ກອງປະຊຸມປະຖົມມະລຶກ ການພັດທະນາລະບົບສະແດງຜົນວຽກງານບໍລິຫານ ຂອງແຂວງຫຼວງພະບາງ (LuangPrabang Dashboard Development Kick-off meeting)

29/07/2025

ກອງປະຊຸມປະຖົມມະລຶກ ການພັດທະນາລະບົບສະແດງຜົນວຽກງານບໍລິຫານ ຂອງແຂວງຫຼວງພະບາງ  (LuangPrabang Dashboard Development Kick-off meeting)

ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2025 ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປະຖົມມະລຶກ ການພັດທະນາລະບົບສະແດງຜົນວຽກງານບໍລິຫານ ຂອງແຂວງຫຼວງພະບາງ ໂດຍການເປັນປະທານ ຂອງທ່ານ ນາງ ວັນນະພາ ພົມມະທັນສີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ແລະ ທ່ານ ລັດສະໝີ ພົງພັນ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງຫຼວງພະບາງ, ໂດຍມີຜູ້ເຂົ້າຮ່ວມຈາກ ບັນດາພະແນກການອ້ອມຂ້າງພາຍໃນແຂວງຫຼວງພະບາງ ເຂົ້າຮ່ວມທັງໝົດຈຳນວນ 50 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອນຳສະເໜີ ກ່ຽວກັບໂຄງການ, ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ,ນອກຈາກນັ້ນ ກໍ່ໄດ້ ນຳສະເໜີກ່ຽວກັບ ລັກສະນະຂອງລະບົບ ເພື່ອເຮັດໃຫ້ ບັນດາພະແນກການອ້ອມຂ້າງ ແຂວງຫຼວງພະບາງ ເຂົ້າໃຈ ແລະ ເຫັນໄດ້ເຖິງຄວາມສຳຄັນຂອງການເກັບກຳຂໍ້ມູນ, ປະມວນຜົນ ແລະ ລາຍງານຜົນ ຜ່ານລະບົບດິຈິຕອນ ຢ່າງຖືກຕ້ອງ ແລະ ທັນການ. ແນ່ໃສ , ເສດຖະກິດ, ການທ່ອງທ່ຽວ, ວັດທະນະທໍາ, ສາທາລະນະສຸກ, ແລະ ຂໍ້ມູນ ຫຼື ສະຖິຕິອື່ນໆ ຂອງອົງການປົກຄອງແຂວງຫຼວງພະບາງ ເຊິ່ງໂຄງການ ຈະດໍາເນີນແຕ່ ເດືອນ ກໍລະກົດ ຫາ ເດືອນ ພະຈິກ 2025 ໂດຍມີບາດກ້າວການພັດທະນາ ຄື: 

  • ລົງເກັບກຳຂໍ້ມູນເບື້ອງຕົ້ນ (​Pre-Survey)
  • ຈັດກອງປະຊຸມປະຖົມມະລຶກ
  • ລົງເກັບກຳຂໍ້ມູນລະອຽດ ນໍາບັນດາຂະແໜງການປີ່ນອ້ອມ ແລະ ພັດທະນາລະບົບ
  • ຈັດຝຶກອົບຮົມ ການຄຸ້ມຄອງລະບົບ ແລະ ຝືກອົບຮົມການນຳໃຊ້ໃຫ້ ແຂວງຫຼວງພະບາງ 
  • ມອບຮັບລະບົບ

 

ພາຍຫຼັງສຳເລັດການພັດທະນາລະບົບສະແດງຜົນ ນອກຈາກຈະເປັນເຄື່ອງມືການລາຍງານວຽກງານບໍລິຫານຂອງແຂວງຫຼວງພະບາງແບບທັນສະໄໝ, ລະບົບດັ່ງກ່າວ ກໍ່ຈະເປັນຕົ້ນແບບໃຫ້ແກ່ ການຈັດຕັ້ງປະຕິບັດ ພັດທະນາລະບົບສະແດງຜົນ ຂອງແຂວງອື່ນທົ່ວປະເທດ.

 

ຄວາມເປັນມາຂອງໂຄງການ:  ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ກະຊວງພາຍໃນ ແລະ ຄວາມປອດໄພ, ສ.ເກົາຫຼີ  ຮ່ວມກັບອົງການຂໍ້ມູນຂ່າວສານ ແລະ ສັງຄົມ ສ.ເກົາຫຼີ ໄດ້ຮ່ວມກັນຈັດຕັ້ງປະຕິບັດ ໂຄງການ ຮ່ວມມືລັດດິຈິຕອນ ລາວ-ເກົາຫຼີ (ທີ່ເອີ້ນວ່າ DGCC). ໄລຍະ 3 ປີ (2023-2025) ຊື່ງເປັນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສ.ເກົາຫຼີ, ມີເປົ້າໝາຍປັບປຸງ, ຍົກລະດັບ, ວຽກງານບໍລິຫານ ແລະ ບໍລິການລັດເປັນທັນສະໄໝ, ສ້າງແຜນພັດທະນາ ລະບົບບໍລິຫານລັດດິຈິຕອນ ໃຫ້ແກ່ ສປປ ລາວ ຊຶ່ງໄລຍະສອງປີຜ່ານມາ ສູນບໍລິຫານລັດດິຈິຕອນ ໃນນາມຜູ້ປະສານງານຝ່າຍລາວ ໄດ້ຮ່ວມກັບ ຊ່ຽວຊານເກົາຫຼີ ພາຍໃຕ້ການເລືອກເຟັ້ນ ແລະ ເຫັນດີຂອງ ຝ່າຍ ເກົາຫຼີ ໄດ້ຮ່ວມກັນຈັດຕັ້ງປະຕິບັດ ຫຼາຍກິດຈະກຳສຳຄັນ ເປັນຕົ້ນ ຊ່ວຍສ້າງແຜນພັດທະນາການບໍລິການລັດດິຈິຕອນ 10 ປີ ໃຫ້ແກ່ ສປປ ລາວ (digital government service roadmap 10 years); ສ້າງມາດຕະຖານການເຊື່ອມຕໍ່ລັດຖະບານດິຈິຕອນ (​E-Government Interoperability Framework); ສຶກສາຂໍ້ມູນເປີດພາກລັດ (Open government data); ແລະ ປີນີ້ ເປັນປີສຸດທ້າຍຂອງໂຄງການ ໄດ້ມີ 2 ຫົວຂໍ້ຖືກຄັດເລືອກ ຄື: 1. ການພັດທະນາສະແດງຜົນວຽກງານບໍລິຫານລັດ ໃຫ້ກັບ ແຂວງຫຼວງພະບາງ ແລະ 2.ການສຶກສາຄວາມເປັນໄປໄດ້ ໃນການພັດທະນາ ເວັບບໍລິການພາກລັດ (Public service portal);  ພ້ອມກັນນັ້ນ ກໍ່ໄດ້ຈັດຕັ້ງ ໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນທີ່ປະເທດ ສ. ເກົາຫຼີ 2 ເທື່ອຄັ້ງ.  

 

ກອງປະຊຸມໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມໃນເວລາ 16:00 ໂມງ ຂອງວັນດຽວກັນ.

 

 

ວາ​ລະ​ສານ ໄອ​ຊີ​ທີ
ໜັງສືພິມ