2. ຝຶກອົບຮົມການຄຸ້ມຄອງລະບົບສື່ສານພາກລັດ (G-Chat Admin) ເພື່ອໃຫ້ສາມາດຄຸ້ມຄອງ ແລະ ເເກ້ໄຂຂໍ້ມູນບັນຊີລາຍຊື່ໃນລະບົບ G-Chat ພາຍໃນການຄຸ້ມຄອງຂອງບັນດາອົງການຈັດຕັ້ງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນທີ່ຕົນເອງຮັບຜິດຊອບໄດ້.
3. ຝຶກອົບຮົມການນຳໃຊ້ລະບົບກະດານຊຸມຊົນພາກລັດ Laopedia, Gov-X, L-Moocs, e-Vote, ການສ້າງ QR Code ໃຫ້ສາມາດຮັບຮູ້, ເຂົ້າໃຈ, ສາມາດນຳໃຊ້ ແລະ ສະໜອງຂໍ້ມູນເຂົ້າໃນລະບົບໄດ້.
ການຝຶກອົບຮົມໃນຄັ້ງນີ້ໄດ້ຮັບຄວາມຮ່ວມມືຈາກນັກສຳມະນາກອນ ແລະ ຄູຝຶກທີ່ມີປະສົບການ, ໃນການອະທິບາຍ ແລະ ນຳໃຊ້ຕົວຈິງໃນການໃຊ້ງານແຕ່ລະ ລະບົບ. ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຄວາມຮູ້ ແລະ ທັກສະ ໃໝ່ໃນການເພີ່ມປະສິດທິພາບໃນວຽກງານຂອງຕົນ.
ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໃນການສົນທະນາແລກ ປ່ຽນບົດຮຽນ ແລະ ຄໍາເຫັນກ່ຽວກັບປະສົບການໃນການນຳໃຊ້ລະບົບບໍລິການລັດ ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ພັດທະນາລະບົບ ໃຫ້ສາມາດຮັບໃຊ້ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອກ້າວໄປສູ່ການຫັນເປັນລັດຖະບານດິຈິຕອນໃນອະນາຄົດເທື່ອລະກ້າວ.
ບັນດາລະບົບບໍລິການ ໃນການຝຶກອົບຮົມໃນຄັ້ງນີ້ມີ:
- ລະບົບ G-Web Platform
- ລະບົບສື່ສານພາກລັດ G-chat
- ລະບົບ Gov-x
- e-Vote
- QR-Code
- vCard QR Code Generator
- LMOOCs
ຊຸດຝຶກອົບຮົມຄັ້ງນີ້ ໄດ້ສຳເລັດລົງ ວັນທີ 02 ກໍລະກົດ 2025.