17/07/2025
ໃນລະຫວ່າງວັນທີ 9-28 ມິຖຸນາ 2025, ຕາງໜ້າສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມຝຶກອົບຮົມຫຼັກສູດຄວາມເປັນຜູ້ນຳ ພາຍໃຕ້ຫົວຂໍ້ ຊຸກຍູ້ວຽກງານຄວາມປອດໄພເຕັກໂນໂລຊີດິຈິຕອນ ສຳລັບຕົວເມືອງທັນສະໄໝ (Promoting Cyber Security for Smart City) ພາຍໃຕ້ໂຄງການຊ່ວຍເຫຼືອການສ້າງຄວາມເປັນຜູ້ນຳ (International Visitor Leadership Program) ຈັດຂຶ້ນທີ່ ປະເທດ ສະຫະລັດ ອາເມລິກາ.

ການເຂົ້າຮ່ວມຝຶກອົບຮົມຫຼັກສູດຄວາມເປັນຜູ້ນຳ ພາຍໃຕ້ຫົວຂໍ້ດັ່ງກ່າວ ແມ່ນການຝຶກອົບຮົມ ໂດຍຜ່ານການເຂົ້າຮ່ວມກອງປະຊຸມສຳມະນາ, ກອງປະຊຸມລະດົມຄວາມຄິດ ແລະ ທັດສະນະສຶກສາ ຈັດຂຶ້ນທີ່ສໍານັກງານຂອງອົງການຈັດຕັ້ງລັດ ແລະ ພາກເອກະຊົນ ຢູ່ 4 ລັດຂອງອາເມລິກາ ໃນຫົວຂໍ້ຍ່ອຍທີ່ແຕກຕ່າງກັນ ໃນຂອບເຂດວຽກງານຄວາມປອດໄພເຕັກໂນໂລຊີດິຈິຕອນ ສຳລັບຕົວເມືອງທັນສະໄໝ ເປັນຕົ້ນ ດ້ານນະໂຍບາຍ, ນິຕິກຳ, ເຕັກໂນໂລຊີ ແລະ ຊັບພະຍາກອນມະນຸດ.
ໃນການຝຶກອົບຮົມຫົວຂໍ້ນີ້ ມີຜູ້ແທນ 18 ທ່ານ ຈາກ 11 ປະເທດໃນພາກພື້ນ ອາຊີ-ປາຊີຟິກ ຄື: ລາວ, ໄທ, ອິນໂດເນເຊຍ, ກຳປູເຈຍ, ມົງໂກລີ, ໄຕ້ຫວັນ, ສ.ເກົາຫຼີ, ອົດສະຕາລີ, ເກາະໂຊລະມອນ, ເກາະພາເລົາ ແລະ ປາປົວ-ນິວກີນີ, ຊຶຶ່ງຜູ້ແທນຈາກ ສປປ ລາວ ແມ່ນ ທ່ານ ອຳພອນສັກ ເທບພູມີ, ຮັກສາການຮອງຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ຕາງໜ້າບໍລິສັດລາວໂທລະຄົມມະນາຄົມ ເຂົ້າຮ່ວມ.

ເນື້ອໃນສຳຄັນຂອງຫຼັກສູດ ແມ່ນ 1) ການຮຽນຮູ້ລະບອບການປົກຄອງຂອງປະເທດອາເມລິກາ ເພື່ອໃຫ້ເຂົ້າໃຈ ສິດ ແລະ ໜ້າທີ່ຂອງອົງການຈັດຕັ້ງແຕ່ລະຂັ້ນຂອງປະເທດ ໃນການພັດທະນາປະເທດ ກໍ່ຄື ພັດທະນາເຕັກໂນໂລຊີດິຈິຕອນ. 2) ການວາງນະໂຍບາຍ ກໍ່ຄື ບັນດາລະບຽບການ ແລະ ມາດຕະຖານ ສໍາລັບເຕັກໂນໂລຊີດິຈິຕອນ ແລະ ຄວາມປອດໄພໄຊເບີ, 3) ປະສົບການກ່ຽວກັບ ການປ້ອງການ ແລະ ແກ້ໄຂ ຄວາມປອດໄພທາງດ້ານຄອມພິວເຕີ, 4) ການພັດທະນາລະບົບບໍລິຫານລັດດິຈິຕອນ ເພື່ອບໍລິການປະຊາຊົນ, 5) ການຮ່ວມມືຂອງໜ່ວຍງານຕ່າງໆ ທັງເອກະຊົນ, ຊຸມຊົນ ແລະ ສະຖາບັນສຶກສາ ໃນການພັດທະນາເຕັກໂນໂລຊີດິຈິຕອນ ສຳລັບການແກ້ບັນຫາຕ່າງໆຂອງສັງຄົມ ແລະ ພັດທະນາເສດຖະກິດ.
ການເຂົ້າຮ່ວມຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ ໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນ ກັບຜູ້ຊ່ຽວຊານຈາກອົງການຕ່າງໆ ຂອງ ປະເທດອາເມລິກາ ແຕ່ຍັງເປັນໂອກາດໃຫ້ຜູ້ແທນຈາກບັນດາປະເທດ ໄດ້ແລກປ່ຽນບົດຮຽນນຳກັນອີກດ້ວຍ ໂດຍສະເພາະບັນດາປະເທດທີ່ມີການພັດທະນາໃກ້ຄຽງ ສປປ ລາວ ທາງດ້ານເຕັກໂນໂລຊີ ແລະ ປະເທດທີ່ມີເຕັກໂນໂລຊີລະດັບຕົ້ນຂອງໂລກ.


