14/07/2025
ໃນຕອນເຊົ້າຂອງວັນທີ 04 ກໍລະກົດ 2025 ສູນບໍລິຫານລັດດິຈິຕອນ ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາພາຍໃຕ້ຫົວຂໍ້ “ ການຫັນເປັນທັນສະໄໝ ໃຫ້ແກ່ພະນັກງານກຳມາທິການຕ່າງປະເທດ, ສະພາແຫ່ງຊາດ” ຈັດຂຶ້ນທີ່ຫ້ອງປະຊຸມສະພາແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ສັນຍາ ປຣະເສີດ ປະທານກຳມາທິການການຕ່າງປະເທດ, ສະພາແຫ່ງຊາດ, ມີ ຮອງປະທານ, ຄະນະກົມ, ຄະນະພະແນກ ແລະ ຊ່ຽວຊານເຕັກນິກ ສະພາແຫ່ງຊາດ ແລະ ສູນບໍລິຫານລັດດິຈິຕອນ ເຂົ້າຮ່ວມ ຈໍານວນ 20 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອປຶກສາຫາລື ແລະ ນຳສະເໜີ ວຽກງານການຫັນເປັນລັດດິຈິຕອນ ຂອງ ສປປ ລາວ ແລະ ການນຳໃຊ້ເຄື່ອງມືເຕັກໂນໂລຊີດິຈິຕອນ ກໍ່ຄື ລະບົບບໍລິຫານລັດດິິຈິຕອນ ໂດຍສະເພາະ ລະບົບຫ້ອງການທັນສະໄໝ ເຂົ້າໄປປະຍຸກນຳໃຊ້ ກັບກຳມາທິການຕ່າງປະເທດ ເພື່ອອຳນວຍຄວາມສະດວກ, ຄວາມວ່ອງໄວ, ແລະ ຄວາມປອດໄພຂອງອົງກອນ. ພ້ອມກັນນັ້ນ, ຍັງເປັນເຄື່ອງມືໃນການເພີ່ມປະສິດທິພາບການເຮັດວຽກ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານສະພາແຫ່ງຊາດ ໃນການນຳໃຊ້ເຄື່ອງມືດິຈິຕອນ ເພື່ອຍົກສູງປະສິດທິພາບຂອງວຽກງານ.
ໃນກອງປະຊຸມຄັ້ງນີ້, ສູນບໍລິຫານລັດດິຈິຕອນ ໄດ້ນຳສະເໜີ ຫົວຂໍ້ “ ການຫັນເປັນລັດດິຈິຕອນ ແລະ ຫ້ອງການທັນສະ ໄໝ” ໂດຍ ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ໂດຍເນື້ອໃນ ແມ່ນໄດ້ເນັ້ນໃຫ້ເຫັນຄວາມສໍາຄັນກ່ຽວກັບວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໂດຍສະເພາະ ວຽກງານການຫັນເປັນລັດດິຈິຕອນ ທີ່ເປັນ ໜຶ່ງໃນ ສາມເສົາຄ້ຳຍຸດທະສາດ ການຫັນເປັນດິຈິຕອນຂອງປະເທດ. ພ້ອມດຽວກັນນັ້ນ, ສູນບໍລິຫານລັດດິຈິຕອນ ໄດ້ສະ ເໜີໃຫ້ເຫັນ ສະພາບການພັດທະນາ ການຫັນເປັນລັດດິຈິຕອນ ຂອງ ສປປ ລາວ ແລະ ບັນດາປະເທດໃນພາກພື້ນອາຊຽນ ໃນໄລຍະຜ່ານມາ ພ້ອມທັງ ສະພາບຄວາມພ້ອມຕໍ່ກັບວຽກງານດັ່ງກ່າວ, ໂດຍໃນປັດຈຸບັນ, ສູນບໍລິຫານລັດດິຈິຕອນ ໄດ້ມີການພັດທະນາ ແລະ ໃຫ້ບໍລິການ ບັນດາລະບົບບໍລິຫານລັດດິຈິຕອນ (Digital Government Service Platform) ໃຫ້ກັບອົງການຈັດຕັ້ງພັກ-ລັດ ໄດ້ປະຍຸກເຂົ້າໃນຂະບວນການເຮັດວຽກຂອງຕົນເອງ. ນອກຈາກນີ້, ສູນບໍລິຫານລັດດິຈິຕອນ ໄດ້ນຳສະເໜີ ສະພາບການພັດທະນາລະບົບຫ້ອງການທັນສະໄໝ (e-Office) ທີ່ເປັນໜຶ່ງໃນເຄື່ອງມືເຕັກໂນໂລຊີດິຈິຕອນທີ່ເຂົ້າມາຊ່ວຍໃນການຫັນປ່ຽນ ການບໍລິຫານວຽກງານຂອງອົງການຈັດຕັ້ງພັກ-ລັດ ໃຫ້ມີຄວາມເປັນທັນສະໄໝ ໂດຍສະເພາະ ແມ່ນວຽກງານການຈໍລະຈອນເອກະສານ, ການຕິດຕາມເອກະສານ ແລະ ການສະຫຼຸບລາຍງານ ທີ່ເປັນໃນຮູບແບບທັນສະໄໝເພື່ອໃຫ້ ຮັບປະກັນຄວາມປອດໄພ, ສະດວກ ແລະ ວ່ອງໄວ ໃນການຮັບ-ສົ່ງຂໍ້ມູນ ເອກະສານລະຫວ່າງ ແຕ່ລະອົງກອນ.

ໃນຕອນທ້າຍຂອງກອງປະຊຸມຄັ້ງນີ້ ແມ່ນໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບວຽກງານການຫັນເປັນລັດດິຈິຕອນ ແລະ ການປະຍຸກນຳໃຊ້ລະບົບຫ້ອງການທັນສະໄໝ, ເຊິ່ງຜູ້ເຂົ້າຮ່ວມ ໄດ້ປະກອບຄຳເຫັນຢ່າງເປັນຂະບວນຟົດຟື້ນ ເຫັນໄດ້ເຖິງຄວາມມຕັ້ງໃຈ ຂອງຜູ້ເຂົ້າຮ່ວມສຳມະນາ ໃນການທີ່ຈະຊ່ວຍເຫຼືອກັນໃນການພັກດັນວຽກງານການຫັນເປັນລັດດິຈິຕອນ, ໂດຍສະເພາະ ພາຍໃນກຳມາທິການຕ່າງປະເທດ ເພື່ອໃຫ້ສາມາດຜັນຂະຫຍາຍວຽກງານ ລະບົບຫ້ອງການທັນສະໄໝ ເຂົ້າໃນວຽກງານຕົວຈິງຢ່າງມີປະສິດທິພາບສູງ ແລະ ເປັນບາດກ້າວຕໍ່ໄປ ເພື່ອກ້າວໄປສູ່ການຫັນເປັນລັດຖະບານດິຈິຕອນໃນອະນາຄົດ.
ກອງປະຊຸມໄດ້ປິດລົງໃນວັນດຽວກັນ ເວລາ 12:00 ໂມງ.

