ກອງປະຊຸມສໍາມະນາກ່ຽວກັບ ດັດສະນີການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ຫົວຂໍ້ “ຄວາມສໍາຄັນຂອງທາງເລືອກ: ຜູ້ຄົນ ແລະ ຄວາມເປັນໄປໄດ້ໃນຍຸກຂອງປັນຍາປະດິດ”

02/07/2025

ກອງປະຊຸມສໍາມະນາກ່ຽວກັບ ດັດສະນີການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ຫົວຂໍ້ “ຄວາມສໍາຄັນຂອງທາງເລືອກ: ຜູ້ຄົນ ແລະ ຄວາມເປັນໄປໄດ້ໃນຍຸກຂອງປັນຍາປະດິດ”

ໃນຕອນເຊົ້າຂອງວັນທີ 01 ກໍລະກົດ 2025 ທີ່ຜ່ານມານີ້, ສູນບໍລິຫານລັດດິຈິຕອນ ຮ່ວມກັບ ອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ  ໄດ້ຈັດກອງປະຊຸມສໍາມະນາ ແລະ ປືກສາຫາລື ກ່ຽວກັບບົດລາຍງານດັດສະນີການພັດທະນາຊັບພະຍາກອນມະນຸດ ພາຍໃຕ້ຫົວຂໍ້ “ຄວາມສໍາຄັນຂອງທາງເລືອກ: ຜູ້ຄົນ ແລະ ຄວາມເປັນໄປໄດ້ໃນຍຸກຂອງປັນຍາປະດິດ” ທີ່ໂຮງແຮມ SN Residence ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ MARTINE THERER ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາ ສປປ ລາວ (UNDP) ມີຕາງໜ້າຈາກບັນດາກົມອ້ອມຂ້າງ, ຈາກກະຊວງ ແລະ ອົງການທຽບເທົ່າ, ມະຫາໄລແຫ່ງຊາດ , ສະພາການຄ້າ, ສະມາຄົມໄອຊີທີລາວ, ສະຖານທູດ, ອົງການສາກົນ ແລະ ບັນດາບໍລິສັດຜູ້ປະກອບການໄອຊີທີ ເຂົ້າຮ່ວມຈໍານວນ 50 ກວ່າທ່ານ.

ກອງປະຊຸມດັ່ງກ່າວໄດ້ຮັບຟັງການນໍາສະເໜີກ່ຽວກັບບົດລາຍງານການພັດທະນາຊັບພະຍາກອນມະນຸດ ໃນປີ 2025 (Human Development Report 2025) ໂດຍ ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ໂດຍສຸມໃສ່ການກະກຽມຄວາມພ້ອມທາງດ້ານຊັບພະຍາກອນມະນຸດໃນຍຸກແຫ່ງປັນຍາປະດິດ, ສູນບໍລິຫານລັດດິຈິຕອນ  ໄດ້ສະເໜີ ການຫັນເປັນດິຈິຕອນ ແລະ ການນໍາໃຊ້ປັນຍາປະດິດເຂົ້າໃນວຽກງານການບໍລິການສາທາລະນະຢູ່ ສປປ ລາວ ແລະ ຕາງໜ້າ ສະຖາບັນຄົ້ນຄວ້າອັດສະລິຍະ ໄດ້ສະເໜີພາບລວມ ຮ່າງຍຸດທະສາດປັນຍາປະດິດແຫ່ງຊາດ.​ ຜູ້ເຂົ້າຮ່ວມ ຈາກ ອົງການ UNESCO, ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະມາຄົມການຄ້າໄອຊີທີລາວ, ແລະ ບໍລິສັດຜູ້ປະກອບການໄອຊີທີ ຍັງໄດ້ແລກປ່ຽນ ສະພາບການພັດທະນາ ແລະ ການນໍາເອົາປັນຍາປະດິດ (AI) ເຂົ້າມາຮັບໃຊ້ໃນວຽກງານ ແລະ ການຈັດຕັ້ງຜັນຂະຫຍາຍເຂົ້າໃນການຫັນເປັນທັນສະໄໝຂອງການສຶກສາເສດຖະກິດ ແລະ ສັງຄົມ.

ໃນຕອນທ້າຍທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມີຄໍາເຫັນຕໍ່ກັບບົດລາຍງານ, ຜົນຂອງການປຶກສາຫາລື ແລະ ແຜນການຮ່ວມມື ໃນຕໍ່ໜ້າ ລະຫວ່າງ ພາກລັດ, ເອກະຊົນ, ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນສ້າງສະພາບແວດລ້ອມໃນການພັດທະນາ ປັນຍາປະດິດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ. ໂດຍສະເພາະແມ່ນ ພາລະບົດບາດຂອງແຕ່ລະພາກສ່ວນ ໃນການປະກອບສ່ວນ ແລະ ຂັບເຄື່ອນວຽກ AI ເປັນຕົ້ນ ການສ້າງພື້ນຖານໂຄງລ່າງດິຈິຕອນ, ການພັດທະນາຊັບພະຍາກອນມະນຸດ, ການສ້າງພື້ນຖານພາສາລາວ ໃນໂມເດວຖານຂໍ້ມູນພາສາ (LLM) ,​ ການປູກຈິດສໍານຶກ, ຈັນຍາບັນ ແລະ ຈັນຍາທໍາ ໃນການນໍາໃຊ້ AI  ແລະ ການພັດທະນາຍຸດທະສາດ ແລະ ລະບຽບການໃນການຄຸ້ມຄອງ ການນໍາໃຊ້ປັນຍາປະດິດ ເພື່ອຮັບປະກັນເປົ້າໝາຍສະຫະສະວັດ SDG 2030, ​ຫຼຸດຜ່ອນຄວາມແຕກໂຕນທາງດ້ານດິຈິຕອນ ແລະ ບໍ່ຖິ້ມໃຜໄວ້ທາງຫຼັງ.​

ກອງປະຊຸມສໍາມະນາໄດ້ປິດລົງໃນເວລາ 12:30 ໂມງຂອງວັນດຽວກັນ.

 

 

 

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ